ສື່ຈີນຕັ້ງຂໍ້ສົງໄສ ທີ່ ຄິມຈອງອຶນ ຫາຍໂຕໄປ ອາດຫຼົບໜີຈາກໂຄວິດ-19

ສື່ຈີນຕັ້ງຂໍ້ສົງໄສ ທີ່ ຄິມຈອງອຶນ ຫາຍໂຕໄປ ອາດຫຼົບໜີຈາກໂຄວິດ-19

South China Morning Post ສື່ລະດັບແຖວໜ້າຂອງຈີນຕັ້ງຂໍ້ສົງໄສວ່າ ທີ່ “ຄິມ ຈອງອຶນ ຜູ້ນຳຂອງເກົາຫຼີເໜືອ (ສາທາລະນະລັດ ປະຊາຊທິປະໄຕ ປະຊາຊົນເກົາຫຼີ) ຫາຍໜ້າຫາຍຕາໄປ, ຫຼື ວ່າຄວາມຈິງແລ້ວອາດຈະກຳລັງຫຼົບຫຼີກຈາກພະຍາດໂຄວິດ-19 ຢູ່?

ລັດຖະມົນຕີຂອງເກົາຫຼີໃຕ້ ເພື່ອວຽກງານພົວພັນເກົາຫຼີເໜືອ ກ່າວເມື່ອວັນອັງຄານທີ່ຜ່ານມາວ່າ ຄິມ ຈອງອຶນ ຜູ້ນຳຂອງເກົາຫຼີເໜືອ ບໍ່ປາກົດໂຕໃນງານສຳຄັນຂອງຊາດເມື່ອວັນທີ 15 ເມສາ ທີ່ຜ່ານມາ ອາດເນື່ອງມາຈາກຄວາມກັງວົນກ່ຽວກັບການລະບາດຂອງພະຍາດໂຄວິດ-19 ບໍ່ແມ່ນຍ້ອນວ່າຜູ້ນຳຄົນນີ້ປ່ວຍ

ກ່ອນໜ້ານີ້ມີການຕີຂ່າວໂດຍສື່ໃຫຍ່ຕ່າງໆວ່າ ຄິມ ຈອງອຶນ ອາດຈະກຳລັງປ່ວຍໜັກ ໃນຂະນະທີ່ບາ່ງສື່ກໍລາຍງານວ່າ ຜູ້ກ່ຽວອາດຈະເສຍຊີວິດແລ້ວ. ແຕ່ທັງໝົດນັ້ນລ້ວນແລ້ວແຕ່ເປັນພຽງຂໍ້ສັນນິຖານ ຍັງບໍ່ທັນມີຫຼັກຖານຢັ້ງຢືນເທື່ອ.

ທັງນີ້ ການທີ່ຜູ້ນຳເກົາຫຼີເໜືອຄົນນີ້ບໍ່ປາກົດໂຕໃນງານສະຫຼອງວັນຄົບຮອບວັນຄ້າຍວັນເກີດຂອງ “ຄິມ ອິນຊຸງ” ເຊິ່ງເປັນຜູ້ກໍ່ຕັ້ງປະເທດ ແລະ ປູ່ຂອງ ຄິມ ຈອງອຶນ ເມື່ອວັນທີ 15 ເມສາ ເປັນເລື່ອງທີ່ບໍ່ເຄີຍເກີດຂຶ້ນມາກ່ອນ ແລະ ຕັ້ງແຕ່ນັ້ນມາກໍຍັງບໍ່ມີໃຜພົບເຫັນຜູ້ກ່ຽວຕໍ່ໜ້າສາທາລະນະອີກເລີຍ. ເຫດການດັ່ງກ່າວໄດ້ນຳໄປສູ່ການຄາດຄະເນກ່ຽວກັບສຸຂະພາບຂອງຜູ້ນຳຄົນນີ້.

ເຈົ້າໜ້າທີ່ຂອງທາງເກົາຫຼີໃຕ້ໄດ້ເນັ້ນຢໍ້າວ່າ ພວກເຂົາຮູ້ຕຳແໜ່ງທີ່ຢູ່ຂອງ ຄິມ ຈອງອຶນ ແລະ ສືບໄດ້ວ່າບໍ່ມີການເຄື່ອນໄຫວທີ່ຜິດປົກກະຕິໃນເກົາຫຼີເໜືອ ແລະ ໄດ້ປະຕິເສດກ່ຽວກັບຂ່າວລືທີ່ວ່າຜູ້ນຳຄົນນີ້ອາດຈະເຈັບປ່ວຍ.

ເກົາຫຼີເໜືອລາຍງານວ່າ ຍັງບໍ່ມີກໍລະນີຕິດເຊື້ອໂຄວິດ-19 ພາຍໃນປະເທດເທື່ອ ເຊິ່ງທາງການເກົາຫຼີໃຕ້ ກໍຄືທ່ານ ຄິມ ຢອນຊູນ ລັດຖະມົນຕີເພື່ອຄວາມປອງດອງຂອງເກົາຫຼີໃຕ້ ເຊິ່ງໄດ້ເຄື່ອນໄຫວໃກ້ຊິດກັບເກົາຫຼີເໜືອກ່າວຕໍ່ສະພາແຫ່ງຊາດວ່າ ເປັນຄວາມຈິງທີ່ວ່າ ຄິມ ຈອງອຶນ ບໍ່ເຄີຍຫາຍໜ້າໄປຈາກການເຂົ້າຮ່ວມງານສະເຫຼີມສະຫຼອງວັນຄ້າຍວັນເກີດຂອງ ຄິມ ອິນຊຸງ ຕັ້ງແຕ່ກ້າວຂຶ້ນສູ່ອຳນາດເປັນຕົ້ນມາ ແຕ່ງານຄົບຮອບຕ່າງໆຫຼາຍງານຂອງເກົາຫຼີເໜືອກໍໄດ້ຖືກຍົກເລີກໄປ ເນື່ອງຈາກການເຝົ້າລະວັງໂຄວິດ-19.

ທ່ານກ່າວອີກວ່າ ມີຢ່າງໜ້ອຍ 2 ຄັ້ງຕັ້ງແຕ່ກາງເດືອນມັງກອນ ທີ່ ຄິມ ຈອງອຶນ ບໍ່ປາກົດໂຕຕໍ່ສາທາລະນະເປັນເວລາ ເກືອບ 20 ມື້. ສະນັ້ນ ທ່ານຈຶ່ງບໍ່ຄິດວ່ານັ້ນເປັນເລື່ອງທີ່ຜິດປົກກະຕິ ໃນສະຖານະການພະຍາດລະບາດແບບນີ້.

ຂະນະທີ່ ໂດນັລ ທຣຳ ປະທານາທິບໍດີສະຫະລັດກ່າວເມື່ອວັນຈັນທີ່ຜ່ານມາວ່າ ຕົນເອງຮູ້ດີວ່າ ຄິມ ຈອງອຶນ ກຳລັງເຮັດຫຍັງຢູ່ ແລະ ຫວັງວ່າລາວຈະສະບາຍດີ ແຕ່ກໍບໍ່ຂໍອະທິບາຍເພີ່ມເຕີມ.

ທຣຳ ກ່າວໃນງານຖະແຫຼງຂ່າວວ່າ ຕົນເອງຮູ້ສະຖານະສຸຂະພາບຂອງ ຄິມ ຈອງອຸນ ວ່າເປັນແນວໃດ ແຕ່ “ບໍ່ຂໍກ່າວເຖິງໃນຕອນນີ້” ແລະ “ພວກທ່ານອາດຈະໄດ້ຮູ້ກັນໃນໄວໆນີ້”. ປະທານາທິບໍດີສະຫະລັດກ່າວອີກວ່າ “ບໍ່ມີໃຜຮູ້ວ່າລາວຢູ່ໃສ” ແຕ່ ທ່ານ ຄິມ ຢອນຊູນ ຈາກເກົາຫຼີໃຕ້ກ່າວວ່າ ລັດຖະບານເກົາຫຼີໃຕ້ “ຮູ້ຕຳແໜ່ງທີ່ຢູ່ຂອງ ຄິມ ຈອງອຶນ”.

ຂະນະທີ່ທ່ານ ຊິນໂຊະ ອາເບະ ນາຍົກລັດຖະມົນຕີຂອງຍີ່ປຸ່ນກ່າວເມື່ອວັນອັງຄານ (28 ເມສາ) ວ່າ ຕົນເອງຮັບຮູ້ລາຍງານກ່ຽວກັບສະຖານະສຸຂະພາບຂອງ ຄິມ ຈອງອຶນ ແລະ ກຳລັງຕິດຕາມສະຖານະການຢ່າງໃກ້ຊິດ.

ພາບ: AP

ທັງນີ້ ເກົາຫຼີເໜືອໄດ້ມີການຍົກເລີກງານໃຫຍ່ຈຳນວນໜຶ່ງ ແລະ ປິດດ່ານຊາຍແດນ ພ້ອມທັງນຳໃຊ້ມາດຕະການປິດເມືອງ ເພື່ອຕ້ານການລະບາດຂອງພະຍາດໂຄວິດ-19.

ຂະນະທີ່ມີລາຍງານຈາກແຫຼ່ງຂ່າວທາງການທີ່ຄຸ້ນເຄີຍກັບໜ່ວຍຂ່າວຂອງສະຫະລັດອາເມລິກາເມື່ອວັນທີຈັນທີ່ຜ່ານມາວ່າ ອາດເປັນໄປໄດ້ວ່າ ການຫາຍໂຕຂອງ ຄິມ ຈອງອຶນ ອາດເພື່ອເປັນການຫຼີກເວັ້ນຈາກການຕິດເຊືອ້ໂຄວິດ-19 ແລະ ການພົບລົດໄຟທາງການຂອງລາວທີ່ຣີສອດໃນເຂດຊາຍຝັ່ງຂອງ ວອນຊານ ອາດຈະເປັນສິ່ງທີ່ຊີ້ບອກວ່າ ລາວພັກຢູ່ທີ່ນັ້ນ ຫຼື ໄດ້ພັກຢູ່ທີ່ນັ້ນມາກ່ອນ. ແຕ່ເນື່ອງຈາກທີ່ຍັງບໍ່ທັນມີຂໍ້ມູນທາງການຢັ້ງຢືນ, ໜ່ວຍຂ່າວຂອງສະຫະລັດຍັງຄົງຄາດຄະເນວ່າ ຄິມ ຈອງອຶນ ອາດຈະປ່ວຍ ຫຼື ອາດເຖິງຂັ້ນປ່ວຍໜັກ.

ສ່ວນສື່ທາງການຂອງເກົາຫຼີເໜືອເອງ ບໍ່ໄດ້ມີການລາຍງານວ່າ ຄິມ ຈອງອຶນ ໄປຢູ່ໃສຕັ້ງແຕ່ທີ່ເຂົ້າຮ່ວມການປະຊຸມຫຼ້າສຸດໃນວັນທີ 11 ເມສາ, ພວກເຂົາພຽງແຕ່ລາຍງານເອກະສານປະຈຳວັນຈາກ ຄິມ ຈອງອຶນ ແລະ ຂໍ້ຄວາມທາງການທູດ ທີ່ຄາດຄະເນໄດ້ວ່າ ຜູ້ກ່ຽວຍັງຄົງປະຕິບັດໜ້າທີ່ໃນຖານະຂອງຜູ້ນຳຢູ່. ແຕ່ຜູ້ຊ່ຽວຊານບາງສ່ວນເຊັ່ນ ເຣເຊລ ມິນຢອງ ລີ ເຊິ່ງເຮັດວຽກເປັນຜູ້ວິເຄາະໃຫ້ໜ່ວຍຂ່າວຂອງສະຫະລັດມາກ່ອນ ກ່າວວ່າ ຕົນເອງເຊື່ອວ່າ ເອກະສານເຫຼົານັ້ນສ່ວນຫຼາຍແມ່ນບໍ່ໄດ້ຂຽນຂຶ້ນໂດຍ ຄິມ ຈອງອຶນເອງ.

ສາລະໜ້າຮູ້