ເອ ອາຍຸ24ປີ ສາມາດມີພ້ອມທຸກຢ່າງ

ເອ ອາຍຸ24ປີ ສາມາດມີພ້ອມທຸກຢ່າງ

ສາວເອ ສາວທີ່ກ້າວຜ່ານເລື່ອງຮ້າຍໆ ລຸກຂຶ້ນສູ້ ພ້ອມເຜີຍຊີວິດປັດຈຸບັນທີ່ດີໆ ດ້ວຍນໍ້າເຫື່ອນໍ້າແຮງຂອງຕົນເອງ, ຫຼາຍຄົນຄົງຈະຄຸ້ນໜ້າກັນດີກັບ ສາວເອ ທີ່ເຄີຍເປັນແຟນເກົ່າຂອງນັກຮ້ອງໜຸ່ມຄົນໜຶ່ງ ໃນກໍລະນີຖືກທຳຮ້າຍຮ່າງກາຍ ແລະ ເປັນຂ່າວທີ່ໂດ່ງດັງໃນໂລກອອນລາຍຂອງຫຼາຍປີກ່ອນ. ມັນບໍ່ງ່າຍເລີຍທີ່ຈະກ້າວຜ່ານຈຸດນັ້ນມາໄດ້ ແຕ່ສາວເອກໍເຮັດໄດ້ ແລະ ປັດຈຸບັນຊີວິດສາວເອກໍມີແຕ່ສິ່ງທີ່ດີໆ. ມື້ນີ້ທີມງານມ່ວນຈຶ່ງໄດ້ສຳພາດເອົາຊີວິດຂອງສາວເອ ມາເປັນຂໍ້ຄິດີໆໃຫ້ກັບຫຼາຍໆຄົນ

ສາວເອສາມາດມີເຮືອນມີລົດດ້ວຍເຫື່ອແຮງຂອງຕົນເອງ ແມ່ນຜ່ານຜ່າອຸປະສັກຫຍັງແດ່ ອາຍຸພຽງ 24 ປີ ແຕ່ສາມາດສຳເລັດໄປໄດ້ຫຼາຍຢ່າງແລ້ວໃນຊີວິດ?

ເອຜ່ານມາຫຼາຍຢ່າງ ຄັ້ງໃນໄວເດັກ ສາວເອຈື່ໄດ້ວ່າເປັນລູກແມ່ຄ້າຂາຍຜັກພໍ່ເສຍແຕ່ອາຍຸ 10 ປີ ຍ້ອນທາງບ້ານມີແມ່ແລະສາວເອເອງເປັນເສົາຫລັກຄອບຄົວມີແຕ່ຜູ້ຍິງ ເມື່ອໃຫຍ່ຂຶ້ນມາຈຶ່ງເຮັດໃຫ້ຕົນເອງຮູ້ສຶກອີ່ຕົນ ສາວເອແລະແມ່ຈຶ່ງໄດ້ຊອກວິທີຫາເງິນເພື່ອຊ່ວຍແບ່ງເບົາພາລະຄອບຄົວໂດຍການມາຂາຍເຄື່ອງອອນລາຍທຳອິດກໍຂາຍແບບຫລິ້ນໆຂາຍພໍສໍ່າໄດ້ເງິນຊື້ກິນເພາະໄລຍະນັ້ນກໍບໍ່ມີຄົນຮູ້ຈັກຕົນເອງຫລາຍທາງເຟສບຸກແດ່ ແຕ່ພໍສອງປີຫລັງເລີ່ມມີຂ່າວມາເລື້ອຍໆຄົນກໍເລີ່ມມາຕິດຕາມທາງເຟສບຸກຫລາຍແຕ່ໃນຂະນະດຽວກັນນັ້ນກໍມີຄົນເຂົ້າມາສົນໃຈແລະຊື້ຜະລິດຕະພັນທີ່ຕົນເອງຂາຍໃນປັດຈຸບັນຈົນເຮັດໃຫ້ຕົນເອງມີເງິນເກັບ ແລະ ເປັນຄົນບໍ່ຄ່ອຍມັກໄປຫລິ້ນແດ່ເລີຍເກັບເງິນໄດ້ສະບາຍເລີຍ

ປັດຈຸບັນໄດ້ພົບຮັກໜຸ່ມຄົນນີ້ໄດ້ແນວໃດ? ແລະ ເປັນຫຍັງຈຶ່ງຕັດສິນໃຈເລືອກຄົນນີ້ເປັນຄູ່ຊີວິດ?

ພົບຢູ່ຮ້ານອາຫານແຫ່ງຫນຶ່ງເເລ້ວເພິ່ນກໍທັກເຟສມາ, ຕັດສິນໃຈເລືອກລາວກໍຍ້ອນລາວເປັນຜູ້ໃຫຍ່ ນໍາພາເຮົາທຸກຢ່າງ ຄວາມຄິດລາວມີແຕ່ຢາກສ້າງສາພັດທະນາ ພາເຮົາບໍ່ໄປຫລິ້ນຟຸ້ມເຟືອຍ ພາເກັບພາທ້ອນ ລາວມັກວາງແຜນອະນາຄົດ ແລະ ພາລົງມືເຮັດ ພາສ້າງຮາກຖານຊີວິດຄູ່ໃຫ້ຫມັ້ນຄົງຄືໃນປັດຈຸບັນນີ້

ມີຫຼາຍເລື່ອງທີ່ດີ ແລະ ບໍ່ດີເກີດກັບຊີວິດຂອງສາວເອ ເມື່ອເລື່ອງທີ່ບໍ່ດີຈາກການກະທຳຂອງຜູ້ຊາຍ ທີ່ໃຊ້ຄວາມຮຸນແຮງ(ຜູ້ທີ່ເປັນແຟນເກົ່າ) ສາວເອກ້າວຜ່ານຈຸດນີ້ໄດ້ແນວໃດ?

ຍ້ອນ: ກຳລັງໃຈຈາກຄອບຄົວແລະຫມູ່ເພື່ອນ ເຮັດໃຫ້ຕົນເອງເຂັ້ມແຂງຍາມທີ່ເກີດບັນຫາ, ຕົນພະຍາຍາມຈະບໍ່ຢູ່ຄົນດຽວແລະຈະບໍ່ຄ່ອຍຫລິ້ນໂທລະສັບໄປເລີຍ ທີ່ຜ່ານມາຍອມຮັບວ່າພົບເລື່ອງຮຸນແຮງອີ່ຫລີແຕ່ກໍຖືວ່າເປັນເລື່ອງໂຊກຮ້າຍຂອງເຮົາ ເພື່ອໃຫ້ມາພົບເລື່ອງດີໆໃນປັດຈຸບັນ ຟ້າຫລັງຝົນງົດງາມສະເຫມີ.

ຈາກມື້ນັ້ນມາຮອດມື້ນີ້ ມື້ທີ່ສາວເອເລືອກຈະກຳນົດຊີວິດຕົນເອງ ປັດຈຸບັນຊີວິດດີຂຶ້ນແບບໃດແດ່?

ຄອບຄົວແມ່ນມີຄວາມສຸກ ແລະ ເຮັດໃຫ້ແມ່ພູມໃຈ ມີລົດມີບ້ານມີຄົນຮັກມີຄອບຄົວທີ່ຫມັ້ນຄົງ ແລະ ກໍມີບັນດານ້ອງໆທີ່ເອົາເອື້ອຍເປັນແບບຢ່າງ

 

ສຸດທ້າຍນີ້ ສາວເອຢາກຝາກຂໍ້ຄິດຫຍັງກັບຄົນທີ່ກຳລັງທໍ້ໃຈ ແລະ ພົບບັນຫາໃນຊີວິດ ?

ຢາກຝາກເຖິງຄົນທີ່ກຳລັງທໍ້ຢູ່ຕອນນີ້ວ່າ ໃຫ້ເຮົາຄິດເຫັນຕົວເຮົາເອງຮັກຕົວເອງໃຫ້ຫລາຍໆ ເພາະສິ່ງທີ່ດີຫລືບໍ່ດີທີ່ເກີດຂຶ້ນໃນຊີວິດແມ່ນເຮົາເທົ່ານັ້ນທີ່ຮັບຮູ້ ສະນັ້ນກໍາລັງໃຈສຳຄັນເເມ່ນເກີດຈາກຕົວເອງ ໃຫ້ປຽບທຽບກັບຄົນທີ່ພົບບັນຫາຫລາຍກວ່າເຮົາກໍຍັງມີແລະເຂົາຍັງຜ່ານມັນໄດ້ເຮົາເອງກໍຕ້ອງຜ່ານໃຫ້ໄດ້ເຊັ່ນກັນ.

ສາລະໜ້າຮູ້