ຊ່ວງນີ້ນອກຈາກໂຄວິດ19ກໍ່ຍັງມີໄຂ້ຍຸງ ໃນລາວເຮົາເອງພົບຜູ້ປ່ວຍໄຂ້ຍຸງລາຍປະມານ 1 ພັນກວ່າຄົນ ເສຍຊີວິດ 2 ຄົນ
ນັບແຕ່ທ້າຍເດືອນທັນວາ 2019 ເຖິງປັດຈຸບັນ ຈຳນວນຄົນເຈັບສະສົມໄຂ້ຍຸງລາຍ (ໄຂ້ເລືອດອອກ) ແມ່ນນັບມື້ເພີ່ມຂຶ້ນ ອີງຕາມຂໍ້ມູນຂອງສູນຂ່າວສານການແພດສຸຂະສຶກສາ ກະຊວງສາທາລະນະສຸກ ແຈ້ງໃຫ້ຮູ້ວັນທີ 12 ພຶດສະພາ 2020 ວ່າ: ກໍລະນີສະສົມທັງໝົດແຕ່ວັນທີ 28/12/2019-12/05/2020 ມີ 1,081 ກໍລະນີ ແລະ ເສຍຊີວິດ 02 ກໍລະນີ
ໃນນີ້ ນະຄອນຫຼວງວຽງຈັນ ພົບຜູ້ຕິດເຊື້ອໄຂ້ຍຸງລາຍ 316 ກໍລະນີ ເສຍຊີວິດ 1 ຄົນ ແຂວງອັດຕະປື 165 ກໍລະນີ ວຽງຈັນ 132 ກໍລະນີ ຄຳມ່ວນ 82 ກໍລະນີ ບໍລິຄຳໄຊ 78 ກໍລະນີ ສາລະວັນ 74 ກໍລະນີ ສະຫວັນນະເຂດ 59 ກໍລະນີ ໄຊຍະບູລີ 57 ກໍລະນີ ເສຍຊີວິດ 1 ຄົນ; ເຊກອງ 42 ກໍລະນີ ຫຼວງນໍ້າທາ 29 ກໍລະນີ ອຸດົມໄຊ 22 ກໍລະນີ ຈຳປາສັກ ແລະ ໄຊສົມບູນ ແຂວງລະ 7 ກໍລະນີ ຜົ້ງສາລີ 5 ກໍລະນີ ແລະ ຫຼວງພະບາງ 6 ກໍລະນີ ສ່ວນແຂວງຊຽງຂວາງ ບໍ່ແກ້ວ ແລະ ຫົວພັນ ບໍ່ມີກໍລະນີຜູ້ຕິດເຊື້ອໄຂ້ຍຸງລາຍ.
ກໍລະນີເສຍຊິວີດເພດຊາຍ ອາຍຸ 34 ປີ ຢູ່ບ້ານ ນາບວມ ເມືອງພຽງ ແຂວງໄຊຍະບູລີ (ສຳລັບກໍລະນີດັ່ງກ່າວແມ່ນເສຍຊິວີດແຕ່ວັນທີ 07/05/2020)
ໃນໄລຍະກ້າວເຂົ້າສູ່ລະດູຝົນ ຍິ່ງມີຄວາມສ່ຽງໃນການແຜ່ລະບາດຂອງໄຂ້ຍຸງລາຍສູງຂຶ້ນ ເພື່ອສະກັດກັ້ນພະຍາດດັ່ງກ່າວ ແລະ ຫຼຸດຜ່ອນຈຳນວນຄົນເຈັບທີ່ຈະເກີດຂຶ້ນໃໝ່ ທຸກຄົນຄວນຫັນມາເອົາໃຈໃສ່ປ້ອງກັນ ແລະ ສະກັດກັ້ນແຕ່ຫົວທີ ໂດຍການເອົາໃຈໃສ່ປະຕິບັດຕາມຫຼັກການ 5 ປ ທີ່ກະຊວງສາທາລະນະສຸກວາງອອກຢ່າງເຂັ້ມງວດ.
ຄວນເບິ່ງແຍ້ງສຸຂະພາບແດ່ເດີ..ສຸຂະພາບທີ່ແຂງແຮງບໍ່ມີພະຍາດຍ່ອມເປັນລາບອັນປະເສີດ
ຮຽບຮຽງຂ່າວ: ພຸດສະດີ