ແຮງມາແຮງກັບສະໜອງໃຫ້ຕາມການສະເໜີ ເມື່ອສະຫະລັດອາເມລິກາປະກາດຂີດເສັ້ນຕາຍໃຫ້ທາງການຈີນ ປິດສະຖານກຸງສູນຈີນທີ່ນະຄອນຮຸສຕັນພາຍໃນວັນສຸກທີ 24 ກໍລະກົດນີ້ ອ້າງເພື່ອປົກກ້ອງຊັບສິນທາງປັນຍາ ແລະຂໍ້ມູນສ່ວນໂຕຂອງຊາວອາເມລິກັນ.
ຫຼ້າສຸດ ສຳນັກຂ່າວເຊົາໄຊນາມໍນີ້ງໂພສໄດ້ລາຍງານຖະແຫຼງຂ່າວທາງການຈີນກຳລັງພິຈາລະນາໃຫ້ປິດສະຖານກຸງສູນສະຫະລັດທີ່ນະຄອນເສີນຕູ່ເຊັ່ນດຽວກັນ.
ຈະເວົ້າໄປແລ້ວຄົນອາເມລິກັນທີ່ມາຮຽນ ແລະ ມາເຮັດວຽກຢູ່ຈີນມີຈຳນວນບໍ່ໜ້ອຍເລີຍ ແຖມມາທັງຄອບຄົວຖ້າສອງປະະທດມີການຕໍ່ສູ້ໄປມາບໍ່ຢຸດສຸດທ້າຍໃຜຈະສູນເສຍຜົນປະໂຫຍດຫຼາຍກວ່າກັນ ອັນນີ້ບໍ່ມີຫຍັງມາຢືນຢັນໄດ້ ຕ້ອງຕິດຕາມຕອນຕໍ່ໄປ.
ໂດຍທ່ານ ຫວັງ ເຫວີນປິນ ໂຄສົກກະຊວງການຕ່າງປະເທດຈີນໄດ້ລະບຸວ່າ ຄວາມຂັດແຍ້ງຫຼ້າສຸດບໍ່ກ່ຽວກັບຂໍ້ຈຳກັດໃນການເດີນທາງ ແລະການກັກຕົວຂອງທາງການຈີນ ເພື່ອຢັບຢັ້ງການລະບາດຂອງໂຄວິດ-19 ທີ່ເຮັດໃຫ້ນັກການທູດສະຫະລັດເດີນທາງກັນສະຖານທູດ ແລະສະຖານກຸງສິນຫຼ້າຊ້າ.
ທ່ານ ຫວັງຍັງກ່າວວ່າ ທາງການຈີນຊ່ວຍສະຫະລັດໃນການກັບມາເປີດສະຖານກຸງສູນທີ່ນະຄອນອູຮັ່ນເຊິ່ງເປັນຕົ້ນຕໍຂອງການລະບາດໂຄວິດ-19 ທີ່ປິດໄປແຕ່ວັນທີ 23 ມັງກອນ ແຕ່ນັກການທູດເດີນທາງກັບມາເດືອນມິນາ ທາງຈີນຍັງອຳນວຍຄວາມສະດວກໃຫ້ທຸກຢ່າງຕາມກົດໝາຍ ຈີນຈະໃຊ້ມາດຕະການຕອບໂຕ້ທີ່ຈຳເປັນເທົ່ານັ້ນ ເພື່ອປົກປ້ອງຜົນປະໂຫຍດຂອງຈີນ ເພື່ອໂຕ້ກັບການກະທຳມີ່ໄຮ້ເຫດຜົນຂອງສະຫະລັດ ຫາກທ່ານຍັງບໍ່ໄດ້ຢືນຢັນວ່າຈະປິດກຸງສູນໃດແດ່.
ທາງດ້ານທ່ານ ຫຼົງ ຊິ່ງຊຸນ ປະທານສະຖາບັນກິດຈະກຳເສີນຕູ່ ເຫັນວ່າການເປີດສະຖານກຸງສູນໃນອູຮັ່ນບໍໄດ້ສົ່ງຜົນກະທົບຫຍັງຫຼາຍຕໍ່ອາເມລິກາ ແຕ່ຖ້າເປັນສະຖານກຸງສູນຂອງນະຄອນເສີນຕູ່ ຈະມີຜົນກະທົບບໍ່ໜ້ອຍເລີຍ.