ຊາຍໜຸ່ມແຄ້ນຖືກບອກເລິກ ອັດຄລິບລົງເຟສບຸ໊ກ  ສຸດທ້າຍຖືກຈັບ

ຊາຍໜຸ່ມແຄ້ນຖືກບອກເລິກ ອັດຄລິບລົງເຟສບຸ໊ກ ສຸດທ້າຍຖືກຈັບ

ກອງບັງຄັບການປາບປາມ ຈັບກຸມຕົວ ຫນຸ່ມຂືນໃຈແຟນສາວ ຊ້ຳອັດຄລິບໂພສລົງເຟສບຸ໊ກ ປະຈານເນື່ອງຈາກເກີດຄວາມບໍ່ພໍໃຈ ທີ່ຝ່າຢຍິງບອກເລິກ ສາມາດຈັບກຸມໄດ້ທີ່ບ້ານພັກຄົນງານພາຍໃນວັດແຫ່ງຫນຶ່ງ ຕ.ທັບໃຕ້ ອ.ຫົວຫີນ ຈ.ປະຈວບຄີລີຂັນ ມື້ວານນີ້

11 ພຶດສະພາ 2563 ກອງບັງຄັບການປາບປາມ ຮ່ວມກັບເຈົ້າຫນ້າທີ່ຕຳຫຼວດ ກກ. 5 ບກ.ປ. ໄດ້ຈັບກຸມຕົວ ທ້າວ ຣັດຕະພັນ ຫຼື ໄນນ (ສະຫງວນນາມສະກຸນ) ອາຍຸ 24 ປີ ຜູ້ຕ້ອງຫາຕາມຫມາຍຈັບຂອງສານອາຍາມີນບຸລີ

ໃນຂໍ້ຫາກະທຳຜິດຖານ “ຂົ່ມຂືນກະທຳຊຳເລົາຜູ້ອື່ນໂດຍໃຊ້ກຳລັງຮ້າຍແຮງ ໂດຍບັນທຶກພາບ ແລະ ສຽງການຂົມຂືນກະທຳຊຳເລົານັ້ນໄວ້ເພື່ອສະແຫວງຫາຜົນປະໂຫຍດ ສຳຫຼັບຕົນເອງ ຫຼື ຜູ້ອື່ນ ແລະ ເຜີຍແພ່ ຫຼື ສົ່ງຕໍ່ພາບ

ຫຼື ສຽງການຂົ່ມຂືນກະທຳຊຳເລົາທີ່ບັນທຶກໄວ້ ເຂົ້າເຖິງໂດຍລະບົບຄອມພິວເຕີ້ທີ່ມີມາການປ້ອງກັນການເຂົ້າເຖິງໂດຍສະເພາະ ແລະ ມາດຕະການນັ້ນບໍ່ໄດ້ມີໄວ້ສຫຼັບຕົນ ແລະ

ນຳເຂົ້າສູ່ລະບົບຄອມພິວເຕີ້ຊຶ່ງຂໍ້ມູນຄອມພິວເຕີ້ໃດໆ ທີ່ມີລັກສະນະອັນລາມົກ ແລະຂໍ້ມູນຄອມພິວເຕີ້ນັ້ນປະຊາຊົນທົ່ວໄປອາດເຂົ້າເຖິງໄດ້” ໂດຍສາມາດຈັບກຸມໄດ້ທີ່ບ້ານພັກຄົນງານພາຍໃນວັດແຫ່ງຫນຶ່ງ ຕ.ທັບໃຕ້ ອ.ຫັວຫິນ ຈ.ປະຈວບຄີລີຂັນ ເມື່ອວັນທີ່ 10 ພຶດສະພາ 2563

ການຈັບກຸມສືບເນື່ອງຈາກ ຜູ້ຕ້ອງຫາ ໄດ້ຄົບຫາກັບນາງສາວມາຍ (ຜູ້ເສຍຫາຍ) ອາຍຸ 19 ປີ ໂດຍເປັນແຟນກັນມາກວ່າ 2 ເດືອນ ຊຶ່ງພາຍຫລັງ ນາງສາວມາຍ ຕ້ອງການຈະບອກເລິກຜູ້ຕ້ອງຫາ

ຈົນກະທັ້ງວັນທີ່ 27 ກຸມພາ 2563 ທັງຄູ່ໄດ້ນັດມາເວົ້າຈາປັບຄວາມເຂົ້າໃຈກັນ ແຕ່ເນື່ອງຈາກຝ່າຍຍິງຈັບໄດ້ວ່າຝ່າຍຊາຍມີຜູ້ຍິງອື່ນ ຈຶ່ງບອກເລິກແລ້ວຂໍຊແຍກທາງກັນ

ແຕ່ປາກົດວ່າ ໄນນ ເກີດຄວາມບໍ່ພໍໃຈ ຈຶ່ງໃຊ້ກຳລັງບັງຄັບຂົ່ມຂືນຝ່າຍຍິງຈົນສຳເລັດແບບຊະໃຈ ແລະ ລະຫວ່າງນັ້ນ ທ້າວ ໄນນ ໄດ້ນຳໂທລະສັບທມືຖືຂອງຕົວເອງຂຶ້ນມາບັນທຶກຄລິບວິດີໂອຂະນະກຳລັງມີເພດສຳພັນພັນກັນເກັບເອົາໄວ້

ຈາກນັ້ນວັນທີ່ 2 ມີນາ 2563 ທ້າວ ໄນນ ໄດ້ນຳຄລິບດັ່ງກ່າວໂພສລົງເຟສບຸ໊ກຂອງນາງສາວມາຍ ເພື່ອປະຈານ ເຮັດໃຫ້ຝ່າຍຍິງໄດ້ຮັບຄວາມອັບອາຍ ຈຶ່ງມາຮ້ອງທຸກຕໍ່ພະນັກງານສອບສວນ

ສນ.ບາງຊັນ ເພື່ອດຳເນີນຄະດີກັບທ້າວ ໄນນ ຕໍ່ໄປ ພາຍຫລັງພະນັກງານສອບສວນໄດ້ຮວບຮວມພະຍານຫລັກຖານຢື່ນຄຳຮ້ອງຂໍອອກຫມາຍຈັບຕໍ່ສານອາຍາ ມີນບຸລີ

ຕໍ່ມາ ຕຳຫຼວດກອງກຳກັບການ 5 ກອງບັງຄັບການປາບປາມ ສືບຮູ້ວ່າ ຜູ້ຕ້ອງຫາໄດ້ຫລົບຫນີຈາກຈັງຫວັດກຣຸງເທບ ໄປກົບດານຢູ່ໃນພື້ນທີ່ ຈ.ປະຈວບຄີລີຂັນ

ຕຳຫຼວດຊຸດຈັບກຸມຈຶ່ງໄດ້ລົງພື້ນທີ່ສືບສວນຫາຂ່າວຈົນກະທັ້ງຮູ້ວ່າ ຜູ້ຕ້ອງຫາໄດ້ຫລົບຫນີມາຮັບຈ້າງເຮັດວຽກນກໍ່ສ້າງທີ່ ຈ.ປະຈວບຄີລີຂັນ ຈຶ່ງນຳກຳລັງຕຳຫຼວດເຂົ້າຈັບກຸມ ແລະ ດຳເນີນຄະດີຕາມກົດຫມາຍຕໍ່ໄປ

ເບື້ອງຕົ້ນ ຈາກການສອບຖາມຜູ້ຕ້ອງຫາ ໃຫ້ການຮັບສາລະພາບວ່າ ໄດ້ຖ່າຍຄລິບຝ່າຍຍິງປະຈານໃນໂຊຊ້ຽວແທ້ ແຕ່ບໍ່ໄດ້ຂົ່ມຂືນ

ສາລະໜ້າຮູ້