ລ່າສຸດ WHO ແຈ້ງເຕືອນ ໂຄວິດ-19 ອາດຈະແຜ່ລະບາດຂຶ້ນເປັນຄັ້ງທີ່ 2 ໄດ້

ລ່າສຸດ WHO ແຈ້ງເຕືອນ ໂຄວິດ-19 ອາດຈະແຜ່ລະບາດຂຶ້ນເປັນຄັ້ງທີ່ 2 ໄດ້

ໂຄສົກຂອງອົງການອະນາໄມໂລກ ປະຈຳຢູ່ສະຫະພັນລັດເຊຍ ທ່ານ ນາງ Melita Vujnovich ແຈ້ງເຕືອນວ່າ ໄວຣັດໂຄໂຣນ່າ ອາດຈະແຜ່ລະບາດຂຶ້ນເປັນຄັ້ງທີ 2.

ໜັງສືພິມ Sputnik ຂອງລັດເຊຍ ອອກຂ່າວວ່າ ສັດສ່ວນທີ່ຈະພົ້ນຈາກມະຫັນຕະໄພ ໂຄວິດ-19 ຄັ້ງທີສອງນີ້ໄດ້ ແມ່ນໜ້ອຍທີ່ສຸດ, ບັນຫາດັ່ງກ່າວນີ້ອາດຈະເກີດຂຶ້ນຖ້າປະຊາຊົນຫາກເຜີຕົວ ບໍ່ເອົາໃຈໃສ່ ຫວ່າງມໍ່ໆມານີ້ ຜູ້ແທນສະພາແຫ່ງຊາດ ດູມາ ຂອງລັດເຊຍ ຈາກພັກ ລັດເຊຍ

ເອກະພາບ  ໄດ້ຈັດຕັ້ງກອງປະຊຸມຖະແຫຼງຂ່າວ ວີດີໂອ ຮ່ວມກັບຜູ້ຕາງໜ້າ ອົງການອານາໄມໂລກ ປະຈຳຢູ່ສະຫະພັນລັດເຊຍ.ຮອງປະທານຜູ້ທີໜຶ່ງ ທ່ານ Adalbi Shkhagoshev ໃຫ້ຮູ້ວ່າ

ມີຫຼາຍບັນຫາທີ່ພົວພັນເຖິງການລະບາດຂອງມະຫັນຕະໄພໂຄວິດ-19 ຕອບຄຳຖາມຂອງທ່ານ Shkhagoshev ທ່ານ

ນາງ Vujnovich ກ່າວວ່າ: ຕ້ອງເຂົ້າໃຈວ່າ ໄວຣັດ ມັນບໍ່ໄດ້ໄປໃສ ຍ້ອນສະນັ້ນ ການກະໂດດຂັ້ນເທື່ອທີສອງນີ້ອາດຈະເກີດຂຶ້ນໄດ້ໃນເມື່ອປະຊາຊົນຫາກລະເຫຼີງ ສ່ວນວ່າມັນຈະຮຸນແຮງສໍ່າໃດນັ້ນຍັງຂຶ້ນຢູ່ກັບ

ລະບົບດູແລສຸຂະພາບ ແລະ ລະບົບຕອບໂຕ້ໄວຢູ່ໃນລະດັບໃດນັ້ນເອງ ທ່ານ ນາງ Vujnovich ເນັ້ນວ່າ ໃນຂະນະທີ່ຍັງບໍ່ທັນມີວັກແຊັງນີ້ ການລະບາດຄັ້ງໃໝ່ຂອງໄວຣັດ ໂຄໂຣນ່າ ສາຍພັນໃໝ່ ມີຄວາມສາມາດເປັນໄປໄດ້ສູງ.

 

ສາລະໜ້າຮູ້