ເລື້ອງລາຄາຄ່າກະແສພະລັງງານໄຟຟ້າທີ່ເຮັດໃຫ້ມີຜົນສະທ້ອນຕໍ່ສັງຄົມ ໃຫ້ທາງລັດວິສາຫະກິດໄຟຟ້າລາວຄິດໄລ່ຄືນໃໝ່ເລື່ອງການໃຊ້ພະລັງງານໄຟຟ້ານີ້ເພາະວ່າການຄິດໄລ່ແບບນີ້ເຫັນວ່າມັນແພງເກີນໄປມັນບໍ່ຍຸດຕິທຳຕໍ່ ປ/ຊ ມັນເປັນການຂູດຮີດ ປ/ຊ ຫຼາຍໃຫ້ຄິດໄລ່ແບບເກົ່າຄືນຫຼັງຈິ່ງເໝາະສົມ
ເຮັດເປັນສອງປະເພດຄືນ
ໄຟປະຊາຊົນທົ່ວໄປ 350 ກີບ/Kwh
ໄຟທຸລະກິດອື່ນໆທົ່ວໄປ 750-800 ກີບ/Kwh
ພະລັງງານທີ່ໃຊ້ໃນເດືອນຈະນ້ອຍຫຼາຍເທົ່າໃດຄູນອອກມາແລ້ວຫານໃຫ້ 2 ເພື່ອເປັນການຫຼຸດແລະຜ່ອນຜັນໃຫ້ ປ/ຊ
ຖ້າຈະຄິດໄລ່ແບບໃໝ່ທີ່ຜ່ານມານີ້ຖືວ່າບໍ່ຍຸດຕິທັມຕໍ່ ປ/ຊ
ການໃຊ້ພະລັງງານໄຟທຸກປະເພດທຸກຊົນຊັ້ນ
ການໃຊ້ພະລັງງານໃນເດືອນ 150 Kwh ຄູນ 350 ກີບ
ການໃຊ້ພະລັງງານໃນເດືອນຖ້າໃຊ້ 151 Kwh ຂຶ້ນໄປ ຄູນ 750 ກີບ ແບບນີ້ແມ່ນບໍ່ຍຸດຕິທັມຕໍ່ ປ/ຊ ສຸດທ້າຍນີ້ໃຫ້ລັດວິສາຫະກິດໄຟຟ້າລາວຈົ່ງແກ້ໄຂຕາມນີ້ດ້ວຍ
ເມື່ອທ້າຍປີ 2019 ຜ່ານມານີ້ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖະມົນຕຣີ ແຫ່ງ ສປປລາວໄດ້ມີມະຕິກຕົກລົງກັນກັບລັດວິສາຫະກິດໄຟຟ້າລາວ ວ່າຈະມີການຜ່ອນຜັນ ຫຼຸດລາຄາໄຟຟ້າໃຫ້ແກ່ ປ/ຊ ແລະຜູ້ຊົມໃຊ້ທຸກພາກສວ່ນ 50% ຈົນມາເຖິງປັຈຈຸບັນນີ້ເຫັນວ່າຄ່າໄຟຟ້າແຫ່ງແພງຂຶ້ນຫຼາຍເທົ່າຕົວ ເຊິ່ງເຮັດໃຫ້ສັງຄົມທັງໂລກວິຈານກັນໄປຕ່າງໆນາໆແລະມີຜົນສະທ້ອນຕໍ່ປະເທດຊາດຢ່າງມະຫັນ ເພາະທົ່ວໂລກຮູ້ກັນດີວ່າ
ປະເທດລາວເປັນອັນດັບ 1 ຂອງອາຊຽນທາງດ້ານພລັງງານໄຟຟ້າ ເພາະວ່າມືເຂື່ອນໄຟຟ້າເກືອບ 100 ແຫ່ງໃນທົ່ວປະເທດ ເພາະສະນັ້ນລັດວິສາຫະກິດໄຟຟ້າລາວຕ້ອງຮ່ວມໄມ້ຮ່ວມມືຮ່ວມຈິດຮ່ວມໃຈກັບຣັຖະບານຕ້ອງເປັນເສກກະສັນເປັນຈິດນຶ່ງໃຈດຽວກັນເພື່ອປະເທດຊາດ ແລະ ປ/ຊ ຕ້ອງໃຫ້ສົມກັບຄຳວ່າປະເທດ ແບັຕເຕຼີຣີອາຊຽນ ລາຍງານຈາກ ສຳນັກງານນາຍົກຣັດຖະມົນຕຣີສປປລາວ