ແຝດ5 ຄົນໃນລາວຕອນນີ້ໃຫຍ່ ແລະເຂົ້າໂຮງຮຽນແລ້ວ

ແຝດ5 ຄົນໃນລາວຕອນນີ້ໃຫຍ່ ແລະເຂົ້າໂຮງຮຽນແລ້ວ

ເຊື່ອເຫຼືອເກີນວ່າການລ້ຽງລູກຄົນໜຶ່ງໃຫ້ໃຫຍ່ກິນໄດ້ຍ່າງເປັນ ບໍ່ແມ່ນເລື່ອງທຳມະດາ ແລ້ວລ້ຽງລູກ 5 ຄົນຈົນໃຫຍ່ຈະຫຍຸ້ງຍາກສາຫັດພຽງໃດ ກໍ່ຄູນຄວາມເມື່ອຍເປັນອີກຫຼາຍທົບ ແຕ່ພໍ່ແມ່ແນວໃດກໍ່ພໍ່ແມ່ ເຮົາມາເບິ່ງການເຕີບໂຕຂອງຫຼານນ້ອຍແຝດ 5 ຂອງລາວ ຜູ້ໃຫ້ກຳເນີດເຮັດແນວໃດຫຼານໆຄືໃຫຍ່ກ້າໜ້າບານກັນທຸກຄົນໜ້າຮັກສຸດໆ

ຫຼານແຝດ 5 ຄົນຜູ້ນີ້ເກີດເມື່ອວັນທີ 17 ມິຖຸນາ 2014 ມີແມ່ເພິ່ນຊື່ ນາງ ຂັນທະລີ ຈັນທະລັງສີ, ປັດຈຸບັນຢູ່ ບ້ານ ຄຳສະຫວາດ, ເມືອງ ໄຊເສດຖາ, ນະຄອນຫຼວງວຽງຈັນ, ສ່ວນລູກທັງ 5 ຄົນເປັນຍິງ 3 ຊາຍສອງມີຊື່ວ່າ: ທ້າວ ອານັນ, ນາງ ອາຫຼິນ, ທ້າວ ອານົນ, ນາງ ອາຫຼານ ແລະ ນາງ ອາໝວຍ

ຫຼານໆແຝດ 5 ຂອງພໍ່ກົງຕາ ແລະແມ່ຂັນທະລີ ຕອນນີ້ມີອາຍຸໄດ້ 5 ປີ 7 ເດືອນ ແລ້ວ ມີແຕ່ຜູ່ໜ້າຮັກໜ້າຊັງ ໃຜເຫັນກໍ່ສະອອນຢາກໄດ້ເດໆ ແຕ່ທ່ານອາດບໍ່ເຫັນມຸມໜຶ່ງຂອງການລ້ຽງດູວ່າມີຄວາມຫຍຸ້ງຍາກພຽງໃດ ພໍ່ແມ່ຂອງຫຼານແຝດ5 ບອກວ່າ ເນື່ອງຈາກຖືພາ ແລະເກີດພ້ອມກັນ 5 ຄົນເດັກນ້ອຍແຕ່ລະຄົນມີພູມຕ້ານທານບໍ່ຫຼາຍ

ຊຶ່ງຕ້ອງໄດ້ມີການເບິ່ງແຍງພວກເຂົາແບບໃກ້ຊິດ ໂດຍສະເພາະແມ່ນໄລຍະແລກເກີດຫາ 3 ປີ ເດັກນ້ອຍຈະມັກບໍ່ສະບາຍຢູ່ເລື້ອຍໆ ແລະ ຈະເປັນໄລຍະທີ່ຫຍຸ້ງຍາກທີ່ສຸດ ບໍ່ວ່າຈະເປັນໄຂ້ເປັນໄອກໍເປັນພ້ອມກັນ ດີທີ່ເດັກນ້ອຍທັງ 5 ມີເອື້ອຍລ້ຽງແຕ່ລະຄົນຊ່ວຍກັນເບິ່ງ ຈຶ່ງເຮັດໃຫ້ເລື່ອງຍາກກາຍເປັນງ່າຍ ແນວໃດກໍ່ດີ ເອື້ອຍລ້ຽງຂອງຫຼານແຝດ5 ກໍ່ເຮັດໜ້າທີ່ພຽງຊ່ວຍລ້ຽງດູເບິ່ງແຍງ ໃຫ້ລູກໆໄດ້ກິນເຂົ້າ, ອາບນ້ຳ ຕາມເວລາ ແຕ່ແມ່ຈະຢູ່ກັບພວກເຂົາຕະຫຼອດ ຄອຍບອກ, ສອນ, ຊ່ວຍເວົ້າທຸກຢ່າງ

ເມື່ອກ້າວຂ້າມໄວ 1-3 ປີຫຼານນ້ອຍອາຍຸໄດ້ 3-4 ປີ ກໍເລີ່ມປັບສະພາບໄດ້ແລ້ວ ຊຶ່ງຜູ້ເປັນພໍ່ເປັນແມ່ໄດ້ຈັດລະບົບໃຫ້ພວກເຂົາວ່າ ໂມງກິນເຂົ້າເວລາໃດ, ໂມງຫຼິ້ນເວລາໃດ ແລະ ໂມງນອນເວລາໃດ ແຕ່ຄອບຄົວຂອງເພິ່ນກໍຖືວ່າມີຄວາມໂຊກດີຫຼາຍທີ່ເດັກນ້ອຍ 5 ຄົນນີ້ເປັນເດັກຄຳຮູ້

ສຳລັບກິດຈະກຳປະຈຳວັນຂອງແຝດ 5 ລາວໃນແຕ່ລະມື້ ແມ່ນຈະຕື່ນເວລາ 6 ໂມງເຊົ້າ ເພື່ອອາບນ້ຳ, ນຸ່ງເຄື່ອງ, ກິນເຂົ້າ ຫຼັງຈາກນັ້ນ ເວລາ 7:00 – 7:10 ໂມງ ກໍຈະໄປໂຮງຮຽນ, ຫຼັງຈາກເລີກຮຽນມາເຮືອນກໍເຮັດວຽກບ້ານກ່ອນ, ອາບນ້ຳ, ກິນເຂົ້າ, ເຮັດກິດຈະກຳກັບພໍ່ແມ່ ແລະ ເອື້ອຍ ຈາກນັ້ນປະມານ 9:00-10:00 ໂມງ ກໍເຂົ້ານອນ

ສາລະໜ້າຮູ້