ເລື່ອງລາວສຸດສະເທືອນໃຈ ເມື່ອຮູ້ວ່າຊູ້ຄືແມ່ຕົນເອງ

ເລື່ອງລາວສຸດສະເທືອນໃຈ ເມື່ອຮູ້ວ່າຊູ້ຄືແມ່ຕົນເອງ

ເປັນອີກຫນຶ່ງເລື່ອງລາວສຸດສະເທືອນໃຈ ສຳລັບ Jiang Ping ດາລາສາວຊາວຈີນ ບໍ່ດົນມານີ້ລາວເລົ່າເຖິງຊີວິດແຕ່ງງານເມື່ອ 20 ກວ່າປີກ່ອນໃນລາຍການຫນຶ່ງ ບອກວ່າຕອນເປັນສາວລາວບໍ່ສົນໃຈທີ່ຄອບຄົວຄັດຄ້ານການແຕ່ງງານ ຢືນຢັນຈະແຕ່ງງານກັບສາມີທີ່ແກ່ກວ່າໂຕເອງ 14 ປີ ແລ້ວກໍ່ຢື້ຄວາມສຳພັນໄວ້ໄດ້ຢ່າງຍາກລຳບາກເປັນເວລາ 7 ປີ ສາມີລາວນອກໃຈແຖມອີກຝ່າຢກໍ່ຄືແມ່ແທ້ ໆ ຂອງລາວນັ້ນເອງ ເຮັດໃຫ້ລາວເສຍໃຈຈົນແທບຈົບຊີວິດໂຕເອງ

ຈາກການລາຍງານຂອງສື່ທ້ອງຖິ່ນ ບໍ່ດົນມານີ້ດາລາສາວ Jiang Ping ອາດີດສະມາຊິກວົງ Age 48 ໄປອອກລາຍການໂທລະທັດລາຍການຫນຶ່ງແລ້ວເລົ່າເຖິງຊີວິດໂຕເອງ ລາວກັບອາດີດສາມີທີ່ອາຍຸຫ່າງກັນ 14 ປີຕັ້ງແຕ່ເລີ່ມຮູ້ຈັກ ຈົນຄົບກັນໃຊ້ເວລາປະມານ 1 ປີເຄີ່ງ ຕອນນັ້ນລາວໃນໄວ 21 ປີໝັ້ນໃຈຫນັກຫນາວ່າອີກຝ່າຍຄືຄູ່ຊີວິດ ບໍ່ວ່າໃຜຈະຄັດຄ້ານ ຫລື ບອກວ່າຜູ້ຊາຍຄົນນີ້ບໍ່ດີສ່ຳໄດ ແຕ່ລາວກໍ່ຄິດວ່າເປັນຊີວິດຂອງລາວ ບໍ່ຟັງໃຜທັງນັ້ນ ຢືນຢັນຈະແຕ່ງງານກັບອີກຝ່າຍ ແລ້ວໃນທີ່ສຸດກໍ່ໄດ້ຮັບການຍິນຍອມຈາກພໍ່ແມ່ ລາວເລົ່າວ່າຕອນເລີ່ມຕົ້ນຊີວິດແຕ່ງງານນັ້ນມີຄວາມສຸກຫຼາຍ ລາວມີລູກທີ່ໜ້າຮັກໃຫ້ອີກຝ່າຍຫນຶ່ງຄົນ ຈົນຮອດປີທີ່ 7 ຢູ່ ໆ ລາວກໍ່ໄດ້ຮູ້ຈາກປາກເພື່ອນບ້ານວ່າ ສົງໃສວ່າສາມີລາວຈະມີຊູ້ບວກກັບລາວເອງກໍ່ຮູ້ສຶກວ່າເຄີ່ງປີມານີ້ ສາມີເຮັດໂຕບໍ່ຄືເກົ່າ ເຖິງຂັ້ນບໍ່ແຕະຕ້ອງໂຕລາວເລີຍ ລາວກໍ່ເລີຍຕັດສິນໃຈກັບບ້ານໄປຖາມ ປາກົດວ່າຫລັງຈາກຖາມຢູ່ຫລາຍຄັ້ງ ອາດີດສາມີກໍ່ຫລຸດປາກອອກມາ ຂ້ອຍເອົາຢູ່ທັງເຈົ້າ ແລະ ທັງແມ່ເຈົ້າ ຕອນນັ້ນລາວແທບບໍ່ເຊື່ອຫູ ຮີບໂທໄປຫາແມ່ທັນທີ ນຶກບໍ່ເຖິງວ່າແມ່ຈະວາງຫູໃສ່ ແຖມຍັງບໍ່ຍອມເຈິຫນ້າ

ພຽງແຕ່ຄືນດຽວກໍ່ພົບວ່າຖືກຄົນທີ່ຮັກທີ່ສຸດ 2 ຄົນທຳຮ້າຍລາວຮູ້ສຶກເສຍໃຈສັບສົນຢ່າງທີ່ສຸດ ແຕ່ເພາະລາວຍອມປ່ອຍຄວາມຮັກຄັ້ງນີ້ໄປບໍ່ໄດ້ ຈຶ່ງຕັດສິນໃຈເລືອກສາມີເກົ່ານຶກບໍ່ເຖິງວ່າອີກຝ່າຍກັບຕ້ອງການແຕກຫັກກັບແມ່ ແຖມຍັງເວົ້າຢ່າງບໍ່ລະອາຍວ່າແມ່ລາວລໍ້ລວງເຂົາ ຖ້າຂ້ອຍບໍ່ເຮັດແບບນີ້ ແມ່ເຈົ້າກໍ່ໄປຫາຜູ້ຊາຍຄົນອື່ນຢູ່ດີ ລາວໄດ້ຍິນນແບບນັ້ນກໍ່ຢາກຈະຮັບໄດ້ແຕ່ກໍ່ຍັງຢາກໃຫ້ໂອກາດອາດີດສາມີອີກຄັ້ງ ເພື່ອຮັກສາຊີວິດແຕ່ງງານໄວ້ ດັ່ງນັ້ນລາວກັບອາດີດສາມີຈຶ່ງຍ້າຍບ້ານ ຈາກເດິມທີ່ອາໄສັຢູ່ໃກ້ໆ ບ້ານແມ່ ແຕ່ຜ່ານໄປບໍ່ດົນ ສັນດານຂອງສາມີເກົ່າກໍ່ກັບມາລາວຮູ້ສຶກສິ້ນຫວັງ ແລະ ຕັດສິນໃຈປະກັບເຂົາ

ລາວສາລະພາບໃນລາຍການວ່າ ຕອນນັ້ນລາວເຈັບປວດຫຼາຍ  ລາວຕ້ອງການຈົບຊີວິດໂຕເອງ ໂຊກດີທີ່ຕໍ່ມາຄິດຮອດລູກ ລູກຈະບໍ່ມີແມ່ບໍ່ໄດ້ ສຸດທ້າຍລາວເລົ່າວ່າ ຈົນເຖຶງປັດຈຸບັນນີ້ຄວາມສຳພັນທຂອງລາວກັບແມ່ກໍ່ຍັງຄົງຊະງັກ ພີ່ນ້ອງຫລາຍ ໆ ຄົນຄິດວ່າລາວບໍ່ກະຕັນຍູ ແຕ່ລາວບໍ່ສາມາດເອົາເລື່ອງໜ້າກຽດໃນຄອບຄົວໄປບອກຄົນອື່ນໄດ້

ສາລະໜ້າຮູ້