ເປັນອີກຫນຶ່ງເລື່ອງລາວ ອຸທາຫອນເຕືອນໃຈເຫລົ່າຊາຍຫນຸ່ມທັ້ງຫລາຍ ເມື່ອສຳນັກຂ່າວຕ່າງປະເທດ ລາຍງານວ່າ ກາລິ ກິນັນຈານ ດາລາຫນຸ່ມອາຍຸ 32 ປີ ຊາວອິນໂດນີເຊຍ ຊີວິດປ່ຽນໄປຕະຫລອດການ ຫລັງວິຈານອະໄວຍະວະເພດ ຟາອິລຸຊະອາລາຟິກ ດາລາສາວ ອາຍຸ34 ປີ ອະດີດພັນລະຍາ ວ່າເຫມັນ ຄືກິ່ນປາເຄັມ ຈົນຖືກສານຕັດສິນໂທດຈຳຄຸກ 2 ປີ 4 ເດືອນ
ຄວາມຂັດແຍ້ງຄັ້ງນີ້ ເລີ້ມຕົ້ນຂຶ້ນເມື່ອ ກາລິ ໄດ້ໄປເປັນແຂກຮັບເຊີນ ຜ່ານຄິບເທິງແຊນແນນຢູທູບຂອງ ເລຍ ອູຕາມິ ນັກຂ່າວສາວ ແລະ ປາໂບນ ເບີນົວ ສາມີຂອງລາວ ໂດຍໃນຄິບ ກາລີໄດ້ອອກມາເປີດເຜີຍເລື່ອງລາວຕ່າງໆ ບໍ່ເວັ້ນແມ້ກະທັ້ງເລື່ອງເທິງຕຽງ ທີ່ກາລິອອກມາເວົ້າບໍ່ເຫມາະສົມ ເຖິງຂັ້ນເລົ່າລີລາເຊັກຂອງ ຟາອິລຸຊ ພ້ອມທັ້ງສາລະພາບວ່າເຂົາສາມາດມີເຊັກໄດ້ນານສຸດພຽງ 15 ນາທີເທົ່ານັ້ນ ເພາະກິ່ນອະໄວຍະວະເພດຂອງຟາອິລຸຊ ນັ້ນເຫມັນຄືກິ່ນປາເຄັມ
ຄິບ ດັ່ງກ່າວ ກາຍເປັນປະເດັນດັງໄປທົ່ວໂລກອອນລາຍຂອງອິນໂດນີເຊຍ ຈົນຟາອິລຸຊທົນບໍ່ໄດ້ ຕ້ອງອອກຍຶ່ນຟ້ອງຮ້ອງ ກາລິ ເຣຢ໌ ແລະປາໂບນ ໂທດຖານສ້າງຄວາມເສື່ອມເສຍໃຫ້ກັບລາວ ແລະເຜີຍແພ່ຂໍ້ມູນອັນຜິດສິນລະທຳ
ຫລັງຈາກສູ້ຄະດີມາຢ່າງຍາວນານຕັ້ງແຕ່ ເດືອນກ.ຄ.2562 ໃນທີ່ສຸດ ຟາອິລຸຊ ກໍ່ໄດ້ຮັບຄວາມເປັນທຳ ເມື່ອກາລິ ເຣຍ ແລະປາໂບນ ຖູກດຳເນີນຄະດີໃນຄວາມຜິດທາງອາຍາ ກົດຫມາຍວ່າດ້ວຍຂໍ້ມູນແລະກິດຈະກຳທາງອິເລັກທໍໍນິກ ໃນຂໍ້ຫາເຜີຍແພ່ເນື້ອຫາອັນຫມິ່ນປະມາດ