ຕິກ ອະດີດເມຍໜຸ່ມ ສອນລາມ ຍອມຮັບຄອບຄົວແຕກແຍກເພາະຕົນເອງຕິດໜີ້ການພະນັນອອນລາຍ (ມີຄລິບ)

ຕິກ ອະດີດເມຍໜຸ່ມ ສອນລາມ ຍອມຮັບຄອບຄົວແຕກແຍກເພາະຕົນເອງຕິດໜີ້ການພະນັນອອນລາຍ (ມີຄລິບ)

ຫຼັງພະເອກລຸ້ນໃຫ່ຍ ໜຸ່ມສອນລາມ ເທບພິທັກ ໂພດຮູບຫຼັກຖານໃບຢ່າຮ້າງ ພ້ອມປະກາດຢຸດຕິຄວາມສຳພັນ ສາມີພັນລະຍາ ກັບ” ຕິກ ການິດທາຣິນ

ແລະ ຫຼ້າສຸດ ວັນທີ 7 ກັນຍາ 2020 “ຕິກ ການິດທາຣິນ” ອະດີດພັນລະຍາພະເອກລຸ້ນໃຫ່ຍຊື່ດັງ ໜຸ່ມ ສອນລາມ ເທບພິທັກ ໄດ້ອອກມາເປີດໃຈທັງນໍ້າຕາໃນລາຍການ ໂຫນກະແສ ພ້ອມເຜີຍວ່າໄດ້ອອກຈາກບ້ານມາ 11 ມື້ແລ້ວ,

ສາເຫດທີ່ເຮັດໃຫ້ຮັກຫຼົ່ມນັ້ນ ຕິກຍອມຮັບວ່າເປັນເພາະເລື່ອງເງິນ ຕົນຕິດໜີ້ການພະນັນອອນລາຍ ໂດຍຊີ້ແຈງວ່າໜຸ່ມ ສອນລາມ ຮັບຮູ້ເລື່ອງໜີ້ຂອງຕົນ ຕັ້ງແຕ່ກ່ອນແຕ່ງງານ ແລະ ທີ່ຜ່ານມາອະດີດສາມີກໍ່ຊ່ວຍເຫຼືອ ແລະະ ໃຊ້ໜີ້ແທນໃຫ້ທຸກຄັ້ງ ແຕ່ຫຼັງຈາກທີ່ແຕ່ງງານຕົນຍອມຮັບວ່າບໍ່ໄດ້ບອກໜີ້ທັງໝົດ ເຊື່ອວ່າທີ່ອີກຝ່າຍໝົດໃຈ ເພາະຕ້ອງມາຕາມໃຊ້ໜີ້ໃຫ້ຕົນ ສ່ວນທີ່ໜຸ່ມສອນລາມ ແຈ້ງຄວາມປົມເງິນໃນບັນຊີຫາຍໄປ ກວ່າເຄິ່ງລ້ານບາດ ຕິກ ເຜີຍວ່າຕົນເປັນຄົນນຳບັດ ATM ຂອງອະດີດສາມີໄປກົດເງິນອອກມາເອງ.

(ຟັງຄລິບ)

ຂ່າວທົ່ວໄປ