ຈອດລົດຈັກລົມກັນຢູ່ຂ້າງທາງ ລົດໃຫ່ຍແລ່ນມາດ້ວຍຄວາມໄວຕຳເອົາ ເສຍຊີວິດ 5 ຄົນ

ຈອດລົດຈັກລົມກັນຢູ່ຂ້າງທາງ ລົດໃຫ່ຍແລ່ນມາດ້ວຍຄວາມໄວຕຳເອົາ ເສຍຊີວິດ 5 ຄົນ

ຫ້ອງການຕໍາຫລວດຈາລະຈອນ ເມືອງປາກກະດິງ ແຂວງບໍ່ລິຄໍາໄຊ ໄດ້ລາຍງານຄວາມຄືບໜ້າຫຼ້າສຸດໃນບໍ່ດົນມານີ້ ກ່ຽວກັບອຸປະຕິເຫດລົດໃຫ່ຍຕໍາລົດຈັກ 3 ຄັນລວດໃຫ້ຮູ້ວ່າ: ຮອດປັດຈຸບັນ 4 ຄົນ (ຍິງ 3) ທີ່ໄດ້ຮັບບາດເຈັບສາຫັດ ຈາກອຸປະຕິເຫດລົດໃຫ່ຍຕໍາລົດຈັກ ຢູ່ບ້ານນໍ້າສາງ ເມືອງປາກກະດິງ ແຂວງບໍລິຄໍາໄຊ (ເສັ້ນທາງ 13 ໃຕ້) ທີ່ມີຜູ້ເສຍຊີວິດຄາທີ່ 5 ຄົນ (ຍິງ 3)

ເກີດຂຶ້ນໃນເວລາປະມານ 23 ໂມງ 35 ຂອງວັນທີ 31 ພຶດສະພາ 2020 ພວກເຂົາຍັງນອນຮັກສາໂຕຢູ່ໂຮງໝໍ ແລະ ຍັງບໍ່ສາມາດໃຫ້ການກ່ຽວກັບສາເຫດທີ່ເກີດອຸປະຕິເຫດໃນຄັ້ງນີ້ໄດ້ເທື່ອໂດຍສະເພາະແມ່ນຜູ້ຂັບລົດໃຫຍ່ ຊຶ່ງເປັນເປັນເພດຍິງ ຊື່ ນາງແອນນີ່ ອາຍຸ 18 ອາຊີບ ນັກຮຽນ ປະຊາຊົນ ຢູ່ບ້ານນໍ້າສາງ ເມືອງປາກກະດິງ ແຂວງ ບໍລິຄໍາໄຊ.

ຫ້ອງການຕໍາຫລວດຈາລະຈອນ ແຈ້ງໃຫ້ຮູ້ຕື່ມວ່າ: ຜູ້ບາດເຈັບ ແລະ ຜູ້ເສຍຊີວິດທັງໝົດແມ່ນປະຊາຊົນທີ່ອາໄສຢູ່ ເມືອງ ປາກກະດິງ ແຂວງບໍລິຄໍາໄຊ, ລັກສະນະການເກີດອຸປະຕິເຫດແມ່ນລົດໃຫ່ຍແລ່ນມາດ້ວຍຄວາມໄວ ແລະ ໄດ້ຕໍາກົ້ນລົດຈັກ 3 ຄັນລວດ ທີ່ຜູ້ຂັບຂີ່ໄດ້ຈອດລົມກັນຢູ່ແຄມທາງ ໃກ້ຈະຮອດທາງແບ່ງເຂົ້າຫຼັກ 20.

ພາຫະນະທີ່ເປ່ເພ ແມ່ນລົດຈັກທັງ 3 ຄັນບໍ່ສາມາດໃຊ້ການໄດ້. ສ່ວນສາເຫດທີ່ເກີດອຸປະຕິເຫດດັ່ງກ່າວຍັງຢູ່ໃນຂັ້ນຕອນການສືບສວນໂດຍສະເພາະຕ້ອງລໍຖ້າໃຫ້ຄົນເຈັບສາມາດໃຫ້ການໄດ້ກ່ອນ.

ສາລະໜ້າຮູ້