ເປັນເຫດການທີ່ອາດກະທົບກະເທືອນຈິດໃຈບາງທ່ານກໍ່ເປັນໄດ້ ກັບນາທີຊາວບ້ານພົບທາຣົກແລກເກິດຖືກຝັງດິນ ເຫລືອພຽງຂາໂຜ່ພົ້ນດິນຈົນຊາວບ້ານມາເຫັນ ລອດຊີວິດປາຕິຫານ
ສຳນັກຂ່າວ Mirror ລາຍງານຂ່າວສຸດປາຕິຫານທີ່ເກິດຂຶ້ນ ໃນ ຫມູ່ບ້ານໂຊໂນໂຣ ປະເທດ ອິນເດຍ ໂດຍຊາວບ້ານໃນຊຸມຊົນເລົ່າວ່າໄດ້ຍິນສຽງຮ້ອງຄືເດັກທາຣົກດັງແວ່ວມາຈາກພື້ນທີ່ແຫ່ງຫນຶ່ງ ເມື່ອຍ່າງໄປຕາມສຽງປາກົດວ່າເຫັນຂາຂອງເດັກທາຣົກຖືກຝັງດິນແຕ່ມີສຽງຮ້ອງອອກມາກໍ່ເຮັດໃຫ້ຕົກໃຈຫຼາຍ ແລະ ຮີບເກນຊາວບ້ານທີ່ຢູ່ໃກ້ຄຽງມາຊ່ວຍເຫລືອຢ່າງເລັ່ງດ່ວນ
ຫລັງຈາກຊ່ວຍກັນຂຸດຢ່າງຕຶງຄຽດ ເນື່ອງຈາກຕ້ອງລະມັດລະວັງເພື່ອບໍ່ໃຫ້ກະທົບຕໍ່ຮ່າງເດັກ ໃນທີ່ສຸດພວກເຂົາກໍ່ຊ່ວຍຂຶ້ນມາໄດ້ ແລະ ຮີບນຳສົ່ງໂຮງໝໍຢ່າງເລັ່ງດ່ວນ ເມື່ອເຖິງມືຫມໍແລ້ວກໍ່ໄດ້ວິນິໄສວ່າໂຕທາຣົກກືນດິນແຫ້ງເຂົ້າໄປຫຼາຍ ຈົນອຸດຕັນທາງເດິນຫາຍໃຈ ແຕ່ບໍ່ມີຫຍັງຕ້ອງເປັນຫ່ວງເພາະຕອນນີ້ທາຣົກອາການດີຂື້ນແລ້ວ
ແລະ ເປັນບຸນຂອງທາຣົກຄົນນີ້ຫຼາຍທີ່ນອກຈາກຈະລອດຊີວິດມາຢ່າງປາຕິຫານແລ້ວ ໄດ້ມີຍິງສາວຄົນຫນຶ່ງຂໍຮັບທາຣົກຄົນນີ້ໄປລ້ຽງດູ ແລະ ຈະຕ້ອງຢູ່ພາຍໃຕ້ການດູແລຢ່າງໃກ້ຊິດຂອງແພດແລ້ວ ສ່ວນສາເຫດທີ່ທາຣົກຖືກຝັງດິນ ລວມເຖິງໃຜຄືຜູ້ກໍ່ເຫດ ໃຜຄືແມ່ເດັກນັ້ນ ຍັງບໍ່ປາກົດລາຍລະອຽດແນ່ຊັດແຕ່ຢ່າງໃດ ທາງເຈົ້າຫນ້າທີ່ຕຳຫຼວດໄດ້ດຳເນິນການຕິດຕາມຄະດີຕໍ່ໄປ…