ຂ່າວດ່ວນ !!! ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 3 ຄົນ ຈາກແຂວງຫຼວງພະບາງ 2 ແລະ ນະຄອນຫຼວງວຽງຈັນ 1 ລວມທັງໝົດ 6 ຄົນ !!!

ຂ່າວດ່ວນ !!! ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 3 ຄົນ ຈາກແຂວງຫຼວງພະບາງ 2 ແລະ ນະຄອນຫຼວງວຽງຈັນ 1 ລວມທັງໝົດ 6 ຄົນ !!!

ວັນທີ 26 ມີນາ 2020​ ເວລາ 15:00 ໂມງ ຄະນະສະເພາະກິດ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂ ການແຜ່ລະບາດຂອງພະຍາດ ໂຄວິດ-19 ໃຫ້ຮູ້ວ່າ: ມາຮອດມື້ນີ້ ຄະນະສະເພາະພວກໄດ້ກວດພົວຜູ້ຕິດເຊື້ອເພີ່ມຂຶ້ນອີກ 3 ຄົນຄື

1. ເພດຊາຍ ອາຍຸ 42 ອາຊີບຂັບລົດ ຂັບລົດແຂກທ່ອງທ່ຽວ ຢູ່ແຂວງຫຼວງພະບາງ

2. ເພດຊາຍ ອາຍຸ 42 ອາຊີບຂັບລົດ ຂັບລົດແຂກທ່ອງທ່ຽວ ຢູ່ແຂວງຫຼວງພະບາງ ເຊິ່ງທັງສອງຕິດຈາກກໍລະຜູ້ຕິດເຊື້ອເພດຍິງຄົນທີ 1.​

3. ເພດຊາຍ 41 ຢູ່ບ້ານຈຳປາ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຕິດຈາກການສຳພັດຜູ້ຕິດເຊື້ອຄົນທີ 3.​

ທັງນີ້​ ເຮັດໃຫ້ຍອດຜູ້ຕິດເຊື້ອພະຍາດໂຄວິດ-19​ ໃນ ສປປ ລາວ ລວມທັງໝົດ 6 ຄົນ

ຂອບໃຈທີ່ມາ: FM 90

ຂ່າວທົ່ວໄປ