“ແອັບເປິ້ນ ສີສະຫງຽນ” ອາລົມເດືອດໃສ່ຍິງສາວ ທີ່ກ່າວຫາວ່າຕົນເອງລືມຊາດເກີດ

“ແອັບເປິ້ນ ສີສະຫງຽນ” ອາລົມເດືອດໃສ່ຍິງສາວ ທີ່ກ່າວຫາວ່າຕົນເອງລືມຊາດເກີດ

ເປັນປະເດັນດຣາມາຂຶ້ນ ເມື່ອມີຍິງສາວຄົນໜຶ່ງກ່າວຫາວ່າສາວ “ແອັບເປິ້ນ ສີສະຫງຽນ” ລືມຊາດເກີດ ບໍ່ມັກເວົ້າພາສາລາວ, ຈາກເຫດການດັ່ງກ່າວ ເຮັດໃຫ້ ສາວແອັບເປິ້ນ ອອກມາອະທິບາຍວ່າ ເຫດຜົນທີ່ມັກເວົ້າພາສາໄທ ຍ້ອນຕົນມີຜົວເປັນຄົນໄທ ແລະ ເປັນຄົນໃນວົງການບັນເທີງອີກດ້ວຍ

ນອກຈານັ້ນ ວົງການທີ່ຕົນເຮັດວຽກ ເຮັດທຸລະກິດ ແລະ ຈຳນວນຜູ້ຕິດຕາມສ່ວນຫຼາຍກໍ່ເປັນຄົນໄທ 90 ເປີເຊັນ ສະນັ້ນ ເວລາອັດຄລິບ ແລະ ພົວພັນວຽກ ຕົນຈຶ່ງຈຳເປັນຕ້ອງໄດ້ເວົ້າເປັນພາສາໄທເພື່ອສະດວກ ແລະ ເຂົ້າໃຈໃນເວລາປະສານງານ

ສ່ວນເວລາທີ່ຕົນພົບກັບຄົນລາວກໍ່ໄດ້ລົມເປັນພາສາລາວ  ກັບປະເທດລາວກໍ່ເວົ້າພາສາລາວ ແລະ ຢູ່ໃນເຮືອນ ຢູ່ກັບຄອບຄົວພາຍໃນຕົນກໍ່ໄດ້ລົມພາສາລາວເຊັ່ນກັນ ແລະ ບໍ່ແມ່ນຄົນລືມຊາດກຳເນີດຂອງໂຕເອງ ຕົນຮັກ-ເຄົາລົບປະເທດຂອງຕົນເອງສະເໝີ

ພ້ອມນີ້ ແອັບເປິ້ນ ຍັງຝາກໄປບອກຄົນທີ່ກ່າວຫາວ່າຕົນລືມຊາດເກີດ ແລະ ບໍ່ມັກເວົ້າພາສາລາວແດ່ ຂໍໃຫ້ຮັບຮູ້ໄວ້ ເຂົ້າໃຈເຫດຜົນຂອງຕົນ ແລະ ທີ່ສຳຄັນຄວນເບິ່ງພຶກຕິກຳທີ່ຕົນເຮັດຢູ່ທຸກມື້້ນີ້ວ່າມັນສົມຄວນແລ້ວບໍ່

ຂ່າວທົ່ວໄປ