ຖືວ່າເປັນອີກໜຶ່ງຜົນງານທີ່ສະແດງເຖິງສີມືໃນການສະແດງຂອງດາລາສາວ “ແກ້ວຕາ ພອນປະເສີດ” ກັບບົດບາດ ສາວອາພັບຖືກແຟນນອກໃຈໄປມີຄົນໃໝ່ ໃນຜົນງານເພງ “ຖ້າເຈົ້າບໍ່ພໍ” ຂອງ ນໍ້າຝົນ ອິນທະວົງ ທີ່ຫາກໍປ່ອຍອອກມາໃຫ້ໄດ້ເບິ່ງໄດ້ຟັງກັນເມື່ອວານນີ້ (18 ມີນາ 2020).
ການສະແດງເອັມວີໃນຄັ້ງນີ້ຂອງ ແກ້ວຕາ ແມ່ນໂຄຈອນມາພົບກັບດາລາໜຸ່ມຮຸ່ນນ້ອງຢ່າງ “ເພັດຕະກຸນ ບຸນນະຜົນ” ເຊິ່ງຮັບບົດເປັນພະເອກຜູ້ທີ່ບໍ່ໃສ່ໃຈແກ້ວຕາ ແລະ ນອກໃຈໄປມີສາວໃໝ່.
ບົດບາດການສະແດງໃນຄັ້ງນີ້ເປັນການປ່ຽນພາບລັກຂອງສາວຄົນນີ້ທີ່ເຮົາເຄີຍເຫັນເປັນສາວສົດໃສປ່ຽນມາເປັນສາວອົມທຸກ ແລະ ຕ້ອງໄດ້ຫາວິທີແກ້ເຜັດແຟນດ້ວຍການໄປລົມຜູ້ຊາຍຄົນໃໝ່ເຊັ່ນກັນ ເພື່ອເອົາຄືນທີ່ຖືກນອກໃຈ ແລະ ໄດ້ຝ່າຍຊາຍໄດ້ຮູ້ເຖິງຄວາມຮູ້ສຶກຂອງຄົນທີ່ຖືກນອກໃຈຄືນ.
ການສະແດງຂອງສາວຄົນນີ້ຈະສົມບົດບາດ ຕີບົດແຕກສໍ່າໃດນັ້ນ ຕາມໄປເບິ່ງກັນໄດ້ໃນຜົນງານເພງ “ຖ້າເຈົ້າບໍ່ພໍ” ໃນລິ້ງນີ້.