ກຽມຮັບມືໃຫ້ດີ! ລາວເຮົາຈະປະເຊີນທັງໄພແລ້ງແລະລົມພາຍຸລະດູຮ້ອນ ອີກ2ເດືອນຂ້າງໜ້ານີ້

ກຽມຮັບມືໃຫ້ດີ! ລາວເຮົາຈະປະເຊີນທັງໄພແລ້ງແລະລົມພາຍຸລະດູຮ້ອນ ອີກ2ເດືອນຂ້າງໜ້ານີ້

ໃນໄລຍະ 2ເດືອນຕໍ່ໜ້າ ສະພາບຝົນຕົກຈະມີໜ້ອຍ ເຮັດໃຫ້ລະດັບນໍ້າສືບຕໍ່ແຫ້ງລົງຢ່າງຕໍ່ເນື່ອງ ຈະເກີດມີໄພແຫ້ງແລ້ງຢູ່ບາງທ້ອງຖິ່ນເຂດພາກເໜືອ ແລະ ພາກກາງ ພ້ອມເຝົ້າລະວັງໃຫ້ດີ ໄລຍະດຽວກັນອາກາດຈະຮ້ອນເອົ້າຫຼາຍ ອາດເກີດມີພາຍຸລະດູຮ້ອນ ທີ່ມາໃນລັກສະນະຝົນຕົກ ຟ້າຮ້ອງຟ້າເຫຼື້ອມ ຟ້າຜ່າ ໝາກເຫັບຕົກ ແລະ ລົມພັດແຮງ

ຂະນະດຽວກັນໃນບົດລາຍງານຍັງມີຄໍາເຕືອນເຝົ້າລະວັງ ໃນໄລຍະທ້າຍເດືອນມີນາ ຫາ ເມສາ ແມ່ນໄລຍະທີ່ມີອາກາດຮ້ອນເອົ້າຫຼາຍ, ເຊິ່ງມັກຈະເກີດມີພາຍຸລະດູຮ້ອນ ໃນລັກສະນະຝົນຕົກ ຟ້າຮ້ອງ ຟ້າເຫຼື້ອມຟ້າຜ່າ ໝາກເຫັບຕົກ ແລະ ລົມພັດແຮງຢູ່ຕາມບາງທ້ອງຖິ່ນ ໃນໄລຍະທ້າຍຕອນບ່າຍຫາ ຄໍ່າ ເຊິ່ງຈະເຮັດໃຫ້ມີຕົ້ນໄມ້ຫັກລົ້ມ ເສົາໄຟຟ້າລົ້ມ ແລະ ເຮືອນເປ່ເພ

ດັ່ງນັ້ນຈຶ່ງເຕືອນມາຍັງປະຊາຊົນໃຫ້ມີສະຕິລະວັງຕົວຕໍ່ສະພາບອາກາດຮ້າຍແຮງດັ່ງກ່າວ ທີ່ອາດຈະເກີດຂຶ້ນໄດ້ໃນໄລຍະເດືອນມີນາ ຫາ ເມສາ ພ້ອມນີ້ ກໍ່ຄວນມີການວາງແຜນນໍາໃຊ້ນໍ້າຢ່າງປະຢັດ ພ້ອມທັງໃຫ້ຕິດຕາມການລາຍງານສະພາບອາກາດ ແລະ ລະດັບນໍ້າ ຈາກກກົມອຸຕຸນິຍົມ ແລະ ອຸທົກກະສາດເປັນປະຈໍາ

ຂ່າວທົ່ວໄປ