ອາຍຸເພີ່ມຂຶ້ນອີກປີ ສຳລັບສາວນາງຟ້າຂອງທຸກຄົນ ໝໍແໜ່ງ ຈັນດາລີ ສິດພະໄຊ ທີ່ເປັນບຸກຄົນບັນເທີງ, ເປັນໝໍທີ່ເສຍສະຫຼະ ທຸມເທໃສ່ໜ້າທີ່ຂອງຕົນເອງມາຕະຫຼອດ
ດັ່ງວັນເກີດປີນິ້ ກັບພາລະກິດທີ່ໃຫຍ່ຫຼວງ ໃນການຕ້ານ, ສະກັດກັ້ນ ແລະ ຊ່ວຍເຫຼືອທັງຄົນເຈັບ ຄົນປ່ວຍ ໃຫ້ກຳລັງໃຈທຸກຄົນມາຕະຫຼອດ
ມື້ນີ້ວັນທີ 14 ເມສາ 2020 ກໍຄົບຮອບອີກ 1 ປີ ວັນຄ້າຍວັນເກີດ ຊຸບຊິບບັນເທີງ ຂໍເປັນກຳລັງໃຈໃຫ້ ຂໍອວຍພອນໃຫ້ສາວແໜ່ງ ຈົ່ງສຸຂະພາບແຂງແຮງ ລ້ຳລວຍໆ ພົບພໍ້ສິ່ງດີໆເຂົ້າມາໃນຊີວິດ ມີຄວາມສຸກຫຼາຍໆ
ທາງສາວແໜ່ງ ພໍຮອດມື້ວັນເກີດ ກໍໂພສຮູບ ແລະ ຄຳບັນຍາຍວ່າ ສຸກສັນວັນເກີດນະນິ່ງແນ່ງ 14/04/2020 ແນ່ງຮູ້ປີນີ້ເປັນປີທີ່ລຳບາກສຳຫລັບທຸກຄົນທົ່ວໂລກ ສະນັ້ນ ປີນີ້ບໍ່ຂໍຫຍັງຫລາຍ ຂໍອັນດຽວ ຂໍໃຫ້ ໄວຣັສໂຄວິດ-19 ຫາຍຈາກໂລກນີ້ແລະ ເຊົາຄຸກຄາມພວກເຮົາເທາະ ໃຫ້ແພດຫມໍ ພະຍາບານ ເຈົ້າຫນ້າທີ່ຜູ້ຮັກສາ ປະທະ ປ້ອງກັນໂຄວິດທຸກພາກສ່ວນ ຈົນຮອດຫນ່ວຍງານສະເພາະກິດ ໄດ້ກັບບ້ານ ໃຫ້ຄົນເຈັບເຊົາໄວໄວ ທຸກຄົນກັບເມືອສົມມາຄອບຄົວ ❤️