ຂໍ້ຄິດດີໆ “ມອບໃຫ້ແມ່ທຸກເດືອນ” ເຖິງບໍ່ມີກໍ່ຕ້ອງໃຫ້ ເພາະຜົນທີ່ໄດ້ຮັບຄຸ້ມຄ່າຫລາຍ ຢາກຈະເລີນ ໃຫ້ປະຕິບັດເລີຍ
ມື້ນີ້ມີຂໍ້ຄິດດີດີຈາກເລື່ອງນີ້ບໍ່ຫລາຍກໍ່ນ້ອຍ ສຳລັບຜູ້ທີ່ລ້ຽງດູພໍ່ແມ່ແຕ່ບໍ່ໄດ້ໃຫ້ເງິນພໍ່ແມ່ໄວ້ໃຊ້ເລີຍ ອາດຈະຄິດວ່າເຮົາກໍ່ລ້ຽງດູທ່ານຢູ່ທຸກມື້ຢູ່ແລ້ວທຸກສິ່ງຢ່າງກໍ່ຕຽມໄວ້ໃຫ້ພ້ອມລອງອ່ານເລື່ອງນີ້ແລ້ວ ຄວາມຄິດທ່ານອາດປ່ຽນໄປເລີຍກໍ່ໄດ້ ອາຈານຂອງຂ້ອຍເພິ່ນປະຕິບັດດັ່ງນີ້;
ທ່ານໄດ້ໃຫ້ເງິນເດືອນພໍ່ແລະແມ່ເດືອນລະພັນບາດເປັນປະຈຳທຸກເດືອນ ຂ້ອຍສົງໄສ ເປັນຫຍັງຕ້ອງໃຫ້ເງິນພໍ່ແມ່ ເດືອນລະພັນບາດ ໃນເມື່ອແມ່ກໍ່ຢູ່ບ້ານຫລັງດຽວ ກັບອາຈານຢູ່ແລ້ວ ຄ່າໃຊ້ຈ່າຍສຳລັບທ່ານອາຈານກໍ່ຈັດການທັ້ງຫມົດຢູ່ແລ້ວ ວັນຫນຶ່ງສົບໂອກາດ ຂ້ອຍຈຶ່ງຕັດສິນໃຈຖາມອາຈານວ່າ
“ອາຈານກຳລັງເຮັດຫຍັງຢູ່” ອາຈານຕອບວ່າ“ຂ້ອຍກຳລັງຕັດລາຍຈ່າຍຢູ່ ຂ້ອຍຕ້ອງຈ່າຍຄ່າແມ່ຄົວ ຄົນຂັບລົດ ຄົນສວນ ຄ່າໃຊ້ຈ່າຍໃນບ້ານແລະໃຫ້ແມ່ອີກເດືອນລະພັນບາດ ຕອນນີ້ລາຍໄດ້ກັບລາຍຈ່າຍມັນບໍ່ຄ່ອຍສຳພັນກັນ ຕ້ອງຕັດລາຍຈ່າຍລົງແດ່” ຂ້ອຍເລີຍບອກວ່າ “ເງິນເດືອນທີ່ໃຫ້ແມ່ພັນນຶ່ງຕ້ອງໃຫ້ແນ່ນອນ ອາຫານ 3 ມື້ ອາຈານກໍ່ຈັດໃຫ້ທ່ານຮຽບຮ້ອຍ ເສື້ອຜ້າກໍ່ຊື້ໃຫ້ໃຫມ່ປີລະ 3 ຊຸດ
ບໍ່ສະບາຍ ອາຈານກໍ່ພາຫມໍມາ ສີດຢາໃຫ້ ເພາະແມ່ຕາບອດບໍ່ໄດ້ໄປໃສ ສະນັ້ນເງິນເດືອນພັນໜຶ່ງນີ້ ຕັດໄວ້ໃຫ້ທ່ານເລີຍ”ອາຈານບອກຕື່ມວ່າ “ຕັດບໍ່ໄດ້ເດັດຂາດພັນບາດນີ້ສຳຄັນທີ່ສຸດ ເພາະເປັນເງິນສຳລັບລ້ຽງຫົວໃຈແມ່”ຂ້ອຍຟັງແລ້ວສະອຶກ “ເງິນລ້ຽງຫົວໃຈແມ່”ພວກເຮົາເຄີຍໄດ້ຍິນຫລືບໍ່…….ອາຈານບອກຕໍ່ວ່າ ຫົວໃຈຕ້ອງການອາຫານທີ່ມາຫລໍ່ລ້ຽງໃຫ້ອີ່ມໜຳສຳລານ ເປັນສຸກເຈົ້າລອງຄິດເບິ່ງ ຄົນທີ່ບໍ່ມີເງິນຢູ່ໃນຕົວເລີຍຈະຮູ້ສຶກແນວໃດ