ຊາຍໜຸ່ມຍອມຕື່ນ 2 ໂມງທ່ຽງຄືນທຸກວັນ ເພື່ອປູທາງໃຫ້ໂຕເອງກ້າວຕາມຝັນ

ຊາຍໜຸ່ມຍອມຕື່ນ 2 ໂມງທ່ຽງຄືນທຸກວັນ ເພື່ອປູທາງໃຫ້ໂຕເອງກ້າວຕາມຝັນ

ໃນໂລກໃບນີ້ ຫຼື ແມ່ນແຕ່ບ້ານເຮົາເອງມີຫຼາຍໆຄົນທີ່ເກີດມາ ພໍ່ແມ່ເອື້ອອຳນວຍຄວາມສະດວກໃຫ້ທຸກຢ່າງແຕ່ກໍ່ເຮັດໂຕເສເພບໍ່ສົນໜ້າຫຼັງ ການຮຽນແຫ່ງບໍ່ເວົ້າຮອດ ຫຼາຍຄົນຍັງຄິດວ່າຮຽນຈົບມາກໍ່ບໍ່ໄດ້ເປັນເຈົ້າຄົນນາຍຄົນ ແຕ່ກັບຈ່ຳນວນໜຶ່ງເກີດມາຍາກລຳບາກໂຕເອງຢາກປ່ຽນຊີວິດຕ້ອງດິ້ນຮົນເຮັດທຸກຢ່າງດ້ວຍຕົວເອງ ຄົນແບບນີ້ເປັນຕາຊື່ນຊົມຫຼາຍຫາບໍ່ງ່າຍປານໃດ.

ມື້ນີ້ແອັດສູນກາງອັບເດດ(Central Update) ຈະນຳເອົາເລື່ອງລາວຂອງເດັກຊາຍຄົນໜຶ່ງທີ່ຍອມຕື່ນສອງໂມງເຊົ້າໃນທຸກໆວັນມາກີດຢາງເພື່ອຫາເງິນສົ່ງໂຕເອງຮຽນຈົນກ້າວເຖິງຝັນທີ່ຢາກຈະເປັນໃນທີ່ສຸດ.

ເດັກຊາຍທີ່ວ່ານີ້ເປັນຝາແຝດ ທຳອິດພໍ່ແມ່ເກີດມາໄດ້ແຝດສອງ ດ້ວຍຄວາມທຸກຍາກລ້ຽງບໍ່ຫຼ້ອນຈິ່ງເອົາແຝດອ້າຍໃຫ້ປູ່ກັບຍ່າລ້ຽງ ແຕ່ອາຍຸໄດ້ 20ມື້  ສ່ວນພໍ່ກັບແມ່ເອົາແຝດນ້ອງລ້ຽງຈົນຮຽບຈົບມັດທະຍົມ ສອງຜົວເມຍກໍ່ແຍກທາງກັນ ປູ່ກັບຍ່າຢ້ານຫຼານແຝດນ້ອງບໍ່ໄດ້ຮຽນຕໍ່ຈິ່ງຮັບມາລ້ຽງນຳກັນສອງຄົນ ຝາແຝດສອງຄົນກໍ່ໄດ້ກັບມາຢູ່ນຳກັນ.

ແຕ່ຍ້ອນອາຍຸຫຼາຍແລ້ວ ສອງອ້າຍນ້ອງຮຽນຈົບພຽງ ມ3 ປູ່ກໍ່ຍ່າງບໍ່ໄດ້ຍ່າກໍ່ອາຍຸ 80 ປີແລ້ວມີອາຊີບພຽງເຮັດໄມ້ກວດຂາຍ ເອີ້ນວ່າຖານະຄວາມເປັນຢູ່ປ່ຽນໄປບໍ່ສາມາດສົ່ງຫຼານສອງຄົນຮຽນຕໍ່ອີກ ສອງອ້າຍນ້ອງກໍ່ເປັນເສົາຫຼັກໃນຄອບຄົວທຸກຢ່າງທັງບົວລະບັດປູ່ຫາເຂົ້າຫານ້ຳໃຫ້ກິນ ພາເຂົ້າຫ້ອງນ້ຳປ່ຽນເຄື່ອງນຸ່ງຂອງຖື ທັງຊ່ວຍຍ່າເຂົ້າປ່າຫາວັດຖຸດິບມາເຮັດໄມ້ກວດຂາຍ ແຕ່ໃນແຕ່ລະອາທິດກໍ່ມີລາຍໄດ້ພຽງ 60-70 ພັນກີບ.
ຮອດເວລານີ້ສອງອ້າຍນ້ອງຕ້ອງຫາທາງອອກດ້ວຍໂຕເອງ ໂດຍອ້າຍຮັບແຕ້ມຮູບເໝືອນໃນເຟສບຸກ ພາບໜຶ່ງປະມານ 30.000 ກີບ ສ່ວນແຝດຜູ້ນ້ອງຮັບງານຕີມວຍ ແຕ່ລາຍໄດ້ທັງສອງກໍ່ບໍ່ແນ່ນອນ ດົນໆຈິ່ງມີງານຄັ້ງໜຶ່ງ.

ເຖິງຈະທຸກຍາກພຽງໃດທັງສອງບໍ່ຍອມລາອອກຈາກໂຮງຮຽນ ທາງອອກສຸດທ້າຍຄືທັງສອງຕັດສິນໃຈໄປຮັບຈ້າງກີດຢາງພາລາ ເພື່ອໃຫ້ມີເງິນໄປໂຮງຮຽນໃນແຕ່ລະວັນ ທຸກມື້ຕ້ອງຕື່ນແຕ່ 2 ໂມງເຊົ້າເຮັດວຽກຮອດ 7 ໂມງເຊົ້າຈະໄດ້ຄ່າແຮງງານ 50-100 ບາດ ກໍ່ປະມານ 20-30 ພັນກີບບ້ານເຮົາ ເພື່ອໄປເປັນຄ່າໃຊ້ຈ່າຍໄປໂຮງຮຽນ.

ການໄປຮັບຈ້າງກີດຢາງເຖິງຈະຕ້ອງອົດຫຼັບອົດນອນທຸກວັນແຕ່ທັງສອງກໍ່ເຮັດມາຫຼາຍປີກາຍເປັນຄວາມເຄີຍຊິນ ແລະບໍ່ເຄີຍໄປໂຮງຮຽນສວາຍ ບໍ່ໃຫ້ມີບັນຫາທາງການຮຽນເດັດຂາດ.

ຫຼ້າສຸດມີຂ່າວເປີດເຜີຍວ່າແຝດຜູ້ອ້າຍໄດ້ຮຽນຈົບແລ້ວ ເຖິງຈະເດີນຕາມຝັນມາດ້ວຍຄວາມຍາກລຳບາກຕ້ອງຢຸດຮຽນໄປເຖິງສອງເທື່ອແຕ່ດ້ວຍຄວາມຢາກປ່ຽນຊີວິດໃຫ້ດີຂຶ້ນທັງສອງກໍ່ກັດແຂ້ວສູ້ ເຮັດໃຫ້ວັນທີ 31 ກໍລະກົດຜ່ານມາຜູ້ອ້າຍຈົບໄປແລ້ວກຳລັງຈະເຂົ້າເຮັດວຽກເປັນທະຫານຮັບໃຊ້ຊາດຕໍ່ໄປ ແຕ່ໜ້າເສຍດາຍໃນຂ່າວບໍ່ໄດ້ລະບຸຜູ້ນ້ອງຮອດຂັ້ນໃດແລ້ວ

ຂ່າວທົ່ວໄປ