ພໍ່ແມ່ຮ້ອງໄຫ້ດີໃຈໄດ້ສວມກອດ ລູກຊາຍຖືກລັກພາຕົວໄປຂາຍ 32 ປີກ່ອນ

ພໍ່ແມ່ຮ້ອງໄຫ້ດີໃຈໄດ້ສວມກອດ ລູກຊາຍຖືກລັກພາຕົວໄປຂາຍ 32 ປີກ່ອນ

ພໍ່ແມ່ຮ້ອງໄຫ້ດີໃຈທີ່ສຸດໃນຊີວິດ- ວັນທີ່ 19 ພ.ຄ. ບີບີຊີ ລາຍງານເລື່ອງລາວຂອງຄອບຄັວທີ່ກັບມາຢູ່ຢ່າງພ້ອມຫນ້າພ້ອມຕາກັນອີກຄັ້ງ ເມື່ອສາມີພັນລະຍາຊາວຈີນມີໂອກາດພົບລູກຊາຍທີ່ຖືກລັກພາຕົວຕັ້ງແຕ່ໄວເດັກ ດ້ວຍຄວາມມຸ່ງມານະຄົ້ນຫາທົ່ວຜືນແຜ່ນດິນຈີນນານເຖິງ 32 ປີ

ເດັກຊາຍທີ່ຫາຍຕົວໄປ ຄື ເຫມົາ ຫຍິນ ເກິດເມື່ອ 23 ກ.ພ. 2529 ສ່ວນພໍ່ແລະແມ່ ຄືທ້າວເຫມົາ ເຈິ້ນຈິງ ແລະ ນາງຫລີ່ ຈິນຈື້ ຄອບຄົວດັ່ງກ່າວອາໄສຢູ່ທີ່ເມືອງຊີອານ ມົນທົນຊານຊີ ຕອນກາງຂອງຈີນ

ສ່ວນເລື່ອງລາວເກີດຂຶ້ນອີກ 2 ປີຖັດມາ ເມື່ອ 17 ຕ.ຄ. 2531 ທ້າວເຫມົາ ເຈິ້ນຈິງ ມາຮັບດ.ຊ.ເຫມົາ ຫຍິນ ຈາກສະຖານຮັບລ້ຽງເດັກເພື່ອກັບບ້ານ ແຕ່ລະຫວ່າງທາງ ລູກຊາຍຂໍດື່ມນ້ຳ ພໍ່ຈຶ່ງແວະເຂົ້າໄປໃນໂຮງແຮມເພື່ອເອົານ້ຳດື່ມໃຫ້ລູກຊາຍ ແລະຂະນະທີ່ລົດອຸນຫະພູມນ້ຳທີ່ຮ້ອນໃຫ້ເຢັນລົງ ພໍ່ຊ່ອງອອກໄປຫາລູກຊາຍ ປາກົດວ່າຖືກລັກພາຕົວໄປແລ້ວ

ທ້າວເຫມົາແລະນາງຫລີ່ຊ່ວຍກັນຄົ້ນຫາລູກຊາຍທັ້ງໃນແລະນອກເມືອງຊີອານ ຕິດໂປສະເຕີເບາະແສລູກຊາຍ ດ້ວຍຄວາມຫວັງທີ່ຈະພົບກັນສັກວັນ ແຕ່ກາຍເປັນຄວາມຫວັງລົມໆ ແລ້ງໆ

ນາງຫລີ່ຕັດສິນໃຈລາອອກຈາກວຽກ ເພື່ອຄົ້ນຫາລູກຊາຍເປັນການສະເພາະ ແຈກຈ່າຢໃບປິວເບາະແສລູກຊາຍມາກກວ່າ 100,000 ໃບ ຕາມມົນທົນແລະເທສບານຕ່າງໆຫລາຍກວ່າ 10 ແຫ່ງ ທັ່ວຜືນແຜ່ນດິນຈີນ ແຕ່ກັບຄວ້ານ້ຳເຫລວອີກ

ນອກຈາກນີ້ ຫລາຍປີທີ່ຜ່ານມາ ນາງຫລີ່ປາກົດຕົວຜ່ານຫລາຍລາຍການໂທລະທັດເພື່ອຂໍຄວາມຊ່ວຍເຫລືອ ລວມເຖິງລາຍການປະກວດຮ້ອງເພງຢ່າງ ເອັກແຟກເຕີ ແລະນາງຫລີ່ຕິດຕາມເບາະແສເດັກ 300 ຄົນ ແຕ່ບໍ່ພົບຕົງກັບດ.ຊ.ເຫມົາ ຫຍິນ

ຕໍ່ມາເມື່ອປີ 2550 ນາງຫລີ່ເລີ້ມເປັນອາສາສະມັກກັບກຸ່ມ “ເບບີ້ຄັມແບກໂອມ” (ຫມາຍເຖິງ ພາເດັກກັບບ້ານ) ເພື່ອຊ່ວຍພໍ່ແມ່ຄູ່ອື່ນໆ ຄົ້ນຫາລູກທີ່ຖືກລັກພາຕົວໄປເຊັ່ນກັນ ນາງຫລີ່ຊ່ວຍໃຫ້ເດັກ 29 ຄົນ ກັບສູ່ອ້ອມອົກພໍ່ແມ່ອີກຄັ້ງ ແຕ່ລາວຕັ້ງໃຈເຮັດວຽກກັບເບບີ້ຄັມແບກໂອມຕໍ່ໄປ ແມ້ຈະຢັງບໍ່ພົບລູກຊາຍກໍ່ຕາມ

ກະທັ່ງຄວາມຫວັງທີ່ຮິບຮີ່ເມື່ອເດືອນເມສາ ຫລັງຕຳລວດໄດ້ຮັບເບາະແສຂອງຊາວເມືອງເຫມິນຫຍາງ ມົນທົນເສສວນ ທາງຕະວັນຕົກສ່ຽງໃຕ້ຂອງຈີນ ຫ່າງຈາກເມືອງຊີອານ ບ້ານເກີດຂອງຄອບຄົວເຫມົາ ຮາວ 1,000 ກິໂລເມດ ມີປະວັດກາຍຮັບລ້ຽງທາລົກຄົນຫນຶ່ງເມື່ອລາວ 30 ປີກ່ອນ

ສື່ທາງການຈີນຢ່າງ ຊີຊີທີວີ ລາຍງານວ່າ ຕຳລວດໃຊ້ເທັກໂນໂລຢີການຈົດຈຳໃບຫນ້າ ເພື່ອວິເຄາະພາບຖ່າຍຂອງດ.ຊ.ເຫມົາ ແລະສ້າງພາບຖ່າຍຈຳລອງທ້າວເຫມົາໃນໄວຜູ້ໃຫຍ່ລາຍ ແລະປຽບທຽບກັບພາບຖ່າຍຂອງພົນລະເມືອງຈີນໃນຖານຂໍ້ມູນແຫ່ງຊາດ

ຕຳລວດຈຶ່ງຕິດຕາມຜູ້ຊາຍຄົນຫນຶ່ງທີ່ເມືອງນັ້ນ ຄື ທ້າວກູ້ ຫນິງຫນິງ ອາຍຸ34 ປີ ຈຶ່ງດຳເນິນການທົດສອບດີເອັນເອເພື່ອດູວ່າ ທ້າວກູ້ມີຄວາມສຳພັນທາງສາຍເລືອດກັບທ້າວເຫມົາແລະນາງຫລີ່ຫລືບໍ່ ປາກົດວ່າຜົນອອກມາເປັນບວກ ຫມາຍຄວາມວ່າ ທ້າວເຫມົາແລະນາງຫລີ່ເປັນພໍ່ແມ່ບັງເກີດເກົ້າຂອງທ້າວກູ້ນັ້ນເອງ

ໃນງານການຖະແຫລງຂ່າວຂອງຕຳລວດເມື່ອວັນຈັນ ພໍ່ແມ່ລູກຕ່າງສວມກອດແລະຮ້ອງໄຫ້ດ້ວຍຄວາມດີໃຈຢ່າງທີ່ສຸດ ື້າວເຫມົາ ຫຍິນ ປັດຈຸບັນອາຊີບທຸລະກິດຕົກແຕ່ງບ້ານ ກ່າວວ່າ ບໍ່ແນ່ໃຈກ່ຽວກັບອານາຄົດຂ້າງຫນ້າ ແຕ່ຈະໃຊ້ເວລາກັບພໍ່ແມ່ບັງເກິດເກົ້າຂອງຕົວເອງ

ຂະນະທີ່ນາງຫລີ່ຊາບຂ່າວດີທີ່ສຸດໃນຊີວິດເມື່ອວັນທີ່ 10 ພ.ຄ. ວັນແມ່ຂອງຈີນ ກ່າວວ່າ ນີ່ເປັນຂອງຂວັນລ້ຳຄ່າທີ່ສຸດໃນຊີວິດຂອງລາວ ພ້ອມສະແດງຄວາມຂອບໃຈທຸກຄົນທີ່ຊ່ວຍເຫລືອໃຫ້ລາວພົບລູກຊາຍອີກຄັ້ງ

ຕຳລວດລະບຸວ່າ ທ້າວເຫມົາ ຫຍິນ ຖືກລັກພາຕົວເມື່ອອາຍຸ 2 ປີ ແລະຂາຍຕໍ່ແກ່ສາມີພັນລະຍາບໍ່ມີລູກຄູ່ຫນຶ່ງເປັນເງິນໃນປັດຈຸບັນ 6,000 ຫຍວນ ຫລືເກືອບ 27,000 ບາດ ຂະນະນີ້ຕຳລວດຍັງດຳເນີນການສອບສວນຄະດີລັກພາຕົວທ້າວເຫມົາ ຫຍິນ ເພື່ອຕິດຕາມຜູ້ກະທຳຄວາມຜິດຕໍ່ໄປ

ທັ້ງນີ້ ການລັກພາຕົວແລະການຄ້າທາລົກເປັນປັນຫາຍາວນານໃນຈີນມາຫລາຍສິບປີ ແມ້ຈະບໍ່ມີຕົວເລກຢ່າງເປັນທາງການ ແຕ່ ເບບີ້ຄັມແບກໂອມ ເວັບໄຊທີ່ບັນດາຜູ້ປົກຄອງໃຊ້ປະກາດຫາລູກທີ່ຫາຍຕົວໄປ ລະບຸວ່າ ມີເດັກຫາຍຕົວໄປ 22,304 ຄົນ ເປັນເດັກຊາຍ 14,893 ຄົນ ແລະເດັກຍິງ 7,411 ຄົນ

ເມື່ອປີ 2552 ກະຊວງຄວາມປອດໄພສາທາລະນະຂອງຈີນ ຈັດທຳຖານຂໍ້ມູນດີເອັນເອຊຶ່ງຊ່ວຍໃຫ້ພໍ່ແມ່ພົບລູກທີ່ຖືກລັກພາຕົວຫລາຍກວ່າ 6,000 ຄົນ ຕໍ່ມາເມື່ອປີ 2559 ກະຊວງດັ່ງກ່າວເປີດຕົວລະບົບ “ລີຢູນຽນ” (ຫມາຍເຖິງ ການລວມຕົວ) ທີ່ເຮັດໃຫ້ເດັກຫລາຍກວ່າ 4,000 ຄົນ ພົບພໍ່ແມ່ບັງເກີດເກົ້າໄດ້ອີກຄັ້ງ

ຂໍ້ມູນເມື່ອປີ 2558 ມີການປະເມີນຕົວເລກເດັກທີ່ຖືກລັກພາຕົວໃນຈີນປີລະ 20,000 ຄົນ

ສາລະໜ້າຮູ້