ຕາມໃບແຈ້ງຈັບ ຫຼື ໃບສະເໜີ ອົງການຕຸລາການ ແຂວງຈຳປາສັກ ເລກອອກວັນທີ 19/8/2020 ມີເນື້ອໃນວ່າ: ຮຽນ: “ທ່ານຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ ເລື່ອງ: ບຸກຄົນທີ່ລົງເຟສບຸກ ກ່າວເຖິງອົງການດຳເນີນຄະດີ ໃນນາມອົງການຕຸລາການ ສະເໜີມາຍັງທ່ານຫົວໜ້າຄະນະໂຄສະນາອົບຮົມ ແຂວງຈຳປາສັກ ຊາບວ່າ:
ໃນຄັ້ງວັນທີ 17/8/2020 ໄດ້ມີເຟສບຸກຊື່ Sangkhane Phachanthavong ໄດ້ອ້າງວ່າແກ້ຄວາມຝັນ ເຊິ່ງມີເນື້ອໃນເວົ້າສຽດສີໃສ່ອົງກອນດຳເນີນຄະດີ ຂອງລະບົບຕຸລາການຂອງ ສປປ ລາວ ດ້ວຍການລົງເນື້ອຄວາມໃສ່ຮ້າຍປ້າຍສີຕໍ່ອົງການດຳເນີນຄະດີເຊິ່ງເຫັນວ່າ ການນຳເອົາເນື້ອຄວາມທີ່ຜູ້ກ່ຽວແກ້ຝັນ ລົງໃນເຟສບຸກນັ້ນເປັນການອຸປະໂຫຼກເສກສັນ ເຮັດໃຫ້ມີຜູ້ຄອມເມັ້ນສະແດງຄວາມຄິດ
ຕໍ່ການປະຕິບັດໜ້າທີ່ຂອງອົງການຕຸລາການ ກໍຄືອົງການດຳເນີນຄະດີ ຕໍ່ເນື້ອໃນດັ່ງງການນັ້ນພວກເຮົາໄດ້ພິຈາລະນາເຫັນວ່າຜູ້ກ່ຽວມີເຈດຕະນາເພື່ອໃຫ້ສັງຄົມມີຄວາມເຂົ້າໃນຜິດ ແລະ ເຫັນດີນຳເນື້ອໃນທີ່ຜູ້ກ່ຽວໂພສລົງໃນເຟສບຸກ ເຊິ່ງການກະທຳດັ່ງກ່າວຈະສ້າງຄວາມເຊື່ອມເສຍໃຫ້ແກ່ອົງການອຳນາດລັດ, ອົງການໄອຍະການປະຊາຊົນ, ສານປະຊາຊົນ ແຕ່ລະຂັ້ນ ກ້າວໄປເຖິງເຮັດໃຫ້ປະຊາຊົນຂາດຄວາມສັດທາ ຂາດຄວາມເຊື່ອໝັ້ນ ຕໍ່ການດຳເນີນຄະດີຂອງລະບົບຕຸລາການຂອງ ສປປ ລາວ, ລາຍເຊັນແລະ ປະທັບຕາ
ທ້າວ ສັງຂານ ພະຈັນທະວົງ ຫຼືທີ່ຮູ້ຈັກກັນດີ ໃນນາມ ທິດສີ, ໄດ້ຖືກເຈົ້າໜ້າທີ່ຕຳຫຼວດ ປ້ອງກັນຄວາມສະຫງົບ, ນະຄອນປາກເຊ ແຂວງຈຳປາສັກ ຄວບຄຸມໂຕ ທີ່ນະຄອນປາກເຊ ແຂວງຈຳປາສັກ ເມື່ອວັນທີ 26 ສິງຫາ 2020 ທີ່ຜ່ານມາ. ໃນຂະນະດຽວກັນ, ປະຊາຊົນຈຳນວນໜື່ງ ກໍພາກັນຮູ້ສຶກຕົກໃຈ ພາຍຫຼັງທີ່ໄດ້ຮັບຮູ້ຂ່າວໃນຕອນເຊົ້າ ຂອງວັນທີ 28 ສິງຫາ ນີ້ ເພາະຫຼາຍຄົນຕ່າງກໍຮູ້ດີວ່າ ທິດສີ ເປັນພຽງນັກຂ່າວອິດສະຫຼະທີ່ໃຊ້ສື່ສັງຄົມອອນລາຍໃນການລາຍງານຂ່າວ ແຕ່ເຖີງຢ່າງໃດກໍ່ຕ້ອງຕິດຕາມກັນຕໍ່ໄປ