ຊີວິດໜ້າເວດທະນາ ແມ່ຕູ້ພາຫລານໄປໂຮງພະຍາບານ ແຕ່ຖືກປະຕິເສດການປິ່ນປົວເພາະບໍ່ມີເງິນ

ຊີວິດໜ້າເວດທະນາ ແມ່ຕູ້ພາຫລານໄປໂຮງພະຍາບານ ແຕ່ຖືກປະຕິເສດການປິ່ນປົວເພາະບໍ່ມີເງິນ

ຊີວິດໜ້າເວດທະນາ ແມ່ເຖົ້າ ພາຫລານອາຍຸ 4ປີໄປຫາຫມໍທີ່ໂຮງພະຍາບານ ຖືກປະຕິເສດການຮັກສາ ພໍ່ເປັນຄົນໄທຕົກງານຈາກພິສໂຄວິດ-19 ສ່ວນແມ່ເປັນຄົນລາວ

ເມື່ອວັນທີ່ 3 ພຶສະພາ ມີລາຍງານວ່າທີ່ບໍລິເວນໃນສວນຢາງບ້ານຫນອງໄກ່ປ່າຫມູ່ທີ່ 11 ຕ.ກອງໂພນ ອ.ນາຕານ ຈ.ອຸບົນລາດຊະທານີ ພົບເດັກຍິງວະນິສາ ອາຍຸ 4 ປີພ້ອມດ້ວຍທ້າວບຸນສານ ບຸດດາພັນ ອາຍຸ45 ປີ ເປັນພໍ່ ແລະນາງເພັງຮູບສວຍ ອາຍຸ 77 ປີ ຊຶ່ງເປັນແມ່ຕູ້ຄອຍເບິ່ງແຍງຫລານດ້ວຍຄວາມເປັນຫ່ວງ ທີ່ຕ້ອງນອນຮ້ອງໄຫ້ດ້ວຍຄວາມເຈັບປວດທຸກທໍລະມານ ຈາກການທີ່ຕາທັ້ງ 2 ຂ້າງອັກເສບປວດບວມຂຶ້ນມາພໍໄດ້ເງິນເບັ້ບຢັງຊີບຄົນຊະລາຮີບເຫມົາລົດພາຫລານໄປຫາຫມໍທີ່ໂຮງພະຍາບານສອນສິດທິປະສົງ ຈ.ອຸບົນລາດຊະທານີ ແຕ່ຖືກປະຕິເສດການຮັກສາ ເນື່ອງຈາກບໍ່ມີເງິນຈ່າຍເພາະຫລານເປັນຕ່າງດ້າວ ພໍ່ໄທແມ່ລາວ ຕ້ອງຈ່າຍຄ່າເອັກຊະເລກ່ອນ 8,000 ບາດ ເຈ້າຫນ້າທີ່ແຈ້ງ “ເປັນຄົນລາວກໍ່ຕ້ອງໄປຮັກສາທີ່ລາວ

ສຸດທ້າຍຕ້ອງພາຫລານກັບ!!!! ສຸດເວດທະນາຫລານຮ້ອງດ້ວຍຄວາມເຈັບປວດ ຄອບຄົວຍາກຈົນ ພໍ່ແລະແມ່ຕົກງານຈາກພິດໂຄວິດ-19 ຂໍອາໄສພັກຢູ່ສວນຢາງຊາວບ້ານ ນາງເພັງ ຮູບສວຍ ອາຍຸ 77 ປີ ເລົ່າວ່າເດັກຍິງວະນິສາ ບຸດດາພັນ ອາຍຸ 4 ປີ ເປັນຫລານພໍ່ເປັນຄົນໄທແມ່ເປັນຄົນລາວ ພາກັນໄປເຮັດວຽກຂັບລົດສົ່ງຂອງທີ່ຈັງຫວັດສະມຸດປາການ ຫລັງຈາກຄອດເດັກຍີງວະນິສາແລ້ວ ກໍ່ພາມາໃຫ້ລ້ຽງຕັ້ງແຕ່ເລັກ ຈົນ 4 ປີ ໂດຍກ່ອນຫນ້ານີ້ປະມານ 1 ອາທິດ ຫລານມີອາການແກ້ມບວມ ຈຶ່ງພາໄປຫາຫມໍທີ່ ອ.ເຂມມະລາດຫມໍໃຫ້ຢາມາກິນກໍ່ຍຸບນຶກວ່າຈະຫາຍດີ ແຕ່ຕໍ່ມາທີ່ບໍລິເວນຕາທັ້ງ 2ຂ້າງອັກເສບປວດບວມຂຶ້ນມາ ຈຶ່ງໄດ້ພາຫລານໄປຫາຫມໍທີ່ໂຮງພະຍາບານເຂມມະລາດ  ຫມໍທາງໂຮງພະຍາບານເຂມມະລາດບອກວ່າອາການຫນັກທາງໂຮງພະຍາບານເຂມມະລາດກໍ່ເລີຍເອົາໃບສົ່ງຕົວໃຫ້ກໍ່ເລີຍພາຫລານມາທີ່ໂຮງພະຍາບານສອນສິດທິປະສົງອຸບົນລາດຊະທານີ

ເມື່ອວັນທີ່ 1 ພຶດສະພາ ທີ່ຜ່ານມາພໍດີໄດ້ເງິນເບັ້ຍຢັງຊີບກໍ່ເລີຍເຫມົາລົດພາຫລານມາທີ່ໂຮງພະຍາບານສອນສິດທິປະສົງ ຈ.ອຸບົໍນໝໍບອກວ່າໃຫ້ໄປເອັກຊະເລ ຈະຕ້ອງຊຳລະ ເງິນ 8,000 ບາດແມ່ຕູ້ບໍ່ມີເງິນກໍ່ເລີຍບອກຫມໍວ່າໃຫ້ເອັກຊະເລກ່ອນໄດ້ບໍ່ ທ່ານໝໍບອກວ່າບໍ່ໄດ້ໃຫ້ຊຳລະເງິນກ່ອນເຖິງຈະເຮັດໄດ້ ຈາກນັ້ນຫມໍບອກວ່າໃຫ້ໄປເຈາະເລືອດພໍໄດ້ໃບເຈາະເລືອດລົງມາແລະໃຫ້ມາຊຳລະເງິນຕົງທີ່ຊຳລະເງິນມາລໍຢູ່ທີ່ຊຳລະເງິນເປັນຊັ່ວໂມງ ຫລານກໍ່ຮ້ອງໄຫ້ຫລາຍເພາະເຈັບ ກໍ່ເລີຍອອກມາຫມໍກໍ່ເວົ້າຫລາຍຢ່າງ “ເປັນຫຍັງບໍ່ໄປຫາຫມໍທີ່ຝັ່ງລາວມາຫຍັງທີ່ນີ້ “ແມ່ຕູ້ກໍ່ເລີຍໄປຫາເຈົ້າຫນ້າທີ່ສົງເຄາະ ເພື່ອຂໍຄວາມຊ່ວຍເຫລືອທາງເຈົ້າຫນ້າທີ່ສົງເຄາະກໍ່ບອກວ່າຍັງບໍ່ໄດ້ເຮັດຫຍັງເລີຍ ມາຫຍັງ ດ່າແມ່ຕູ້ອີກກໍ່ເລີຍບໍ່ມີທີ່ໄປ ແມ່ຕູ້ກັບຫລານກໍ່ນັ່ງຮ້ອງໄຫ້ ມື້ທີ່ພາຫລານໄປຫາຫມໍມີເງິນຕິດຕົວຢູ່600 ບາດ ເຫມົາລົດໄປ“ຄັບແຄ້ນໃຈຫລາຍບໍ່ມີເງິນໃຫ້ຫມໍ ກໍ່ເລີຍພາຫລານອອກມາຈາກໂຮງພະຍາບານຫລານກໍ່ຮ້ອງໄຫ້ ພາກັນອອກມານັ່ງຢູ່ຂ້າງທາງ ຈົນເຖິງບ່າຍສາມໂມງຈຶ່ງໄດ້ພາຫລານກັບ ທຸກມື້ນີ້ກໍ່ມາອາໄສພັກນຳເຈ້າຂອງສວນຢາງຢູ່ເງິນຈະຊື້ຂ້າວກິນກໍ່ຍັງບໍ່ມີ ພໍ່ແມ່ຫລານກໍ່ຕົກງານຈາກພິດ ‘ໂຄວິດ-19’

 

ດ້ານທ້າວບຸນສານ ບຸດດາພັນ ອາຢຸ 45 ປີ ພໍ່ເດັກຍິງວະນິສາເລົ່າວ່າຕົນເອງເປັນຄົນໄທແຕ່ພັນລະຍາເປັນຄົນລາວ ຖືບັດປະຈຳຕົວສີຊົມພູມີລູກດ້ວຍກັນ 2 ຄົນ ຄົນທຳອິດຄືເດັກຍິງວະນິສາ ອາຍຸ 4ປີ ສ່ວນຄົນເລັກກໍ່ເປັນເດັກຍິງອາຍຸໄດ້ 3 ເດືອນ ຊ່ວງທີ່ມີເດັກຍິງວະນິສາໄດ້ເດິນທາງໄປເຮັດວຽກທີ່ຈັງຫວັດສະມຸດປາການຫລັງຄອດແລ້ວກໍ່ພາມາໃຫ້ນາງເພັງລຽ້ງ

 

ຈົນເຖິງປັດຈຸບັນອາຍຸ 4 ປີແຕ່ຍັງບໍ່ໄດ້ແຈ້ງເກີດຈຶ່ງເຮັດໃຫ້ບໍ່ມີຊື່ໃນທະບຽນບ້ານສ່ວນຄົນເລັກແຈ້ງເກິດທີ່ ອ.ນາຕານຈ.ອຸບົນລາດຊະທານີ ປັດຈຸບັນຕົກງານຈາກພິດ ‘ໂຄວິດ-19’ຈຶ່ງໄດ້ພາກັນເດິນທາງກັບມາຢູ່ທີ່ ອ.ນາຕານຈ.ອຸບົນໂດຍມາຂໍອາໄສພັກຢູ່ນຳເຈົ້າຂອງສວນຢາງ ເຫມືອນ’ເຄາະຊ້ຳກຳຊັດລູກກໍ່ມາປ່ວຍເງິນຈະຮັກສາກໍ່ບໍ່ມີທີ່ເຈັບປວດຫລາຍທີ່ສຸດກໍ່ຄືຄຳເວົ້າຂອງເຈ້າຫນ້າທີ່ໂຮງພະຍາບານ“ເປັນຄົນລາວກໍ່ຕ້ອງໄປຮັກສາທີ່ລາວ”ທັ້ງໆທີ່ຂ້ອຍເປັນຄົນໄທ ລູກກໍ່ເກິດທີ່ເມືອງໄທ ຈະຜິດກໍ່ຕົງທີ່ເມຍເປັນຄົນລາວ

 

ຈາກເຫດການທີ່ເກິດຂຶ້ນມີ ສຽງວິພາກວິຈານ ກັນຢ່າງຫລາຍ ແລະມີຄຳຖາມຕາມມາວ່າເປັນຫຍັງທາງໂຮງພະຍາບານບໍ່ເບິ່ງເຖິງວ່າພວກເຂົາເປັນເພື່ອນມະນຸດເຫມືອນກັນສິ່ງທີ່ຕ້ອງຄຳນຶງເຖິງ ຄື ເລື່ອງມະນຸດສະຍະທຳຫລາຍກວ່າຢ່າງອື່ນ ເປັນຈັນຍາບັນຂອງມະນຸດຮ່ວມໂລກດຽວກັນ

 

ສາລະໜ້າຮູ້