ໂສມໜ້າເປົ້າໝາຍກໍ່ເຫດຂ້າ 4 ສົບ ປຸ້ນຊັບຢູ່ເມືອງຕົ້ນເຜີ້ງ

ໂສມໜ້າເປົ້າໝາຍກໍ່ເຫດຂ້າ 4 ສົບ ປຸ້ນຊັບຢູ່ເມືອງຕົ້ນເຜີ້ງ

ໃນວັນທີ 7 ກໍລະກົດ 2020 ຄົນຮ້າຍໃຊ້ປືນສັ້ນກໍ່ເຫດປຸ້ນຊັບ ຢູ່ເຮືອນເຊົ່າບ້ານຄ້ວານເກົ່າ ເຂດຄາຊີໂນ ເມືອງຕົ້ນເຜີ້ງ ແຂວງບໍ່ແກ້ວ ເຮັດໃຫ້ມີຜູ້ເສຍຊີວິດ 4 ຄົນ ແລະ ບາດເຈັບ 1 ຄົນ ພາຍຫຼັງເກີດເຫດ ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີໄປພ້ອມເມຍ ແລະ ຖືກຈັບໄດ້ໃນວັນຕໍ່ມາ

+ ເຈົ້າໜ້າທີ່ ປກສ ແຂວງບໍ່ແກ້ວ ໃຫ້ຮູ້ວ່າ ໃນເວລາ 20:30 ໂມງຂອງວັນທີ 7 ກໍລະກົດ ໄດ້ມີຄົນຮ້າຍ ຊື່ ທ້າວຢິນອາເຊິງ ອາຍຸ 58 ປີ ສັນຊາດຈີນ ໄດ້ນໍາໃຊ້ມີດ ແລະ ປືນສັ້ນ 9 ມມ ຍິງຄົນສັນຊາດດຽວກັນເຮັດໃຫ້ມີຜູ້ເສຍຊີວິດຄາທີ່ 4 ຄົນ ຄືທ້າວໂຮຊິນຫຼົງ ອາຍຸ 33 ປີ ທ້າວລີຟູກາງ ອາຍຸ 33 ປີ ທ້າວຢາງຝິງຊາ ອາຍຸ 31 ປີ ແລະ ທ້າວຫຼີວຢູ່ຊິນ ອາຍ 33 ປີ ນອກນີ້ ຍັງມີນາງຢູລີລີ ອາຍຸ 34 ປີ ໄດ້ຮັບບາດເຈັບຫຼັງກໍ່ເຫດຈາກນັ້ນຜູ້ກໍ່ເຫດກໍໄດ້ເອົາຕົວຫຼົບໜີ.

+ ຮອດເວລາປະມານ 10:00 ໂມງ ຂອງວັນທີ 8 ກໍລະກົດ 2020, ໄດ້ສືບຮູ້ວ່າ ຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີມາທາງບ້ານນໍ້າເກິ່ງ, ເຈົ້າໜ້າທີ່ຕໍາຫຼວດ, ທະຫານ ແລະ ລປພ ປະຈໍາຄາຊີໂນ ໄດ້ສົມທົບກັນຕິດຕາມເປົ້າໝາຍ ພໍຮອດມາຮອດບ້ານນໍ້າເກິ່ງໃໝ່ ເວລາປະມານ 12:30 ໂມງຂອງວັນດຽວກັນ ໄດ້ພົບເຫັນລົດເປົ້້າໝາຍຈອດຢູ່ຂ້າງອູ່ສ້ອມແປງລົດໃຫຍ່

ເຈົ້າໜ້າທີ່ໄດ້ຈອດລົດ ປິດລ້ອມສະຖານທີ່ດັ່ງກ່າວ ພ້ອມທັງຈະເຂົ້າໄປກວດກາ ແຕ່ເປົ້າໝາຍໄດ້ຕິດຈັກລົດ ພ້ອມທັງຍົກປືນໃສ່ຈະຍິງຕໍ່ສູ້ກັບເຈົ້າໜ້າທີ່ ສົ່ງຜົນໃຫ້ເຈົ້າໜ້າທີ່ຕ້ອງຍິງປືນໃສ່ເປົ້າໝາຍ 1 ບາດ ໄດ້ຮັບບາດເຈັບ ກ່ອນເຂົ້າຈັບຕົວຜູ້ກ່ຽວ ສ່ວນເມຍຂອງຜູ້ກໍ່ເຫດໄດ້ເອົາຕົວຫຼົບໜີ ເຊິ່ງເຈົ້າໜ້າທີ່ກໍາລັງຕິດຕາມຕົວ.

+ ຜ່ານການກັກຕົວຄົນຮ້າຍ, ເຈົ້າໜ້າທີ່ສາມາດພົບເຫັນຂອງກາງຄະດີ ຄື: ປືນ 9 ມມ ຈໍານວນ 1 ກະບອກ ພ້ອມລູກປືນ 10 ລູກ, ອຸປະກອນເກັບສຽງປືນ 1 ອັນ ພ້ອມເງິນຈໍານວນ 807.600 ຢວນ 58.500 ບາດ ແລະ ຊິບຄາຊີໂນຈໍານວນ 4 ອັນ ຕີເປັນມູນຄ່າ 112.000 ຢວນ.
+ ຄະດີດັ່ງກ່າວ ເຈົ້າໜ້າທີ່ພວມເລັ່ງສືບສວນ-ສອບສວນຕາມຂັ້ນຕອນຂອງກົດໝາຍ ເພື່ອຫາລາຍລະອຽດເພີ່ມເຕີມ.

ສາລະໜ້າຮູ້