ມະຫາເສດຖີສຸດຣ່ຳລວຍມີເງິນທອງໃຊ້ບໍ່ຂາດມື ຕາມມາດ້ວຍເຫລົ່າຍິງສາວຂ້າງກາຍບໍ່ເວ້້ນແຕ່ລະວັນ ຫລ່າສຸດມີແຟນກວ່າ 20 ຄົນ ລູກນ້ອຍອີກ 14 ຄົນ ເກີດເປັນຄອບຄົວມະຫາເສດຖີສຸດຍິ່ງໃຫຍ່
ສື່ຕ່າງປະເທດນຳສະເນີ ເລື່ອງລາວຂອງ ຫູອັ່ນເຫິຍນ ມະຫາເສດຖີຊາວຈີນທີ່ກາຍເປັນຂ່າວຫນ້າຫນຶ່ງຫລັງຈາກທີ່ເຂົາຈົກເງິນສ້າງຄະລືຫາດສຸດຫຣູ 8 ຊັ້ນ ມູນຄ່າກວ່າ 400 ລ້ານບາດທີ່ ເມືອງຊິນຈູ່ ໂດຍທຸກຊັ້ນຕົກແຕ່ງຄືກັບພະລາຊວັງເພື່ອໃຫ້ຄອບຄົວຂອງເຂົາຢູ່ຢ່າງສຸກສະບາຍທັ້ງພັນລະຍາແລະລູກລວມ 34 ຊີວິດ ນອກຈາກນີ້ທ່ານອັ່ນເຫິຍນຍັງໄດ້ກ່າວເຖິງເຄັດລັບການດູແລລູກແລະພັນລະຍາໃຫ້ທົ່ວເຖິງວ່າ ຄວາມສຸກສະບາຍແລະເອົາໃຈໃສ່ຄືກຸນແຈສຳຄັນ
ທັ້ງພັນລະຍາແລະລູກຊາຍລູກສາວຢາກໄດ້ຫ້ອງສ່ວນຕົວແບບໃດ ເຂົາກໍ່ຈັດໃຫ້ຢ່າງາມ ອີກທັ້ງເຂົາຍັງມີສຳພັນທີ່ດີກັບເຫລົ່າລູກເຂີຍລູກສະໃພ້ຂອງເຂົາຄືກັບເປັນຄອບຄົວດຽວກັນ ເຄີຍມີພາໄປທ່ຽວຍີ່ປຸ່ນກັນຍົກຄອບຄົວເພື່ອສານສຳພັນໄມຕີນຳກັນດ້ວຍ ອັ່ນເຫິຍນເລົ່າວ່າຕົນກໍ່ມີຊ່ວຍງານການກຸສົນແລະໄດ້ບໍຣິຈາກເງິນແກ່ຜູ້ຕົກທຸກໄດ້ຍາກມາເປັນເວລານານ ເພື່ອເປັນການຕອບແທນຄຸນທີ່ພາເຂົາເຂົ້າສູ່ວົງການອຸດສາຫະກຳຂົນສົ່ງເຄື່ອງຈັກກົນ ທີ່ເຮັດໃຫ້ເຂົາມີທຸກມື້ນີ້…