ກໍາລັງເປັນກະແສທີ່ຮືຮາໃນສັງຄົມອອນລາຍກັນເລີຍທີດຽວ!!ໃນກໍລະນີນັກສຶກສາສາວໃຈເດັດທີ່ມີຊື່ວ່າ ນາງ ລີນາ ບຸນສີວິໄລພອນ ເປັນນັກສຶກສາ ຢູ່ສະຖາບັນສຶກສາແຫ່ງໜຶ່ງ ທີ່ໄດ້ຂີ່ລົດໄລ່ຕຳໂຈນດຶງກະເປົ໋າຢູ່ທີ່ບ້ານໂພນປາເປົ້າ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ໃນວັນທີ 22 ຕຸລາ 2020 ທີ່ຜ່ານມາ ຈົນໄດ້ຮັບບາດເຈັບ. ຈາກເຫດການດັ່ງກ່າວ, ເຮັດໃຫ້ນັກສຶກສາສາວໃຈເດັດໄດ້ຮັບບາດເຈັບຈົນຄາງແຕກ ຫຍິບ 8 ເຂັມ ແລະ ລົດເປ່ເພ (ໃນຄວາມໂຊກຮ້າຍດັ່ງກ່າວ ກໍຍັງເຫັນໄດ້ເຖິງນໍ້າໃຈຂອງຄົນລາວນໍາກັນທີ່ເຂົ້າມາຊ່ວຍເຫຼືອໃນເລື່ອງຂອງຄ່າໃຊ້ຈ່າຍກັບເຫດການດັ່ງກ່າວ) ມາຮອດຕອນເຊົ້າວັນທີ23/10/2020 ເວລາ 07:17 ນາທີ ມີຍອດຊ່ວຍເຫຼືອຈາກສັງຄົມອອນລາຍທັງໝົດ: 29 ລ້ານກວ່າກີບ.
ສາວຜູ້ໃຈເດັດດັ່ງກ່າວ ຈະແບ່ງເງິນສ່ວນໜຶ່ງທີ່ໄດ້ຈາກການຊ່ວຍເຫຼືອຂອງສັງຄົມໄປຊ່ວຍເຫຼືອຜູ້ປະສົບໄພນ້ຳຖ້ວມທີ່ແຂວງ ສະຫວັນນະເຂດຊົມເຊີຍນ້ຳໃຈຂອງນ້ອງ ທັງເກັ່ງທັງມີນ້ຳໃຈ
ຖືໄດ້ວ່າເປັນອີກໜຶ່ງສາວທີ່ມີຄວາມກ້າຫານກັນເລີຍທີດຽວ ແອັດຫວັງວ່າຈາກເຫດການດັ່ງກ່າວຈະເປັນອຸທາຫອນເຕືອນໃຈໃຫ້ທຸກຄົນມີສະຕິຫຼາຍຂຶ້ນ. ຈັ່ງໃດຂວັນໃຈກໍຂໍສົ່ງກໍາລັງໃຈໃຫ້ ສາວ ລີນາ ຫາຍດີໄວໆເດີ້!!!!!