ສຸດມັນອີຫຼີ່ມວຍໃນຝັນ! ນັກມວຍຊູບເປີສະຕາ ເມືອງລາວ ຊົກກັບ ຊູບເປີສະຕາກໍາປູເຈຍ ຈັນນາ (ຄລິບ)

ສຸດມັນອີຫຼີ່ມວຍໃນຝັນ! ນັກມວຍຊູບເປີສະຕາ ເມືອງລາວ ຊົກກັບ ຊູບເປີສະຕາກໍາປູເຈຍ ຈັນນາ (ຄລິບ)

ເມືອງລາວ ປຸ໋ຍ ໂພແມນ ນັກມວຍຊູບເປີສະຕາຂອງ ສປປ ລາວ ຂຶ້ນຊົກກັບ ຈັນ ນາ ນັກມວຍຊູບເປີ ຈາກກໍາປູເຈຍ ໃນໄຟທ໌ຫຼ້າສຸດ ທັງເປັນມວຍຄູ່ເອກປະຈໍາວັນດັ່ງກ່າວ ທີ່ເວທີກາງຂອງມວຍແມັກມວຍໄທ ຊົກກັນ 3 ຍົກໃນຮຸ່ນ 54 ກິໂລກຣາມ

ໄຟທ໌ດັ່ງກ່າວ ມີແຟນມວຍເຂົາຊົມກັນຢ່າງຫຼວງຫຼາຍ ປາກົດວ່າ: ຍົກທໍາອິດ ທັງຄູ່ຊົກກັນໄດ້ຢ່າງສູສີ ຕ່າງຝ່າຍຕ່າງບໍ່ມີໃດຖອຍ, ຍົກ 2 ຈັນ ນາ ພະຍາຍາມເດີນໜ້າເຂົ້າຫາ, ແຕ່ຖືກ ເມືອງລາວ ສັບສອກຈົນຕ້ອງຖອຍ ແລະ ແລກກັນຢ່າງມັນໆ

ເຂົ້າສູ່ຍົກສຸດທ້າຍ ທັງສອງເດີນໜ້າເຂົາຫາກັນແບບບໍ່ຢ້ານ ແລະ ເປັນ ເມືອງລາວ ທີ່ອອກໝັດເຂົ້າເປົ້າຫຼາຍກວ່າ, ແຕ່ ຈັນນາ ເດີນໜ້າເຂົ້າຫາຕໍ່ເນື່ອງຕະຫຼອດຍົກ ແລະ ທ້າຍຍົກ ເມືອງລາວ ເດີນໜ້າເຂົ້າຫາ ກ່ອນອອກອາວຸດເຂົ້າເປົ້າຫຼາຍຄັ້ງ ກ່ອນຈົບຍົກກໍາມະການຊູມືໃຫ້ ເມືອງລາວ ນັກມວຍຈາກລາວເອົາຊະນະໄປ

ເບິ່ງຄລິບຈາກ: ເຊຍລາວ

ຄວາມມັນລະດັບ 5 ດາວ ເບີ 1 ຂອງລາວ ພົບເບີ 1 ຂອງກຳປູເຈ້ຍ ຊົກກັນທີ່ເວທີເປັນກາງ Max Muay Thai
ເມືອງລາວ ປຸ໋ຍໂຟແມນ ພົບ ຈັນນາ

ມັນເຫນືອຄຳບັນຍາຍ

ຂ່າວທົ່ວໄປ