ໄວຣັດໂຄໂຣນາ: ຍອດຜູ້ຕິດເຊື້ອຢູ່ຈີນແຕະ 28,018 ຄົນ ເສຍຊີວິດ 563 ຄົນ ປິ່ນປົວດີ 1,153 ຄົນ

ໄວຣັດໂຄໂຣນາ: ຍອດຜູ້ຕິດເຊື້ອຢູ່ຈີນແຕະ 28,018 ຄົນ ເສຍຊີວິດ 563 ຄົນ ປິ່ນປົວດີ 1,153 ຄົນ

ວັນ​ພ​ະ​ຫັດ​ ທີ 6 ກຸມພາ 2020, ຄະນະ​ກຳມະການ​ສຸຂະພາບ​ແຫ່ງ​ຊາດ​ຈີນ (NHC) ເປີດ​ເຜີຍ​ຈຳນວນ​ຜູ້​ຕິດ​ເຊື້ອ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ທີ່​ໄດ້ຮັບ​ການ​ຢັ້ງຢືນ​ຜົນ​ເພີ່ມ​ຂຶ້ນ 3,694 ລາຍ ແລະ​ ຜູ້​ຕິດ​ເຊື້ອ​ເສຍຊີວິດ​ເພີ່ມ​ຂຶ້ນ 73 ລາຍ ໃນ​ວັນ​ພຸດ (5 ກຸມພາ

ຜູ້​ຕິດ​ເຊື້ອ​ທັງ​ໝົດ​ກະ​ຈາຍ​ຕົວ​ຢູ່ໃນ​ພາກພື້ນລະ​ດັບແຂວງ 31 ແຫ່ງ ໂດຍ​ຜູ້​ຕິດ​ເຊື້ອ​ທີ່​ເສຍຊີວິດ 70 ລາຍ ຢູ່ໃນ​ແຂວງ​ຫູ​ເປີ່ຍ ເຊິ່ງ​ເປັນ​ສູນ​ກາງ​ການ​ລະ​ບາດ​ຂອງ​ໄວ​ຣັດ ລວມທັງເທສະ​ບານ​ນະຄອນ​ທຽນ​ຈິນ ແຂວງ ​ເຮຍ​ຫຼົງ​ຈຽງ ແລະ ແຂວງ​ກຸ້ຍ​ໂຈວ ແຫ່ງ​ລະ 1 ລາຍ​ຕາມ​ລຳ​ດັບ

ຄະນະ​ກຳມະການ​ດັ່ງກ່າວລະ​ບຸ​ວ່າ​ມີ​ລາຍ​ງານ​ຄົນເຈັບ​ສົງ​ໄສ​ເພີ່ມ​ຂຶ້ນ 5,328 ລາຍ ຜູ້​ຕິດ​ເຊື້ອ​ທີ່​ມີ​ອາການ​ໜັກ​ເພີ່ມ​ຂຶ້ນ 640 ລາຍ ແລະ​ ຜູ້​ຕິດ​ເຊື້ອ​ທີ່​ໄດ້ຮັບ​ການ​ປິ່ນປົວຈົນ​​ດີ ​ແລະ ​ອອກຈາກ​ໂຮງ​ໝໍ​ໄດ້​ເພີ່ມ​ຂຶ້ນ 261 ລາຍ ໃນ​ວັນພຸດ (5 ກຸມພາ)

ທັງ​ນີ້ ຈຳນວນ​ຜູ້​ຕິດ​ເຊື້ອ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ທີ່​ໄດ້ຮັບ​ການຢັ້ງຢືນ​ຜົນໃ​ນ​ຈີນ​ແຜ່ນດິນ​ໃຫຍ່ ​ທັງໝົ​ດຢູ່​ທີ່ 28,018 ລາຍ ຫາກ​ນັບ​ເຖິງວັນ​ພຸດ (5 ກຸມພາ) ສ່ວນ​ຈຳນວນ​ຜູ້​ຕິດ​ເຊື້ອ​ທີ່​ເສຍຊີວິດ​ທັງຫມົດ​ຢູ່​ທີ່ 563 ລາຍ

ປັດຈຸບັນ​ຈຳນວນ​ຜູ້​ຕິດ​ເຊື້ອ​ທີ່​ຍັງ​ຄົງ​ມີ​ອາການ​ໜັກ​ທັງໝົດ​ຢູ່​ທີ່ 3,859 ລາຍ, ຄົນເຈັບ​​ສົງໄສ​ທັງໝົດ​ຢູ່​ທີ່ 24,072 ລາຍ ແລະ ​ຜູ້​ຕິດ​ເຊື້ອ​ທີ່​ໄດ້ຮັບ​ການ​ປິ່ນປົວຈົນ​​ດີ ​ແລະ ​ອອກຈາກ​ໂຮງ​ໝໍ​ໄດ້​ທັງໝົດ​ຢູ່​ທີ່ 1,153 ລາຍ

ຂະນະ​ທີ່​ຈຳນວນ​ບຸກ​ຄົນ​ທີ່​ມີ​ປະຫວັດ​ຕິດ​ຕໍ່​ໃກ້​ຊິດ​ຜູ້​ຕິດ​ເຊື້ອ​ ແລະ ​ຖືກ​ເຝົ້າ​ຕິດ​ຕາມ​ຄວາມ​ສ່ຽງ​ທັງໝົດ​ຢູ່​ທີ່ 282,813 ລາຍ ໂດຍ​ມີ 21,365 ລາຍ ໄດ້ຮັບ​ການ​ປ່ອຍ​ຕົວ​ຈາກ​ການ​ສັງເກດ​ການ​ທາງ​ການ​ແພດ​ໃນວັນ​ພຸດ (5 ກຸມພາ) ສ່ວນ​ອີກ 186,354 ລາຍ ຍັງ​ຢູ່​ລະຫວ່າງ​ສັງເກດ​ອາການ

ດ້ານ​ຈຳນວນ​ຜູ້​ຕິດ​ເຊື້ອ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ທີ່​ໄດ້ຮັບ​ການຢັ້ງ​ຢືນ​ຜົນ​ໃນ​ເຂດ​ບໍລິຫານ​ພິເສດ​ຮົງ​ກົງ, ເຂດ​ບໍລິຫານ​ພິເສດ​ມາ​ເກົ້າ ແລະ ​ເກາະ​ໄຕ້​ຫວັນ​ຂອງ​ຈີນ ທັງໝົດ​ຢູ່​ທີ່ 21, 10 ແລະ 11 ລາຍ​ຕາມ​ລຳ​ດັບ ເມື່ອ​ນັບ​ເຖິງ​ວັນ​ພຸດ (5 ກຸມພາ) ໂດຍ​ຮົງ​ກົງ​ພົບ​ຜູ້​ຕິດ​ເຊື້ອ​ເສຍຊີວິດ 1 ລາຍ

ສ່ວນຈຳນວນຜູ້ຕິດເຊື້ອນອກຈີນປະກອບມີ: ຍີ່ປຸ່ນ 35 ຄົນ, ສິງກະໂປ 28 ຄົນ, ໄທ 25 ຄົນ, ເກົາຫຼີໃຕ້ 19 ຄົນ, ອອສເຕຣເລຍ 13 ຄົນ, ເຢຍລະມັນ, ສະຫະລັດ ແລະ ມາເລເຊຍ ປະເທດລະ 12 ຄົນ, ຫວຽດນາມ 10 ຄົນ, ຝຣັ່ງ 6 ຄົນ, ແຄນາດາ ແລະ ສະຫະລັດອາຣັບເອມິເຣດ ປະເທດລະ 5 ຄົນ, ອິນເດຍ 3 ຄົນ, ອິຕາລີ, ຣັດເຊຍ, ຟິລິບປິນ ແລະ ອັງກິດ ປະເທດລະ 2 ຄົນ ແລະ ເນປານ, ກຳປູເຈຍ, ເບລຢຽມ, ສະເປນ, ຟິນແລນ, ສະວີເດັນ ແລະ ສີລັງກາ ປະເທດລະ 1 ຄົນ

ຂ່າວທົ່ວໄປ