ຍອດຜູ້ຕິດເຊື້ອ 14,380ລາຍ ເສຍຊີວິດ 304ລາຍ

ຍອດຜູ້ຕິດເຊື້ອ 14,380ລາຍ ເສຍຊີວິດ 304ລາຍ

ປັກ​ກິ່ງ, 2 ກ​ຸມພາ (ຊິນ​ຫົວ) -​- ວັນ​ອາທິດ (2 ກຸມພາ) ຄະນະ​ກຳມະການ​ສຸຂະພາບ​ແຫ່ງ​ຊາດ​ຈີນ (NHC) ປະ​ກາດ​ຈຳນວນຄົນເຈັບ​ພະຍາດອັກເສບ​ປອດຈາກ​ໄວ​ຣັດ​ໂຄ​ໂຣ​ນາ​ສາຍ​ພັນ​ໃໝ່​ທີ່​ໄດ້ຮັບ​ການ​ຢັ້ງຢືນ​ຜົນ​ຢູ່​ທີ່ 14,380 ລາຍ (ຕັດ​ມົນ​ຖົນ​ແຂວງກວ່າງ​ຕົງ​ອອກ 1 ລາຍ) ແລະ​ຈຳນວນຄົນເຈັບ​ທີ່​ເສຍຊີວິດ​ຢູ່​ທີ່ 304 ລາຍ ເມື່ອ​ນັບ​ເຖິງ​ວັນ​ເສົາ​ (1 ກຸມພາ)

ລາຍ​ງານ​ປະຈຳ​ວັນ​ຂອງ​ຄະນະ​ກຳມະການ​ດັ່ງກ່າວລະບຸ​ວ່າ ຄົນເຈັບ​ທັງ​ໝົດ​ກະ​ຈາຍ​ຕົວ​ຢູ່ໃນ​ພາກ​ພື້ນລະ​ດັບ​ແຂວງ 31 ແຫ່ງ​ຂອງ​ຈີນ, ສ່ວນໜຶ່ງ​ເປັນຄົນເຈັບ​ໜັກ​ຂັ້ນ​ວິກິດ 2,110 ລາຍ. ຂະນະ​ຈຳນວນຄົນເຈັບ​ສົງ​ໄສ​ຕິດ​ເຊື້ອ​ໄວ​ຣັດ​ ຢູ່​ທີ່ 19,544 ລາຍ. ສ່ວນຄົນເຈັບ​ທີ່​ໄດ້ຮັບ​ການຮັກສາ​ຈົນ​​ເຊົາດີ​ຢູ່​ທີ່ 328 ລາຍເມື່ອ​ວັນ​ເສົາ​ (1 ກຸມພາ) ພຽງ​ມື້​ດຽວ ມີ​ລາຍ​ງານຄົນເຈັບ​ພະຍາດອັກເສບປອດ​ຈາກ​ໄວ​ຣັດລາຍ​ໃໝ່ 2,590 ລາຍ, ຄົນເຈັບ​​ສົງ​ໄສ​ຕິດ​ເຊື້ອ​ໄວ​ຣັດ​ລາຍ​ໃໝ່ 4,562 ລາຍ ແລະຄົນເຈັບ​ທີ່​ເສຍຊີວິດ​ລາຍ​ໃໝ່ 45 ລາຍ ຊຶ່ງ​ເປັນ​ຄົນ​ໃນ​ແຂວງ​ຫູ​ເປີ່ຍ​ທັງ 45 ລາຍ

ໃນ​ມື້​ດຽວ​ກັນ ມີ​ລາຍ​ງານຄົນເຈັບ​ອາການ​ວິກິດ 315 ລາຍ ແລະ ຄົນເຈັບ​ທີ່​ໄດ້ຮັບ​ການຮັກສາ​ຈົນ​ເຊົາ ແລະ ອອກຈາກ​ໂຮງ​ໝໍ​ໄດ້ 85 ລາຍ.ຄະນະ​ກຳມະການ​ດັ່ງກ່າວລະ​ບຸ​ວ່າ ​ມີ​ການ​ຕິດ​ຕາມ​ຜູ້​ທີ່​ມີ​ປະຫວັດ​ຕິດ​ຕໍ່​ໃກ້​ຊິດ​ກັບຄົນເຈັບ​ທັງ​ໝົດ 163,844 ລາຍ ໃນນັ້ນ 8,044 ລາຍ ໄດ້ຮັບ​ການ​ປ່ອຍ​ຕົວ​ຈາກ​ການ​ກັກ​ກັນ​ເພື່ອ​ການ​ສັງເກດ​ກາ​​ນ​ທາງ​ການ​ແພດ. ຂະນະທີ່ 137,594 ລາຍ ຍັງ​ຄົງ​ຢູ່​ພາຍໃຕ້​ການ​ສັງເກດ​ການ​ທາງ​ການ​ແພດ​ຕໍ່ໄປດ້ານ​ຈຳນວນຄົນເຈັບ​ພະຍາດອັກເສບປອດ​ຈາກ​ໄວ​ຣັດ​ດັ່ງກ່າວ ທີ່​ໄດ້ຮັບ​ການ​ຢັ້ງຢືນ​ຜົນ​ໃນ​ເຂດ​ບໍລິຫານ​ພິເສດ​ຮົງ​ກົງ ເຂດ​ບໍລິຫານ​ພິເສດ​ມາ​ເກົ້າ ແລະ ​ເກາະ​ໄຕ້​ຫວັນ​ຂອງ​ຈີນ ​ຢູ່​ທີ່ 14, 7 ແລະ 10 ລາຍ​ຕາມ​ລຳ​ດັບ ເມື່ອ​ນັບ​ເຖິງ​ວັນ​ເສົາ​ (1 ກຸມພາ)

ຂ່າວທົ່ວໄປ