ງານບໍ່ງ່າຍເຖິງຈະແຂ່ງໃນລາວ, ມາສເຕີ 7 ຕ້ອງຊະນະ ທີມຈາກກໍາປູເຈຍ 3 ໜ່ວຍຂຶ້ນໄປແລງນີ້

ງານບໍ່ງ່າຍເຖິງຈະແຂ່ງໃນລາວ, ມາສເຕີ 7 ຕ້ອງຊະນະ ທີມຈາກກໍາປູເຈຍ 3 ໜ່ວຍຂຶ້ນໄປແລງນີ້

ຈາກຜົນນັດທໍາອິດທີ່ ມາສເຕີ 7 ເອັຟຊີ ບຸກໄປເສຍໃຫ້ກັບ ສະໂມສອນ PREAH KHAN REACH SVAY RIENG FC ຈາກປະເທດກຳປູເຈຍ 1-4 ໃນການແຂ່ງຂັນບານເຕະ ເອເອັຟຊີ ຄັບ 2020 ຮອບເພອອຟ ນັດທໍາອິດ ໃນອາທິດທີ່ຜ່ານມາ

ເຮັດໃຫ້ ມາສເຕີ 7 ເອັຟຊີ ທີມຈາກ ສປປ ລາວ ພົບງານໜັກ ເພາະນັດທີ 2 ຈະກັບມາແຂ່ງຂັນທີ່ ນະຄອນຫຼວງວຽງຈັນ ສປປ ລາວ ທີ່ສະໜາມກີລາແຫ່ງຊາດ ຫຼັກ 16 ໃນມື້ນີ້ວັນທີ 29 ມັງກອນ 2020 ເວລາ 17:00 ໂມງ ຕ້ອງຊະນະໃຫ້ໄດ້ຢ່າງໜ້ອຍ 3 ໜ່ວຍຂຶ້ນໄປ ແລະ ຫ້າມເສຍປະຕູເກີນ 1 ປະຕູ ເພື່ອລຸ້ນເຂົ້າຮອບຕໍ່ໄປ ຖ້າເຮັດບໍ່ໄດ້ກໍຈະຕົກຮອບທັນທີ

ສໍາລັບ ມາສເຕີ 7 ເອັຟຊີ ໄດ້ສິດໄປແຂ່ງຂັນໃນຮອບເພລອອຟ 2 ນັດ ຈາກຜົນງານຄວ້າອັນດັບ 2 ໃນເປບຊີ ລາວພຣີເມຍລີກ 2019 ໂດຍຕ້ອງວັດເຂົ້າຮອບກັບ PREAH KHAN REACH SVAY RIENG FC ຈາກປະເທດກຳປູເຈຍ ເພື່ອຄັດເອົາທີມທີ່ມີຄະແນນດີທີ່ສຸດເຂົ້າໄປຮອບແບ່ງກຸ່ມຢູ່ຮ່ວມກຸ່ມ G ປະກອບມີ: Ceres Negros FC ຈາກປະເທດຟີລິບປິນ, Than Quang Ninh ຈາກປະເທດຫວຽດນາມ Bali United FC ຫຼື ທີມອັນດັບ 3 ລີກ ປະເທດອິນໂດເນເຊຍ
ຂະນະທີ່ ບົດສໍາພາດຂອງ ຄູຝຶກ ແລະ ແກ້ວວຽງເພັດ ລິດທິເດດ ນັກເຕະຂອງ ມາສເຕີ 7 ເອັຟຊີ ກ່ອນການແຂ່ງຂັນມີດັ່ງວີດີໂອລຸ່ມນີ້

ຂ່າວທົ່ວໄປ