ຕອບແທນໝູ່ 46 ລ້ານບາດ  ຕອນລຳບາກໝູ່ຊ່ວຍເຫຼືອໃຫ້ເງິນມາ 4,600 ບາດ ຜ່ານໄປ 32 ປີ ແລ້ວ

ຕອບແທນໝູ່ 46 ລ້ານບາດ ຕອນລຳບາກໝູ່ຊ່ວຍເຫຼືອໃຫ້ເງິນມາ 4,600 ບາດ ຜ່ານໄປ 32 ປີ ແລ້ວ

ຊາບຊື້ງ ! ຕອນລຳບາກໝູ່ໃຫ້ເງິນມາ 4,600 ບາດ ຜ່ານໄປ 32 ປີ ນຳເງິນໄປຕອບແທນໝູ່ 46 ລ້ານບາດ

ມື້ນີ້ເຮົາມີເລື່ອງລາວດີໆ ຂອງຄົນ ຄົນຫນຶ່ງເຖິງວາສການເວລາຜ່ານໄປດົນນານເຖິງ 32 ປີ ຍັງບໍ່ລືມທີ່ສິ່ງທີ່ໝູ່ມອບໃຫ້ໃນມື້ນັ້ນ 32 ປີທີ່ແລ້ວ Sun Shengrong ເດັກຫນຸ່ມຈາກຫມູ່ບ້ານ Gangtou ເມືອງ Wenxi ເຂດQingtian ມົນທົນເຈີຈຽງ ປຣະເທດຈີນ ໃນຕອນອາຍຸ 14 ປີເຮັດໃນຮ້ານຕັດຜົມທີ່ອ້າຍເປິດ ໃນເວລານັ້ນ Zhang Aimin ອາຍຸ 24 ປີເປັນລູກຄ້າປະຈຳຂອງທີ່ຮ້ານ ເຂົາກໍ່ຄຸ້ນເຄີຍກາຍເປັນໝູ່ກັບ Sun Shengrong ຕໍ່ມາຮ້ານຕັດຜົມປິດຕົວລົງ Sun Shengrong ຈຶ່ງຕ້ອງໄປຮັບຈ້າງເຮັດວຽກໄປທົ່ວ

 

ມື້ຫນຶ່ງຂະນະຍ່າງຢູ່ຂ້າງທາງກໍ່ໄດ້ພົບກັບ Zhang Aimin ໂດຍບັງເອີນ ພໍ Zhang Aimin ຮູ້ວ່າ Sun Shengrong ກຳລັງລຳບາກ ກໍ່ຮັບຈົກເງິນ 1,000 ຢວນທີ່ເກັບມາ 1 ປີ (ປະມານ 4,600 ບາດຫຼື ປະມານ1.300.000 ກີບໃຫ້ Sun Shengrong ທັນທີ ເປັນເງິນທຸນເພື່ອຊ່ວຍໃຫ້ Sun Shengrong ເປີດຮ້ານຕັດຜົມອີກຄັ້ງ ພວກເຂົາມັກຈະໄປມາຫາສູ່ຊ່ວຍເຫລືອກັນ ບາງຄັ້ງກໍ່ຊ່ວຍເຮັດອາຫານໃຫ້ ສອງຄົນສະນິດມກັນຄືພີ່ນ້ອງ

 

ແຕ່ເມື່ອ Sun Shengrong ໄປເກນທະຫານກໍ່ຂາດການຕິດຕໍ່ກັບ Zhang Aimin ໄປ ຫລັງເກນທະຫານ Sun Shengrong ກໍ່ເດິນທາງໄປສະເປນ ເຮັດວຽກສາລະພັດຢ່າງ ບໍ່ວ່າຈະເປັນພໍ່ຄົວ ພະນັກງານເສີບ ຂາຍເຄື່ອງຂ້າງທາງ ແລະ ອື່ນໆ ສຸດທ້າຍຫລັງຜ່ານການພະຍາຍາມເຮັດວຽກຫນັກມາດົນ ຟ້າກໍ່ເມດຕາ Sun Shengrong ກາຍເປັນຜູ້ນຳຊາວຈີນພົ້ນທະເລທີ່ມີຊື່ສຽງໃນສະເປນ ຕອນນີ້ປະສົບຄວາມສຳເລັດໃນອາຊີບການງານ ແຕ່ໃຈຂອງເຂົາກໍ່ບ່ເຄີຍລືມຜູ້ມີພະຄຸນຢ່າງ Zhang Aimin

 

ເພື່ອຕາມຫາ Zhang Aimin ຜູ້ມີພະຄຸນ Sun Shengrong ສອບຖາມ ແລະ ຂໍຄວາມຊ່ວຍເຫລືອຈາກຫນ່ວຍງານຂອງລັດ ຕາມຂໍ້ມູນ ພາບຖ່າຍ ແລະ ທີ່ຢູ່ພົບວ່າມີຄົນທີ່ຊື່ ແລະ ນາມສະກຸນດຽວກັນກັບ Zhang Aimin 140 ຄົນ ແຕ່ໃນທີ່ສຸດກໍ່ພົບຄົນທີ່ເບີ່ງຄ້າຍທີ່ສຸດ ແຕ່ພໍໄປຕາມທີ່ຢູ່ກັບບໍ່ພົບໃຜ ລະຫວ່າງທີ່ເຂົາກຳລັງສິ້ນຫວັງ ໃນທີ່ສຸດກໍ່ໄດ້ຂ່າວດີ ຕຳຫຼວດພົບ Zhang Aimin ຕົວຈິງ ໝູ່ຮັກທີ່ບໍ່ໄດ້ພົບກັນດົນນານໄດ້ກັບມາພົບກັນອີກຄັ້ງ ສອງຄົນລົມກັນທັງຄືນSun Shengrong ເຖິງໄດ້ຮູ້ວ່າ ຫລັງແຍກກັນ Zhang Aimin ໄປເຮັດວຽກທີ່ໂຮງງານເຄື່ອງຈັກ ແຕ່ເນື່ອງຈາກບໍລິສັດດຳເນິນໄປໄດ້ບໍ່ດີ ປີ 2011 ຈຶ່ງຖືກເລິກຈ້າງ ຈາກນັ້ນເຂົາກໍ່ໄປເປີດຮ້ານຄ້າໃນເມືອງ Zhang Aimin ເລົ່າວ່າ ຕົວເອງເຖິງວ່າ ຈະບໍ່ແມ່ນຄົນລວຍ ແຕ່ຖານະທາງເສດຖະກິດຕອນນີ້ກໍ່ພໍມີພໍກິນຕອນນັ້ນທີ່ຢື່ນມືເຂົ້າໄປຊ່ວຍເຫລືອ Sun Shengrong ກໍ່ເພາະຄິດວ່າເຂົາເປັນນ້ອງຊາຍຄົນຫນຶ່ງ

ເພື່ອຕອບແທນບຸນຄຸນຂອງ Zhang Aimin ໃນຕອນນັ້ນ Sun Shengrong ຕັ້ງໃຈຈະມອບຕຶກຫ້ອງແຖວໃຫ້ເຂົາສອງຫລັງ ນຶກບໍ່ເຖິງວ່າຈະຖືກ Zhang Aimin ປະຕິເສດ Sun Shengrong ກໍ່ເລີຍປ່ຽນວິທີ ເຂົາເປີດໂຮງກັ່ນໄວນໃນຊູໂຈວ ໂດຍລົງທຶນຫຼາຍກວ່າ 10 ລ້ານຢວນ (ປະມານ 46 ລ້ານບາດ)ໂດຍໃຫ້ຮ້ານນັ້ນເປັນຊື່ຂອງZhang Aimin ແລະ ໃຫ້ເຂົາດຳເນີນການຢ່າງເຕັມຮູບແບບ Zhang Aimin ທີ່ຊ່ວຍຄົນໂດຍບໍ່ຫວັງຜົນຕອບແທນ ຫຼື ຊື່ສຽງເລົ່າວ່າ “ເຖິງວ່າໂຮງກັ່ນໄວນຈະເປັນຊື່ຂ້ອຍ ແຕ່ໃນອະນາຄົດຈັກມື້ຫນຶ່ງ ຂ້ອຍກໍ່ຈະຄືນມັນໃຫ້ກັບ Sun Shengrong” ມິດຕະພາບທີ່ຈິງໃຈໜ້າຕື້ນຕັນ ປະສົບຄວາມສຳເລັດແລ້ວ ກໍ່ບໍ່ລືມຜູ້ມີພະຄຸນ ຊ່າງເປັນຄົນມີນ້ຳໃຈ ເລື່ອງລາວແບບນີ້ເຮັດໃຫ້ສັງຄົມໜ້າຢູ່ຂຶ້ນຫຼາຍ.

ຂ່າວທົ່ວໄປ