ນາຍຍົກລັດຖະມົນຕີ ລັດເຊຍ ເປີດເຜີຍ ຕິດເຊື້ອໂຄວິດ-19

ນາຍຍົກລັດຖະມົນຕີ ລັດເຊຍ ເປີດເຜີຍ ຕິດເຊື້ອໂຄວິດ-19

ມື້ນີ້ 1 ພຶດສະພາ 63 ທີມຂ່າວວິດພອຍ ໄດ້ລາຍງານຈາກສຳນັກຂ່າວ BBC ວ່າ ທ່ານມິຄາອິນ ມິຊູສຕິ ນາຍຍົກຣັຖມົນຕີລັດເຊຍ ເປີດເຜີຍວ່າ ຕົວເຂົານັ້ນໄດ້ຮັບການວິນິດໄສຈາກທີມແພດວ່າ ຕິດເຊື້ອໄວຣັສໂຄວິດ – 19 ໂດຍການປະກາດຂອງນາຍຍົກລັຖມົນຕີລັດເຊຍ ເປັນວັນດຽວທີ່ພົບຜູ້ປ່ວຍຕິດເຊື້ອຈາກໂຄວິດ-19 ເພິ່ມຂຶ້ນຫລາຍເປັນປະວັດການພາຍໃນມື້ດຽວ ເຖິງ 7,099ຄົນ ສົ່ງຜົນໃຫ້ຈ່ຳນວນຜູ້ຕິດເຊື້ອໃນປະເທດຢູ່ທີ່ 106,498 ຄົນແລ້ວ

ສຳລັບ ທ່ານມິຊູສຕິ ໄດ້ຮັບກາຣແຕ່ງຕັ້ງໃນຕຳແຫນ່ງນາຍຍົກລັຖມົນຕີແຫ່ງລັດເຊຍ ເມື່ອຊ່ວງເດືອນມະກະລາເຮັດໃຫ້ເຂົານັ້ນມີສ່ວນກ່ຽວຂ້ອງກັບການຈັດການ ການລະບາດຂອງໂລກໄວຣັສໂຄວິດ-19 ຂອງປະເທດເປັນຢ່າງຍິ່ງ ສະຖານີໂທລະທັດຂອງລັດເຊຍໄດ້ເຜີຍແພ່ພາບທີ່ເຂົາກຳລັງແຈ້ງປະທານາທິບໍດີ ວະລາດິເມຍ ປູຕິນເຖິງຂ່າວການຕິດເຊື້ອຂອງເຂົາ ໂດຍໃນລະຫວ່າງການວິດີໂອຄອນກັບທ່ານປູຕິນ  ທ່ານມິຊູສຕິກ່າວວ່າ ເຂົາຫາກໍ່ຮູ້ເຖິງຜົນການກວດເຊື້ອໄວຣັສວ່າເປັນບວກ

ທັ້ງນີ້ ທ່ານມິຊູສຕິ ໄດ້ສະເນີໃຫ້ທ່ານອັນເດນ ເບລູຊອບຮອງນາຍຍົກຣັຖມົນຕີ ຂຶ້ນຮັກສາການແທນຊົ່ວຄາວ ແລະທ່ານປູຕິນເຫັນດ້ວຍ ໂດຍໃນຂະນະນີ້ທ່ານມິຊູສຕິຢູ່ລະຫວ່າງການກັກຕົວແລ້ວ ແມ້ຈ່ຳນວນຜູ້ປ່ວຍໂຄວິດ-19 ໃນລັດເຊຍຈະພຸ່ງສູງຢ່າງຕໍ່ເນື່ອງ ແຕ່ສູນບັນຊາການການຮັບມືກັບໂຄວິດ-19 ລະບຸວ່າ ໃນຂະນະນີ້ ລັດເຊຍມີຜູ້ເສຍຊີວິດພຽງ 1,073 ຄົນ ແຕ່ເມື່ອທຽບກັບຂະນາດຂອງປະເທດແລ້ວນັບວ່າຍັງບໍ່ຫລາຍ ດ້ານທ່ານດະມິທີ ເປສຄອບ ໂຄສົກປະທານາທິບໍດີລັດເຊຍ ກ່າວວ່າ ມາດຄະການຮັບມືຂອງລັດເຊຍຊ່ວຍເຮັດໃຫ້ລັດເຊຍບໍ່ຕົກຢູ່ໃນສະຖານະການດຽວກັບອິຕາລີ

ສາລະໜ້າຮູ້