ໂພສນີ້ຂໍໄລ້ ຂໍແຊ ຫລາຍໆແນ່ເດີ້ຖ້າເປັນໄປໄດ້ໃຫ້ຮອດຄັ້ນເທິງເລີຍ!!!
ຂໍ້ໃສ່ຫົວຂໍ້ວ່າ: ” ຂໍທານຈຳເປັນ ”
ມື້ນີ້ຂ້ອຍໄດ້ອອກໄປສົ່ງເຄື່ອງໃຫ້ລູກຄ້າຄືຄັ້ງທີ່ຜ່ານມາ ( ທ່າແຂກ – ປາກກະດິງ ) ພໍຮອດຕະຫລາດທາງແບ່ງຫຼັກຊາວ ຕອນຂາກັບ ຂ້ອຍກໍເກັບເງິນຄ່າເຄື່ອງທີ່ມາສົ່ງ ນຳລູກຄ້າປົກກະຕິ ພໍດີມີພໍ່ເຖົ້າ “ຂໍທານ” ຄົນຫນື່ງມາຂໍເມືອນຳ.
ຂ້ອຍ: ພໍ່ເຖົ້າຊິເມືອໃສ? ພໍ່ເຖົ້າ: ຊິເມືອບ້ານເລົ່າຄາ ຂ້ອຍ: ໄດ້ພໍ່ເຖົ້າ ເຮົາເມືອທາງນັ້ນພໍດີເລີຍ ພໍ່ເຖົ້າ: ຂອບໃຈ
ຫລັງຈາກເກັບເງິນແລ້ວ ກໍ່ເອີ້ນພໍ່ເຖົ້າຂື້ນລົດ ພໍ່ເຖົ້າມີເຄື່ອງແນວກິນຫນ້ອຍຫນື່ງ ຂ້ອຍຊ່ວຍຈັບຂື້ນລົດໃຫ້ ແລ້ວກໍ່ນັ່ງລົດໄປ ຕາມທາງພວກເຮົາກະໄດ້ຖາມພໍ່ເຖົ້າຫລາຍເລື່ອງ ພໍ່ເຖົ້າກະໄດ້ເລົ່າໃຫ້ຟັງເຖິງຊີວິດຂອງເພິ່ນ ພໍ່ເຖົ້າບອກວ່າເພິ່ນເກີດແຕ່ສະໄຫມ ເສິກໄທ ເສິກຝຣັ່ງ ເສິກອາເມຣິກາ ແມ່ນເພິ່ນຜ່ານມາຫມົດແລ້ວ ອາຍຸພໍ່ເຖົ້າປະມານ 80-90ປີ (ເພິ່ນບໍ່ຈື່ປີເກີດເພິ່ນ).
ຂ້ອຍ: ພໍ່ເຖົ້າມີລູກບໍ່? ພໍ່ເຖົ້າ: ມີລູກສາວ 3 ຄົນ 2ຄົນຢູ່ບ້ານໃກ້ແຕ່ບໍ່ໄດ້ມາວົນ ບໍ່ໄດ້ມາສົນ 1ຄົນຢູ່ກຸງເທບ ກໍ່ບໍ່ໄດ້ມາວົນ ບໍ່ໄດ້ມາສົນ ມີແຕ່ຖາມວ່າ ອີພໍ່ຍັງບໍ່ເສຍບໍ່? ເພິ່ນຄືຊິເສຍໃຈແລະລໍຄອຍລູກກັບມາຫາ ສະຫລຸບກະຄື ລູກ 3 ຄົນຖິ້ມແບບຖາວອນ.
ຂ້ອຍ: ແລ້ວລູກສາວ 3 ຄົນພໍ່ເຖົ້າ ໄປດົນແລະບໍ່?ພໍ່ເຖົ້າ: ປະມານ 30 ປີ ຕັ້ງແຕ່ແມ່ມັນເສຍ (ເມຍພໍ່ເຖົ້າ) ຂ້ອຍ: ພໍ່ເຖົ້າຢູ່ນຳໃຜ? ພໍ່ເຖົ້າ: ພໍ່ເຖົ້າຢູ່ກັບແມວ 10ປາຍໂຕ ເຂົາເຈົ້າເອົາມາໂຜດ ພໍ່ເຖົ້າເລີຍລ້ຽງເອົາ ອີຕົນມັນ ມັນບໍ່ມີແນວກິນ ບໍ່ມີເຮືອນ ຂ້ອຍ: ດິນທີ່ພໍ່ເຖົ້າຢູ່ ເປັນດິນມູນບໍ່ໃ ຫລືດິນພໍ່ເຖົ້າເອງ? ພໍ່ເຖົ້າ: ບໍ່ແມ່ນ ພໍ່ເຖົ້າອາໄສຢູ່ດີນເພິ່ນ ຄົນໃນບ້ານ (ດິນສ່ວນບຸກຄົນ) ສ່ວນດິນພໍ່ເຖົ້າແມ່ນຖືກພາສີອາກອນຢຶດເອົາແລ້ວ ຍ້ອນພໍ່ເຖົ້າບໍ່ມີເງິນເສຍພາສີດິນ ກະເລີຍຖືກເຂົາຢຶດ ເອົາໄປໃຫ້ຄົນມີເງິນເສຍພາສີເອົາ
ຂ້ອຍ: ແລ້ວຄົນໃນບ້ານບໍ່ໄດ້ຊ່ວຍເຫລືອຫຍັງບໍ່?ພໍ່ເຖົ້າ: ພໍ່ເຖົ້າເປັນຂໍທານ ບໍ່ມີບ້ານໃດຕ້ອງການດອກ(ພໍ່ເຖົ້າຕັດພໍ້ຊີວິດໂຕເອງ)
ຂ້ອຍ: ແລ້ວພໍ່ເຖົ້າອອກໄປຂໍຢູ່ໃສແນ່? ພໍ່ເຖົ້າ: ບາງເທື່ອກະໄປຂໍຢູ່ທ່າແຂກ ບາງເທື່ອກະໄປຂໍຢູ່ ສອງຫ້ອງ ເທື່ອກະໄປຂໍຢູ່ທາງແບ່ງ
ຂ້ອຍ: ພໍ່ເຖົ້າໄປທຸກມື້ບໍ່? ພໍ່ເຖົ້າ: ບໍ່ 3-4 ມື້ ໄປເທື່ອ ບາງທີ່ກະ ອາທິດຫນື່ງ 1 ເທື່ອ ຖ້າອາຫານຫມົດພໍ່ເຖົ້າຈື່ງອອກໄປຂໍ (ນອກຈາກພໍ່ເຖົ້າມາເພື່ອກິນກຸ້ມໂຕແລ້ວ ພໍ່ເຖົ້າຍັງເພື່ອແມວ ອີກ 10ປາຍໂຕໃຫ້ໄດ້ກິນອີ່ມ)
ເມືອໃກ້ຊິຮອດເຮືອນພໍ່ເຖົ້າ ເວົ້າຂື້ນວ່າ: ” ພໍ່ເຖົ້າອາຍ ” ແລ້ວພໍ່ເຖົ້າກໍມິດໄປ ຂ້ອຍເລີຍຖາມວ່າ: ພໍ່ເຖົ້າອາຍຫຍັງ? ອາຍທີ່ຂໍທານຄົນອື່ນກິນ ຍ້ອນຄວາມຫິວຈື່ງເຮັດໃຫ້ພໍ່ເຖົ້າຕ້ອງອອກໄປຂໍຄົນອື່ນ ຂໍເຂດໃກ້ເຂົາບໍ່ໃຫ້ ເຂົາວ່າບໍ່ມີ ຕ້ອງໄດ້ໄປຂໍນຳບ້ານອື່ນ ເປັນຄຳສັ້ນໆ ທີ່ບອກໃຫ້ເຫັນວ່າ: ພໍ່ເຖົ້າບໍ່ໄດ້ຢາກເປັນຂໍທານເລີຍ.. ເມື່ອຮອດເຮືອນກໍ່ຫິ່ວຂອງກິນທີ່ພໍ່ເຖົ້າໄດ້ມາເຂົ້າເຮືອນຫລັງນ້ອຍໆ ທີ່ເຕັມໄປດ້ວຍລູກແມວຖ້າພໍ່ເຖົ້າກັບເຮືອນຢູ່ ຂ້ອຍກໍ່ໃຫ້ພໍ່ເຖົ້າ 2ຢ່າງ(ບໍ່ຂໍເອີ່ຍ) ແລ້ວກໍຂອບພໍ່ເຖົ້າກັບ
#ແຊຂອງທ່ານອາດຈະປ່ຽນຊີວິດຂອງຊາຍສະລາໄດ້ ດັ່ງນັ້ນຂໍແຊຈາກທຸກຄົນແນ່ເດີ້.
ຢາກຝາກເຖິງຂັ້ນເທິງ ຫລືພາກສ່ວນທີ່ກ່ຽວຂ່ອງ ວ່າຄິດແນວໃດກັບບັນຫານີ້ທີ່ຍັງມີຫລາຍຢູ່ເມືອງລາວ? ມີວິທີແກ້ບໍ ຫລືບໍ່ມີເລີຍ? ແລ້ວພໍ່ເຖົ້າທີ່ຂ້ອຍເຫັນໃນມື້ນີ້ ຈະມີຊີວິດເເບບນີ້ຕໍ່ໄປບໍ? ຫລືຊິປະຖິ້ມເມືອຮັບຮູ້ບັນຫາຂອງພໍ່ເຖົ້າຄົນນີ້ແລ້ວ? ຂ້ອຍຢາກໃຫ້ພາກສ່ວນທີ່ກ່ຽວຂ້ອງເຂົ້າໄປຊ່ວຍເລືອພໍ່ເຖົ້າຄົນນີ້ແນ່ ຮູ້ສຶກວ່າ ເພິ່ນສິ່ນຫວັງກັບຊີວິດແຮງ ຫລັງກະຄ່ອມ ຂາກະເຈັບ ຕາກະບໍ່ຢາກເຫັນຮຸ່ງແລ້ວ ຍ້ອນຄວາມສະລາເຖົ້າ ຄົນເບິ່ງກະບໍມີ ພໍ່ເຖົ້າຈື່ງວ່າ ຢູ່ໄປຊ້ຳຊາຕາຍຫຳເອີ່ຍ ຂ້ອຍຟັງແລ້ວມັນບໍ່ມ່ວນຫູເລີຍ ແລ້ວເລື່ອງດິນພໍ່ເຖົ້າທີ່ເສຍໄປຍ້ອນບໍ່ມີເງິນເສຍພາສີດິນ ຂ້ອຍຄິດວ່າຄວນຊິມີກົດຫມາຍຄຸ້ມຄອງຜູ້ທຸກຍາກອານາຖາແບບນີ້ ຄືຊິດີ.
ມື້ຫນ້າຂ້ອຍຊິໄປຢ້ຽມເບິ່ງພໍ່ເຖົ້າອີກ ບໍ່ຢາກໃຫ້ລາວອອກໄປຂໍທານແລ້ວ ອີຕົນພໍ່ເຖົ້າ ໃຜຢາກຊ່ວຍເລືອຫຍັງສາມາດໂອນເງິນມາຊ່ວຍເພິ່ນໄດ້(ປັດໄຈເງິນຄົນຕ່າງແຂວງທີ່ຢາກຊ່ວຍແທ້ໆ ແລ້ວບອກວ່າຢາກຊື້ຫຍັງໃຫ້ພໍ່ເຖົ້າ ແລ້ວຂ້ອຍຊິຊື້ໃຫ້ຕາມຈຳນວນເງິນຂອງທ່ານ)
ສ່ວນຄົນຢູ່ທ່າແຂກ ຢາກບໍລິຈາກເຂົ້າສານອາຫານແຫ້ງຜ່ານທາງຂ້ອຍສາມາດບໍລິຈາກໄດ້ ຊິເປັນນ້ຳໄນ ເຂົ້າຕົ້ມເຂົ້າຫນົມ ເຄື່ອງນຸ່ງຫົ່ມ ຫລືຜ້າຫົ່ມ…ຖ້າໃຜຢາກໄປຊ່ວຍເຫລືອດ້ວຍຕົວເອງກະສາມາດສອບຖາມຂ້ອຍໄດ້ ຂ້ອຍເຊື່ອວ່າຄົນລາວມີນ້ຳໃຈ
ເຮືອນພໍ່ເຖົ້າບໍ່ມີນ້ຳ ບໍ່ມີໄຟຟ້າ ໃຊ້ນ້ຳສ່າງ ບໍ່ມີຫ້ອງນ້ຳ