ເປັນຫນື່ງໃນເລື່ອງທີ່ຫນ້າອັດສະຈັນຢູ່ບໍ່ນ້ອຍ ກັບເລື່ອງລາວຂອງໂຍຄີຜູ້ເຄັ່ງຄັດໃນສາສະນາພິທີແລະຄວາມເຊື່ອ ສັ່ງສົມພະລັງສັດທາອັນແຮງກ້າຈົນເຮັດໃຫ້ທ່ານ “ບໍ່ຕ້ອງດື່ມນ້ຳຫລື ກິນອາຫານ” ໃດໆເລີຍມາຕັ້ງແຕ່ປີ 1940 ລວມແລ້ວກວ່າ 80 ປີ
ໂຍຄີ ປາລາດ ຈານີ ເກີດເມື່ອວັນທີ່ 13 ສິງຫາ ປີ 1929 ປັດຈຸບັນຈະອາຍຸຄົບ 91 ໃນປີນີ້ ເລົ່າທີ່ມາເຖີງການບໍ່ກິນອາຫານແລະນ້ຳມາຍາວນານເກືອບ 8 ທົດສະຕະວັດ ວ່າຍ້ອນກັບໄປເມື່ອຕອນຍັງເດັກ ຊ່ວງທ່ຽງຄືນວັນທີ່ 8 ຂອງເທດສະການນະວະລາຕີທ່ານໄດ້ບັງເກິດຮູບພາບນິມິດເປັນ 3 ເທວີຜູ້ສັກດສິດຄື ພະແມ່ກາລີ ພຣະແມ່ລັກສະມີ ແລະ ພະແມ່ສຸລັດສະວະດີ ປາກກົດຕົວຕໍ່ຫນ້າເພື່ອປະທານພອນ
ທ່ານສະແດງຄວາມເຫລື້ອມໃສເຄົາລົບບູຊາ ອຸທິດຕົນແກ່ພະອົງກ່ອນເອີ່ຍປາກຖາມພະແມ່ທັງ 3 ເຖີງອາຫານແລະນ້ຳ ພະແມ່ທັງ 3 ໄດ້ຍື່ນນີ້ວມາແຕະທີ່ຮີມຝີປາກທ່ານແລ້ວເວົ້າວ່າ “ເຈົ້າບໍ່ຕ້ອງກັງວົນເລື່ອງອາຫານແລະນ້ຳອີກຕໍ່ໄປ” ຕອນນັ້ນໂຍຄີ ປາລາດ ອາຢຸໄດ້ 7 ປີ ແລະ ນັບແຕ່ນັ້ນທ່ານກໍ່ມີຊີວິດຢູ່ໂດຍປາສະຈາກອາຫານແລະນ້ຳລົງກະເພາະມາຍາວນານເກືອບ 80 ປີ
ນອກຈາກນີ້ ທີມແພດທີ່ເຮັດການທົດລອງໄດ້ເປິດເຜີຍວ່າ ໂຍຄີ ປາລາດ ທ່ານນີ້ຈະໄດ້ຮັບພະລັງງານຈາກແສງອາທິດ ເພື່ອນຳມາໃຊ້ໃນຊີວິດປະຈຳວັນ ໂດຍການນັ່ງສະມາທິ ຈິດພາວະນາກໍ່ຊ່ວຍໃຫ້ທ່ານມີພະລັງງານໄດ້ໄວຍີ່ງຂື້ນ ການຄົ້ນພົບເທື່ອນີ້ສ້າງແຮງສັ່ນສະເທືອນແກ່ວົງການແພດເປັນຢ່າງຫລາຍ ເພາະການທົດລອງໃນເທື່ອນີ້ສາມາດຕໍ່ຍອດສຶກສາຫາຄວາມຮູ້ເພີ່ມເຕີມ ເພື່ອນຳມາປະຍຸກໃຊ້ໃນຊ່ວງເກິດໄພພິບັດຈົນອາຫານແລະນ້ຳມີຈຳກັດໄດ້