ແຮງງານລາວ ຖືກຄາດຕະກຳ ຍ້ອນຖາມເງິນຄ່າແຮງງານເພື່ອຈະກັບບ້ານ

ແຮງງານລາວ ຖືກຄາດຕະກຳ ຍ້ອນຖາມເງິນຄ່າແຮງງານເພື່ອຈະກັບບ້ານ

ສັງຄົມນີ້ຢູ່ຍາກຂຶ້ນນັບມື້, ມີປະກົດການຫຍໍ້ທໍ້ຕ່າງໆເກີດຂຶ້ນຢ່າງນັບບໍ່ຖ້ວນ, ຫຼ້າສຸດ ເກີດເຫດສຸດສະລົດໃຈກັບແຮງງານລາວທີ່ໄປເຮັດວຽກຢູ່ໄທ ເມື່ອພົບນາຍຈ້າງໂຫດປິດຊີວິດລູກຈ້າງຊາຍຄົນລາວພ້ອມອໍາພາງດ້ວຍການຝັງ

ວັນທີ 15 ມິຖຸນາ 2020, ເຈົ້າຂອງສວນຖົ່ວລຽນຊາວໄທຍໃຈໂຫດຮ້າຍປາເຖື່ອນຂ້າລູກຈ້າງຊາວລາວ ແລ້ວຢັດໃສ່ຖັງນໍ້າມັນເປົ່າຝັງໄວ້ໃຕ້ດິນ, ຫວັງຕົບຕາເຈົ້າຫນ້າທີ່ຕໍາຫຼວດ ແລະ ເພື່ອໜີຄວາມຜິດ ຫລ້າສຸດເຈົ້າຫນ້າທີ່ຕໍາຫຼວດໄທຍສາມາດຈັບກຸມມືສັງຫານໃຈໂຫດຄົນນີ້ໄດ້ແລ້ວ

 

ເລື່ອງລາວດັ່ງກ່າວໄດ້ນຳສູ່ຂະບວນການສືບສາວຫາຜູ້ເຄາະຮ້າຍ ຫຼັງຈາກທີ່ນາງພິນຍິງຊາວລາວ ອາຍຸ 30 ປີ ໄດ້ມາແຈ້ງຄວາມກັບເຈົ້າໜ້າທີ່ ເມື່ອຕອນແລງວັນທີ 11 ມິຖຸນາ 2020 ຜ່ານມາວ່າ ໝູ່ຄົນສັນຊາດລາວສອງຄົນຄື ທ້າວ ເທິນ ອາຍຸ 30 ປີ ແລະທ້າວອ່ຳທີ່ເປັນລູກຈ້າງໃນສວນຖົ່ວລຽນຂອງ ທ້າວ ທີລະວັນ ວິລະພັນອາຍຸ 31 ປີ ທີ່ນະຄອນສີທຳມະຣາດ ເຊິ່ງເປັນໝູ່ຊາວລາວນຳກັນໄດ້ຫາຍຕົວໄປ ບໍ່ສາມາດຕິດຕໍ່ໄດ້ ຈິ່ງສົງໄສວ່າອາດເກີດເຫດຮ້າຍກັບທັງສອງຄົນ

 

ໃນລະຫວ່າງທຳການສືບສວນ ນາງພິນ ຍິງຊາວລາວທີ່ໄປແຈ້ງຄວາມ ຈິ່ງໄດ້ຮູ້ວ່າ ໃນວັນທີ 10 ມິຖຸນາ ໄດ້ມີທ້າວເທິນ ໝູ່ຊາວລາວທີ່ສູນຫາຍໄປໂທລະສັບມາຫານາງພິນພ້ອມເປິດສຽງໂທລະບັບຈະນະລົມເຈລະຈາກັບທ້າວ ທີຣະວັດ ນາຍຈ້າງ ໂດຍທ້າວເທິນບອກວ່າ ຂໍເບີກເງິນຄ່າຈ້າງ 8.000 ບາດ ເພື່ອຂໍກັບໄປເຮັດວຽກຢູ່ປະເທດລາວ ແລະ ໄດ້ຍິນສຽງນາຍຈ້າງຕອບວ່າ ຂ້ອຍບໍ່ຢາກເຮັດແບບນີ້ ກ່ອນທີ່ສຽງທັງສອງຝ່າຍງຽບຫາຍໄປ ຈາກນັ້ນກໍ່ບໍ່ສາມາດຕິດຕໍ່ກັບໝູ່ທັງສອງໄດ້ອີກເລີຍ ຈິ່ງສົງໄສວ່າເກີດເຫດຮ້າຍກັບທັງສອງຄົນ ຈິ່ງເດີນທາງມາແຈ້ງຄວາມຕໍ່ເຈົ້າໜ້າທີ່ ເພື່ອຊ່ວຍນຳຫາອີກແຮງ

 

ຕໍ່ມາວັນທີ 13 ມິຖຸນາ ຕຳຫຼວດໄດ້ລວບລວມພະຍານຫຼັກຖານສະເໜີຂໍອອກໝາຍຈັບທ້າວ ທີຣະວັດ ວິຣະພັນ ເປັນຜູ້ຕ້ອງຫາໃນຄະດີນີ້, ກ່ອນຕຳຫຼວດ ນຳໝາຍຈັບໄປຈັບກຸມຕົວນາຍຈ້າງໂຫດຄົນດັ່ງກ່າວ ແມ່ນໄດ້ທຳນຳຕົວຜູ້ກ່ຽວມາສວບສວນຢ່າງເຄັ່ງຄຽດ ຈົນຍອມຮັບສາລະພາບວ່າ ຕົນເປັນຄົນປິດຊີບ ທ້າວເທິນ ລູກຈ້າງຊາວລາວເສຍຊີວິດແທ້, ສ່ວນທ້າວ ອ່ຳແມ່ນຕົນໄດ້ສົ່ງ ກັບ ສປປ ລາວ ໄປແລ້ວຕັ້ງແຕ່ວັນທີ 10 ມື້ເກີດເຫດ ເຈົ້າໜ້າທີ່ກໍ່ກວດສອບເຫັນວ່າໄດ້ສົ່ງກັບທາງກຸງເທບຈີງ

 

ຜູ້ຕ້ອງຫາຮັບສາລະພາບວ່າວັນເກີດເຫດເປັນຕອນທ່ຽງຂອງວັນທີ 10 ມິຖຸນາ ເຊິ່ງຕົນໄດ້ໄປຫາທ້າງ ເທິນ ກັບທ້າວ ອ່ຳລູກຈ້າງຊາວລາວທັງສອງຢູ່ບ່ອນພັກຄົນງານ ເພື່ອລົມກໍລະນີທັງສອງຂໍເບີກເງິນລ່ວງໜ້າຈຳນວນ 8 ພັນບາດ ເພື່ອເປັນຄ່າຈ້າງລົດກັບບ້ານທີ່ປະເທດລາວ ແຕ່ເຈລະຈາຕົກລົງກັນບໍ່ໄດ້ ເນື່ອງຈາກນາຍຈ້າງຊາວໄທຕ້ອງການໃຫ້ຄົນງານສອງຄົນນີ້ເຮັດວຽກໃຫ້ຕົນຕໍ່ອີກເຮັດໃຫ້ ທ້າວທີຣະວັດ ໂມໂຫ ຈິ່ງໃຊ້ອາວຸດຂົ່ມຂູ່ແຕ່ ທ້າວເທິນບໍ່ຢ້ານ

ຈາກນັ້ນ ທ້າວເທິນໄດ້ລຸກຈາກບ່ອນນັ່ງສະແດງຄວາມບໍ່ພໍໃຈ ແລະເຮັດຄືວ່າຈະທຳຮ້າຍນາຍຈ້າງຈິ່ງໃຊ້ອາວຸດທໍາຮ້າຍທ້າວເທິນເປັນເຫດໃຫ້ເສຍຊີວິດ ສ່ວນ ທ້າວອ່ຳຕົກໃຈບໍ່ກ້າເຮັດຫຍັງ ຈາກນັ້ນ ທ້າວ ທີຣະວັດ ຈິ່ງຂໍຄວາມຊ່ວຍເຫຼືອ ທ້າວອ່ຳຊ່ວຍມ້ຽນຮ່າງໄຮ້ວິນຍາຍຂອງທ້າວເທີນ ພ້ອມຂຸດຂຸມຝັງ ກ່ອນທ້າວທີຣະວັດຈະເດີນທາງກັບບ້ານເຮັດຄືບໍ່ມີຫຍັງເກີດຂຶ້ນ ຈົນຖືກເຈົ້າໜ້າທີ່ເຊີນຕົວໄປສວບສວນ ແລະອອກໝາຍຈັບດັ່ງກ່າວ.

ສາລະໜ້າຮູ້