ເອເອບພີ – ຈີນຮຽກຮ້ອງໃນວັນນີ້ (15) ໃຫ້ສະຫະລັດ ພົບກັນເຄິ່ງທາງແລະເສີມສ້າງຄວາມຮ່ວມມືໃນການຕໍ່ສູ້ກັບການແພ່ລະບາດຂອງເຊື້ອໄວຣັສໂຄໂຣນາ ຫລັງຈາກປະທານາທິບໍດີ ໂດນັດ ທຣັມ ຂູ່ວ່າຈະທຳລາຍຄວາມສຳພັນສອງຝ່າຍ
ຄວາມສຳພັນລະຫວ່າງສອງເສດຖະກິດໃຫຍ່ທີ່ສຸດຂອງໂລກເລວຮ້າຍລົງໃນຊ່ວງບໍ່ຈັກອາທິດທີ່ຜ່ານມາ ຂະນະທີ່ທັງສອງຜັດກັນກ່າວຫາກັນເລື່ອງຕົ້ນກ່ຳເນີດຂອງເຊື້ອໄວຣັສທີ່ຂ້າຊີວິດຄົນແລ້ວກ່ວາ 300000ຄົນ
“ເພື່ອຮັກສາການພັດທະນາຢ່າງໜັ້ນຄົງຂອງຄວາມສັມພັນຈີນ-ສະຫະລັດ ໃຫ້ເກີດປະໂຫຍດຕໍ່ປະຊາຊົນໃນທັ້ງສອງປະເທດ ແລະເພື່ອສັນຕິພາບແລະເສລີພາຍຂອງໂລກ” ທ່ານ ຫລີ່ເຈີ້ນ ໂຄສົກກະຊວງການຕ່າງປະເທດ ກ່າວໃນການຖະແລງຂ່າວ
“ໃນຕອນນີ້ ຈີນແລະສະຫະລັດຄວນເດີນຫນ້າເສີມສ້າງຄວາມຮ່ວມມືຕໍ່ສູ້ກັບການແພ່ລະບາດ ແລະເອົາຊະນະການແພ່ລະບາດໃຫ້ໄວທີ່ສຸດ ຮັກສາຜູ້ປ່ວຍ ແລະຟື້ນຄືນເສດຖະກິດແລະການຜະລິດ ແຕ່ນັ້ນຈຳເປັນຕ້ອງໃຫ້ສະຫະລັດ ກັບພົບກັບຈີນເຄິ່ງທາງ
” ຄວາມຄິດເຫັນນີ້ອອກມາຫລັງຈາກທຣັມສະແດງຄວາມກ້າວລ້າວກັບຈີນຫລາຍຂຶ້ນ ແລະຂູ່ວ່າຈະຕັດຄວາມສຳພັນທັ້ງຫມົດກັບມະຫາອຳນາດຄູ່ແຂ່ງ ໃນຂະນະທີ່ຄວາມສຳພັນທັ້ງສອງຄ່ອຍໆ ຖອຍລົງໃນຊ່ວງການແພ່ລະບາດ “ມີຫລາຍສິ່ງທີ່ເຮົາຄວນເຮັດເຮົາຄວນຕັດຄວາມສຳພັນທັ້ງຫມົດ” ທຣັມ ກ່າວເມື່ອວັນພະຫັດ (14) ໃນການໃຫ້ສຳພາດກັບ Fox Business News
“ເຈົ້າຈະປະຢັດເງິນໄດ້ 5 ແສນລ້ານດອນລາ ຫາກເຈົ້າຕັດຄວາມສຳພັນທັ້ງຫມົດ”
ທຣັມ ກ່າວວ່າ ຄວາມສຳພັນຂອງເຂົາກັບປະທານາທິບໍດີ ສີ ຈິ້ນຜິງ ຂອງຈີນນັ້ນ “ດີຫລາຍ” ແຕ່ເສີມວ່າ “ຕອນນີ້ ຂ້ອຍພຽງແຕ່ບໍ່ຢາກເວົ້າກັບເຂົາ”
ຄຳຂູ່ນີ້ອອກມາຫນຶ່ງສັບປະດາຫລັງຈາກການໂອ້ລົມການຄ້າລະຫວ່າງຜູ້ແທນເຈລະຈາຂອງສະຫະລັດ ແລະຈີນ ຊຶ່ງສອງຝ່າຍຢ້ຳເຖິງພັນທະສັນຍາໃນຂໍ້ຕົກລົງການຄ້າລະຍະທຳອິດ ທີ່ຖືກບັນລຸໃນເດືອນມົກກະລາ
ຢ່າງໃດກໍ່ຕາມ ການປະຕິບັດຕາມຂໍ້ຕົກລົງດັ່ງກ່າວເບິ່ງຄືຈະມີຄວາມສຳຄັນນ້ອຍລົງເລື່ອຍໆ ທ່າມກາງການແພ່ລະບາດແລະແນວໂນ້ມເສດຖະກິດຕົກຕ່ຳທົ່ວໂລກ
ໃນຂໍ້ຕົກລົງທີ່ຖືກລົງນາມໃນເດືອນມົກກະລາ ຈີນຕົກລົງຊື້ສິນຄ້າສະຫະລັດເພິ່ມອີກ 2 ແສນລ້ານດອນລາໃນອີກ 2 ປີຂ້າງຫນ້າ ກ່ອນທີ່ສົງຄາມການຄ້າຈະເຄັ່ງຕຶງແລະນຳໄປສູ່ການເພິ່ມພາສີຕອບໂຕ້ກັນເປັນມູນຄ່າລວມຫລາຍພັນລ້ານດອນລາ
ຄວາມຕຶງຄຽດເພິ່ມສູງຂຶ້ນລະຫວ່າງວໍຊິງຕັນແລະປັກກິ່ງ ໃນຂະນະທີ່ຕ່າງຝ່າຍຕ່າງໂທດກັນເລື່ອງຕົ້ນກຳເນີດຂອງການແພ່ລະບາດທີ່ປາກົດຄັ້ງທຳອິດຊ່ວງປາຍປີ 2019 ໃນເມືອງອູ່ຮັ່ນຂອງຈີນ ຊຶ່ງທຣັມເອີ້ນວ່າເປັນ “ໂລກລະບາດຈາກຈີນ”