ເປັນເລື່ອງທີ່ໜ້າສົງສານ ແລະ ໂສກເສົ້າຫຼາຍ ເມື່ອຕົນເປັນນາງງາມ, ນາງແບບ ແຕ່ຕ້ອງໄດ້ຜ່າຕັດຂາອອກ ເຊິ່ງມັນຍາກເກີນກວ່າຈະທຳໃຈ ແຕ່ແນວໃດແນວເມື່ອມັນເປັນມາແລ້ວ ກໍຕ້ອງໄດ້ ຕັດ
ຂ່າວບັນເທີງຕ່າງປະເທດລາຍງານວ່າ “Daniella Álvarez” Miss Colombia 2011-2012
ທີ່ເພີ່ນຕ້ອງຖືກຕັດຂາ ເນື່ອງຈາກກວດພົບວ່າມີເນື້ອງອກບໍລິເວນທ້ອງ ຈຶ່ງເຮັດໃຫ້ເລືອດບໍ່ສາມາດລົງໄປລ້ຽງບໍລິເວນຂາໄດ້ ເຮັດໃຫ້ຂາດເລືອດ ແລະ ຕ້ອງຕັດຂາໃນທີ່ສຸດ
ນາງເຜີຍໃນໄອຈີວ່າ “ຂ້ອຍຍັງຮັກຮ່າງກາຍຂອງຂ້ອຍເໜືອນເດີມ ແລະ ຂ້ອຍມີຄວາມສຸກທີ່ໄດ້ຢູ່ບົນໂລກນີ້ ເພື່ອທ້າທ້າຍສິ່ງທີ່ຜ່ານເຂົ້າມາໃນຊີວິດໃໝ່ຂອງຂ້ອຍ”
ການເສຍຂາທີ່ງາມຂະໜາດນີ້ຖືເປັນເລື່ອງທີ່ເສົ້າ ແລະ ຍາກທີ່ຈະເຮັດໃຈຫຼາຍໆ ແນວໃດກໍສູ້ໆເປັນກຳລັງໃຈໃຫ້ເດີ້