ຄືເຮັດແນວນີ້ນໍ້? ຄົນລາວຖືກຈັບ ເຫດຮ່ວມແກ້ງຕົວະຈໍານໍາຄໍາປອມເກືອບ 400ບາດ

ຄືເຮັດແນວນີ້ນໍ້? ຄົນລາວຖືກຈັບ ເຫດຮ່ວມແກ້ງຕົວະຈໍານໍາຄໍາປອມເກືອບ 400ບາດ

ຈາກກໍລະນີ ແກ້ງມິດສາຊີບຕົວະຈໍານໍາຄໍາປອມ ຈໍານວນ 376ບາດ ຢູ່ປະເທດໄທ ເຮັດໃຫ້ສູນເງິນກວ່າ 9ລ້ານບາດ ເບື້ອງຕົ້ນຄາດມີຜູ້ກໍ່ເຫດທັງໝົດ 12ຄົນ ໂດຍກຸ່ມມິດສາຊີບໃຊ້ຮູບແບບນໍາຄໍາປອມຊຸບເງິນແບບໜາສະລັບສັບປ່ຽນກັນມາຈໍານໍາທີ່ຮ້ານທອງນິດທຽນເປັນເວລາລວມ 1ເດືອນກວ່າ, ຫຼ້າສຸດ ມີຄວາມຄືບໜ້າເພີ່ມ ຈັບຕົວຄົນຮ້າຍໄດ້ 1ຄົນແລ້ວ ເຊິ່ງເປັນຄົນລາວເຮົາເອງ.

ຄະດີດັ່ງກ່າວ ມາຮອດວັນທີ 17 ສິງຫາ 2020  ເຈົ້າໜ້າທີ່ແຈ້ງວ່າສາມາດຈັບຕົວຜູ້ກໍ່ເຫດໄວ້ໄດ້ 1 ຄົນ ຕັ້ງແຕ່ວັນທີ 15 ສິງຫາ 2020 ທີ່ຜ່ານ ຮູ້ຊື່ ທ້າວສັນ ອາຍຸ 43ປີ ສັນຊາດລາວ ພ້ອມຂອງກາງສາຍຄໍຄໍາປອມໜັກ 2ບາດ ຈໍານວນ 1 ເສັ້ນ ເຂົ້າໄປຈໍານໍາກັບຮ້ານ ກ່ອນຈັບຕົວຜູ້ກ່ຽວໄດ້.

ດ້ານເຈົ້າຂອງຮ້ານຄໍາຜູ້ເສຍຫາຍເຜີຍວ່າ ຕົນເອງຮູ້ສຶກສົງໄສໃນພຶດຕິກໍາ ຈຶ່ງໃຊ້ໄຟເປົ່າຄໍາເສັ້ນດັ່ງກ່າວຈົນພົບວ່າເປັນຄໍາປອມ ກ່ອນຈະເຮັດການລັອກປະຕູທາງເຂົ້າແລ້ວ ທໍາການລັອກຕົວຄົນຮ້າຍລົງກັບພື້ນ ແລ້ວເອີ້ນຕໍາຫຼວດມາຈັບກຸມໄປດໍາເນີນຄະດີດັ່ງກ່າວ ເຊິ່ງກ້ອງວົງຈອນປິດສາມາດບັນທຶກພາບເຫດການໄວ້ໄດ້

ຈາກນັ້ນ ໄດ້ກວດສອບຄໍາທີ່ເຄີຍຮັບຈໍານໍາມາກ່ອນໜ້ານີ້ 376ບາດ ລ້ວນເປັນຄໍາປອມທັງໝົດ ຈຶ່ງເຊືອວ່າເຮັດເປັນຂະບວນການ ຂະນະນີ້ຮູ້ແຫຼ່ງລີ້ຊ່ອນຂອງຜູ້ກໍ່ເຫດແລ້ວ 3ລາຍ ຍັງບໍ່ສາມາດເປີດເຜີຍລາຍລະອຽດໄດ້ ເພາະອາດຈະເຮັດໃຫ້ຜູ້ຕ້ອງຫາໄຫວຕົວທັນແລ້ວຫຼົບໜີໄປໄດ້.

ດ້ານ ທ້າວເຣີກ ທຽນໃໝ່ ເຈົ້າຂອງຮ້ານ ກ່າວວ່າ ຫຼັງຈາກຈັບກຸມທ້າວສັນ ສັນຊາດລາວໄດ້ ຈຶ່ງກວດສອບກ້ອງວົງຈອນປິດ ພົບວ່າມີຜູ້ກໍ່ເຫດບໍ່ຕໍ່າກວ່າ 12 ຄົນ ເລີ່ມຕັ້ງແຕ່ວັນທີ 9 ກໍລະກົດ ທີ່ຜ່ານມາ ໂດຍສັບປ່ຽນໝູນວຽນກັນມາມີທັ້ງຄົນໄທຄົນຕ່າງດ້າວ, ທັງຊາຍ ແລະ ຍິງ ລວມເຖິງຜູ້ສູງອາຍຸ ຈຶ່ງຝາກເຕືອນໄພເຖິງຮ້ານຄໍາອື່ນໆ ໃຫ້ລະມັດລະວັງ ແກ້ງມິດສາຊີບ ທີ່ມັນມາໃນຫຼາຍຮູບແບບ.

ຂ່າວທົ່ວໄປ