ມີຫຍັງດົນໃຈ ເຮັດໃຫ້ຊາຍໜຸ່ມຕ້ອງໂດດລົງຫຼີ້ນນ້ຳ ແລ້ວກໍ່ຈົມນ້ຳຫາຍໄປ

ມີຫຍັງດົນໃຈ ເຮັດໃຫ້ຊາຍໜຸ່ມຕ້ອງໂດດລົງຫຼີ້ນນ້ຳ ແລ້ວກໍ່ຈົມນ້ຳຫາຍໄປ

ຕາມການບອກເລົ່າຂອງຄົນທີ່ຢູ່ໃນເຫດການນຳ ຂະເຈົ້າບອກວ່າ ລາວໄປຫລິ້ນຫນ້າເຂື່ອນ ບາດແລ້ວ ເວລາກັບລາວເຮືອຍັງບໍ່ຮອດຝັ່ງປະມານ 300 ແມັດ ແລ້ວລາວຄິດຢາກຈະອາບນ້ຳ ແລ້ວແກ້ເສື້ອເອົາໃຫ້ແຟນຖືໄວ້ ແລ້ວໂຕນລົງນ້ຳ ຈັບເຊືອກ, ແຕ່ເຮືອແລ່ນໄວ້ພ້ອມມີຄື້ນນ້ຳແຮງ ມືລາວຫລຸດອອກຈາກເຊືອກ ແລ້ວເຮືອໂຄ້ງກັບມາຈະໄປເອົາລາວ ແລ້ວຊອກຫາບໍ່ເຫັນຈົມນ້ຳກ່ອນ ແລະ ຮອດຕ່ອນເຊົ້າວັນທີ 17/5/2029 ກໍຍັງບໍ່ທັນພົບເຫັນເທື່ອ…

ສາເຫດທີ່ຊາຍຈົມນໍ້າທີ່ຫນ້າເຂື່ອນທ່າລາດຕອນແລງວັນທີ 16/05/2020 ເກີດເຫດຊາຍຈົມນ້ຳທີ່ເຂື່ອນນ້ຳງື່ມ ປັດຈຸບັນຍັງຊອກຫາບໍ່ເຫັນຂໍໃຫ້ສິ່ງສັກສິດຄຸ້ມຄອງເຈົ້າ ໃຫ້ປອດໄພເດີ. ຈາກເຟສບຸກ “ຍີ່ປຸ່ນ ຍີ່ປຸ່ນ” ໄດ້ໂພສວ່າ “ຈາກກູ້ໄພ 1624 ປະຊຸມວາງແຜນຊ່ວຍເຫຼືອ ຫຼານເຂີຍແມ່ປຸ່ນ ເຖິງຈະພົບພຽງ ຮ່າງໄລ້ວິນຍານຂອງຫຼານເຂີຍ ພວກແມ່ 1624 ສູ້ສຸດໃຈ ເພື່ອນຳຮ່າງໄລ້ວິນຍານຂອງຫຼານເຂີຍກັບບ້ານ ຫຼານຕ້ອງຊ່ວຍພວກແມ່ເດີ້ລູກ ເພື່ອໃຫ້ແມ່ນຳເຈົ້າກັບບ້ານ ເຮັດພິທີທາງສາດສະໜາ ແລະ ລູກໆ 1624 ຕ້ອງອົດທົນສູ້ຊົນເອົາຄົນທີ່ເປັນທີ່ຮັກກັບບ້ານ ມາສູ່ອ້ອມກອດຄັ້ງສຸດທ້າຍຂອງ ຄຄ ອັນເປັນທີ່ຮັກ ກັບມາເດີ້ລູກເອີ້ຍ”.

ຈາກເພຈກູ້ໄພ 1624 ໄດ້ໂພສວ່າ “ທີມກູ້ຊີບກູ້ໄພນະຄອນຫຼວງ (ສູນສັ່ງການ) ຈຶ່ງໄດ້ຈັດທີມປະຕີບັດການທາງນ້ຳພ້ອມດ້ວຍອຸປະກອນ ອອກໄປຊ່ວຍເຫຼືອຄົ້ນຫາຜູ້ສູນຫາຍທາງນ້ຳຄັ້ງນີ້ສ່ວນສາເຫດພວກເຮົາຍັງບໍ່ຮູ້ສາເຫດເທື່ອ ເຫດຄົນຕົກເຮືອ ຫນ້າເຂື່ອນນ້ຳງື່ມ ໃນວັນທີ 16/05/2020 ເວລາ 18: 25 ນາທີ ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624 ວ່າ ມີເຫດຈົມນ້ຳ ເຂດຫນ້າເຂື່ອນນ້ຳງື່ມ ທ່າລາດ ເມືອງແກ້ວອຸດົມ ແຂວງວຽງຈັນ,

ຈາກເຫດການຕອນແລງວັນທີເກີດເຫດຊາຍຈົມນ້ຳທີ່ເຂື່ອນນ້ຳງື່ມ ຂໍໃຫ້ສິ່ງສັກສິດຄຸ້ມຄອງເຈົ້າ ໃຫ້ປອດໄພ ກັບບ້ານກັບເຮືອນເດີ້ໝູ່ເພືອນຕ່າງສົ່ງກຳລັງໃຈຢ່າໃຫ້ເປັນຫຍັງ ປະຕິບັດການຄົ້ນຫາຜູ້ສູນຫາຍກາງອ່າງນໍ້າງື່ມ ທິມກູ້ໄພ ຍັງເຮັດວຽກໝັກໜ່ວງໃນການຄົ້ນຫາຜູ້ສູນຫາຍຈົມນ້ຳ ທີ່ໜ້າເຂື່ອນນ້ຳງື່ມ ແຕ່ຍັງບໍ່ພົບ”. ຈາກເຟສ Jumboh Seelaivong ໄດ້ໂພສວ່າ

“ເລີົ່ມເຂົ້າເລື່ອງເລົ່າຂອງຊາຍຄົນຫນຶ່ງທີ່ລອດມາໄດ້ຢ່າງປະຕິຫານ ມື້ນີ້ມີຊາຍຄົນໜຶ່ງທີ່ເຄີຍປະສົບກັບເຫດການທີ່ຄ້າຍຄືກັນບອກວ່າ ຂ້ອຍກະເກືອບ ໃຜທີ່ລອຍນ້ຳເກັ່ງໆກໍຕ້ອງລະວັງກັນແນ່ເດີ້ ຂ້ອຍລອດມາເລົ່າໃຫ້ຟັງ ມື້ນັ້ນ ຂ້ອຍໄດ້ເຊົ່າເຮືອໃຫຍ່ລຳໜື່ງມີຕາຫຼູດ ສູງ 3ຊັ້ນ ຂ້ອຍລອຍນ້ຳ ເປັນ ຂ້ອຍກະໃສ່ເສື້ອຊູຊີບ ລອຍ ແຕ່ໃນຄວາມທີ່ຂ້ອຍ ຮູ້ວ່າໂຕເອງລອຍນ້ຳເປັນ ກະເລີຍປົດອອກແລ້ວ ໄປຂີ່ຕາຫຼູດ. ຫຼັງຈາກ ລົງນ້ຳໄປແລ້ວຂ້ອຍກະຈຶ້ງນ້ຳດົນເຕີບ ແລ້ວໝູ່ກະພາກັນຂື້ນເຮືອໝົດ ເຮືອເລິ້ມເຄື່ອນໂຕອອກ ໄປຈຸດໃຫມ່ ຂ້ອຍກະເລີຍຄ່ອຍໆລອຍເຂົ້າຫາເຮືອ ຂ້ອຍລອຍ

ຈັ່ງໃດກະໄປບໍ່ຮອດເຮືອ ເພາະ ແຮງດັນຂອງນ້ຳໆນິ້ງນ້ຳບໍ່ໄຫລ ບວກກັບແຮງດັນຂອງເຮືອກຳລັງເຂື່ອນໄປ ເຮັດໃຫ້ຂ້ອຍລອຍ ເຂົ້າຫາເຮືອບໍ່ໄດ້ ໝູ່ກະໄດ້ແຕ່ເບີ່ງບໍ່ຮູ້ວ່າຂ້ອຍກຳລັງຊິຈົມ ຂ້ອຍຕັ້ງສະຕິ ແລ້ວຮີບສູບອາກາດເຂົ້າໄປ, ບວກກັບນ້ຳທີ່ມີກິ່ນນ້ຳມັນອອກມາຈາກທ້າຍເຮືອ ແລ້ວຂ້ອຍກໍມຸດ ລົງນ້ຳເພື່ອຊິລອຍ ໄປຫາເຮືອ ຂ້ອຍເຮັດແບບນີ້ສາມເທື່ອ ກີນນ້ຳສອງເທື່ອ ມີທັງນ້ຳມັນພ້ອມທີ່ປົນມາກັບນ້ຳ ຂ້ອຍກຳລັງຈະຈົມ ແລ້ວຂ້ອຍຝຶນລອຍແບບບໍ່ມີເປົ້າໝາຍເພາະຂ້ອຍດຳລົງໄປບໍ່ມີແຮງລອຍຢູ່ໜ້ານ້ຳແລ້ວ ແຮງສຸດທ້າຍທີ່ຂ້ອຍມີ ແມ່ນຕອນທີ່ຂ້ອຍ ເອົານິ້ວມື້ໄປແຕະກັບຂັ້ນໄດເຮືອໄດ້

ຖ້າຕອນນັ້ນນິ້ວຂ້ອຍບໍ່ໄປແຕະກັບຂັ້ນໄດເຮືອແມ່ນຂ້ອຍ ຈະບໍ່ມີໂອກາດໄດ້ມາບອກໃຜແບບນີ້ ຫຼັງຈາກນັ້ນໝູ່ກະດຶງຂ້ອຍຂື້ນ ໂຕຂ້ອຍ ບໍ່ມີ ແຮງຢືນຈົນບໍ່ໄດ້ລ່ອຍໝົດທຸກສ່ວນຂອງຮ່າງກາຍ ແລະກໍຮາກອອກເອງ ແບບຂ້ອຍບໍ່ຕ້ອງເຮັດຫຍັງເລີຍ ເພາະກີນນ້ຳເຂົາໄປ ຂິວນ້ຳມັນເຮືອພ້ອມ ຄ້າຍໆກັບ ໃນໜັງຈົມນ້ຳແລ້ວມີຄົນລົງໄປຊ່ວຍຂື້ນມາ ຜາຍປອດ ແຕ່ຂ້ອຍ ບໍ່ໄດ້ສະຫຼົບ ມີແຕ່ໜ້າມຶດແລ້ວກໍນອນ ຢູ່ພື້ນ ແລ້ວກະຮາກ ຫຼັງຈາກນັ້ນມາ,

ຂ້ອຍກະບໍ່ໄປອີກເລີຍປະສົບການຊີວິດທີ່ຂ້ອຍລອດມາເລົ່າໃຫ້ຮູ້ ເຕືອນ ໄວ້ເລີຍສຳລັບຄົນທີ່ຫຼີ້ນນ້ຳ ບ່ອນນີ້ຕ້ອງໃສ່ເສື້ອຊູຊີບ ແລະຢ່າ ຫຼີ້ນຕອນເມົາ ເດັດຂາດ ຕອນເຮືອຈອດຢູ່ກາງນ້ຳ. ຂໍໃຫ້ທຸກຄົນຈົ່ງມີສະຕິລະວັງຕົວຕະຫລອດເວລາເດີ ເພື່ອທີ່ຈະບໍ່ໃຫ້ເກີດແບບນີ້ອີກ, ຫລັງຈາກມາດຕະການລັອກດາວຫາກໍ່ເລີ່ມຜ່ອນຜັນເຮົາກໍ່ພົບເລື່ອງເສົ້າແລ້ວ ຂໍໃຫ້ທຸກຄົນມີສະຕິຫຼາຍຂຶ້ນໃນທຸກໆເລື່ອງ ສ່ວນຜູ້ປະສົບເຫດຢູ່ໜ້າເຂື່ອນກໍ່ເສຍໃຈນຳເດີ້ ທີມຂ່າວພວກເຮົາພາວະນາຂໍໃຫ້ພົບເພິ່ນໄວໆ,

ເລື່ອງຂອງເລື່ອງມີຢູ່ວ່າ ຕອນແລງວັນທີ 16/05/2020 ເກີດເຫດຊາຍຈົມນ້ຳທີ່ເຂື່ອນນ້ຳງື່ມ ປັດຈຸບັນຍັງຊອກຫາບໍ່ເຫັນເຊິ່ງ ຕາມການບອກເລົ່າຂອງຄົນທີ່ຢູ່ໃນເຫດການນຳຜູ້ປະສົບເຫດບອກວ່າ ລາວໄປຫລິ້ນຫນ້າເຂື່ອນ ບາດແລ້ວ ເວລາກັບເຮືອຍັງບໍ່ຮອດຝັ່ງປະມານ 300 ແມັດ ແລ້ວລາວຄິດຢາກຈະອາບນ້ຳ ແລ້ວແກ້ເສື້ອເອົາໃຫ້ແຟນຖືໄວ້, ແລ້ວໂຕນລົງນ້ຳ ຈັບເຊືອກ ແຕ່ເຮືອແລ່ນໄວ້ພ້ອມມີຄື້ນນ້ຳແຮງ ມືລາວຫລຸດອອກຈາກເຊືອກ ແລ້ວເຮືອໂຄ້ງກັບມາຈະໄປເອົາລາວ ແລ້ວຊອກຫາບໍ່ເຫັນຈົມນ້ຳກ່ອນ ຈົນມາຮອດຕອນເຊົ້າວັນທີ 17/5/2029 ກໍຍັງບໍ່ທັນພົບເຫັນເທື່ອ

ທັງນີ້, ຈາກທີ່ໄປຫາຂໍ້ມູນເພີ່ມເຕີມ ທີ່ໄປທີ່ມາຈາກເຟສບຸກສ່ວນຕົວຂອງຜູ້ກ່ຽວເອງ ພົບເຫັນໝູ່ເພື່ອນ, ຄົນໃນຄອບຄົວ ແລະ ຄົນຮັກ ຕ່າງກໍ່ໂພສຂໍ້ຄວາມອາໄວຫາ ພ້ອມວອນຂໍໃຫ້ພົບຜູ້ກ່ຽວໂດຍໄວ ບໍ່ວ່າຈະຢູ່ໃນສະພາບໃດກໍ່ແລ້ວແຕ່. ແນວໃດກໍ່ຕາມ ຂໍເປັນກໍາລັງໃຈ ຄົ້ນພົບຜູ້ສູນຫາຍໂດຍໄວ ແລະ ວອນສິ່ງສັກສິດຊ່ວຍຄຸ້ມຄອງໃຫ້ປອດໄພດ້ວຍ ນັບເປັນຂ່າວທີ່ສ້າງຄວາມຕົກໃຈ, ສະເທືອນໃຈອີກເລື່ອງໜຶ່ງ ເມື່ອເກີດເຫດການໜຸ່ມຫຼໍ່ຄົນໜຶ່ງຮ່ວມທຣິບໄປທ່ຽວລ່ອງເຮືອຢູ່ທ່າລາດ ແຕ່ບໍ່ຮູ້ວ່າເຮັດແນວໃດ ຜູ້ກ່ຽວຕົກເຮືອແຕ່ມື້ວານນີ້ ຈົນຕອນນີ້ຍັງຄົ້ນຫາຜູ້ກ່ຽວບໍ່ພົບ. ສ່ວນນີ້ແມ່ນເຟສບຸກເສ່ວນຕົວຂອງຜູ້ກ່ຽວ Diamond Ssk(ເພັດ)

ສາລະໜ້າຮູ້