ເລື້ອງການຮັບຢາຕ່າງໆຈາກຕ່າງປະເທດທີ່ຊ່ວຍເຫຼືອລ້າ.
ຢາກໃຫ້ມີການກວດກາແລະວິເຄາະຕົວຢາທຸກຊະນິດກ່ອນຈະເອົາໄປປິ່ນປົວຫຼືເອົາໄປແຈກຢາຍໃຫ້ປ/ຊຫຼືນັກຮຽນຕາມໂຮງຮຽນຕ່າງ.ເພາະວ່າຢາແຕ່ລະຊະນິດທີ່ຜລິດຂຶ້ນມາໃໝ່ປະສິດທິພາບຈະແຕກຕ່າງກັນໄປ.ເຖິງຢາຊະນິດດຽວກັນແຕ່ການຜລິດແຕ່ລະງວດຈະແຕກຕ່າງກັນ.ໃນການເພີ້ມປະສິດທິພາບຂອງຕົວຢາ.ເພື່ອໃຫ້ມີປະສິດທິພາບສູງໃນການປາບປາມພະຍາດ.ແຕ່ມີຜົນຂ້າງຄຽງໃນຄວາມສຽ່ງສູງຕໍ່ຊີວິດຂອງຄົນ.ຖ້າເອົາບໍ່ທັນອາດເຖິງແກ່ຊີວິດໄດ້.
ຕົວຢ່າງທີ່ເປັນຂ່າວກັນມາແລ້ວນັກຮຽນກິນຢາຂ້າແມ່ທ້ອງແຕ່ເກີດອາອາການແພ້ປວດທ້ອງຂີ້ຮາກຈົນໄດ້ຫາມສົ່ງກັນໄປໂຮງໝໍຢ່າງຮີບດ່ວນ.
ເພາະສະນັ້ນຈິ່ງຂໍຝາກຄວາມຫວັງນຳກະຊວງສາທາລະນະສຸກຕື່ມຕ້ອງມີສະຕິແລະຮອບຄອບຕື່ມຢ່າໃຫ້ເກີດເຫດການດັ່ງກ່າວນີ້ອີກໃນຄັ້ງຖັດໄປ.
.ເລື້ອງການຊ່ວຍເຫຼືອລ້າຂອງປະເທດຕ່າງໆກໍ່ຍິນດີນຳ.ແຕ່ໃຫ້ມີຄວາມຮອບຄອບດ້ວຍ.ຫຼາຍປະເທດທີ່ຊ່ວຍເຫຼືອແບບບໍ່ຫວັງຜົນກໍ່ມີ.ຫຼາຍປະເທດທີ່ຊ່ວຍເຫຼືອເພື່ອຫວັງຜົນປະໂຫຍດກໍ່ມີ.ຫຼາຍປະເທດທີ່ຊ່ວຍເຫຼືອເພື່ອເປັນທຸລະກິດການຄ້າມາໃນແບບການຊ່ວຍເຫຼືອກໍ່ມີ.ບາງທີຄົນລາວອາຈຈະເປັນໜູລອງຢາກໍ່ເປັນໄດ້.