ຈີນສົ່ງທີມແພດໄປເກົາຫລີເຫນືອ ຫລັງມີຂ່າວລືວ່າ ຄິມ ຈອງ ອຶນ ເສຍຊີວິດ

ຈີນສົ່ງທີມແພດໄປເກົາຫລີເຫນືອ ຫລັງມີຂ່າວລືວ່າ ຄິມ ຈອງ ອຶນ ເສຍຊີວິດ

ລັດຖະບານຈີນສົ່ງຄະນະເຈົ້າຫນ້າທີ່ຊຸດຫນຶ່ງ ໄປຍັງເກົາຫລີເຫນືອ ຊຶ່ງຮວມທັ້ງບັນດາຜູ້ຊ່ຽວຊານທາງການແພດເພື່ອໃຫ້ຄຳແນະນຳຄິມ ຈອງ ອຶນ ຜູ້ນຳສູງສຸດຂອງເກົາຫລີເຫນືອ ຈາກການເປີດເຜີຍຂອງແຫລ່ງຂ່າວທີ່ກ່ຽວຂ້ອງກັບສະຖານະການ 3 ຄົນ ໂດຍການເດີນທາງຂອງທີມແພດແລະເຈ້າຫນ້າທີ່ຈີນ ມີຂຶ້ນທ່າມກາງລາຍງານຂ່າວທີ່ກຳລັງສ້າງຄວາມສັບສົນກ່ຽວກັບສຸກຂະພາບຂອງຜູ້ນຳເກົາຫລີເຫນືອ ຊຶ່ງບາງສື່ເຖິງກັບລືວ່າ ຜູ້ນຳເກົາຫລີເຫນືອເຖິງແກ່ອະໄສຍະກຳ ແຕ່ສື່ກໍ່ຍັງບໍ່ສາມາດລາຍງານໄດ້ຢ່າງທັນທີວ່າ ການເດິນທາງຂອງທີມເຈົ້າຫນ້າທີ່ຈີນຄຣັ້ງນີ້ ເປັນການສົ່ງສັນຍານກ່ຽວກັບສຸກຂະພາບຂອງ ຄິມ ຈອງ ອຶນ ຫລືບໍ່

ແຫລ່ງຂ່າວ 2 ໃນ 3 ຄົນ ກ່າວວ່າ ຄະນະຜູ້ແທນຂອງຈີນ ຊຶ່ງນຳໂດຍສະມາຊິກລະດັບສູງຂອງສຳນັກງານປະສານງານລະຫວ່າງປະເທດຂອງພັກຄອມມິວນິດຈີນ ເດີນທາງອອກຈາກກຸງປັກກິ່ງ ໄປຍັງເກົາຫລີເຫນືອເມື່ອວັນພະຫັດ ໂດຍສຳນັກງານແຫ່ງນີ້ ຖືເປັນຫນ່ວຍງານຫລັກຂອງຈີນທີ່ເບິ່ງແຍງເລື່ອງຄວາມສຳພັນກັບເກົາຫລີເຫນືອ ແຕ່ແຫລ່ງຂ່າວປະຕິເສດທີ່ຈະເປີດເຜີຍຊື່ ເນື່ອງຈາກເລື່ອງນີ້ ຖືເປັນເລື່ອງລະອຽດອ່ອນ ແລະບໍ່ຖະແຫລງໃດ ໆ ດ້ວຍ ທັ້ງນີ້

ເດລີເອັນເຄ ເວັບໄຊຂ່າວຂອງກຸ່ມຊາວເກົາຫລີເຫນືອແປພັກໃນກຸງໂຊເດລີນ ເກົາຫລີໃຕ້ ລາຍງານໃນຊ່ວງຕົ້ນສັບປະດາວ່າ ຄິມກຳລັງພັກຟື້ນຫລັງເຂົ້າຮັບການຜ່າຕັດລະບົບຫົວໃຈແລະຫລອດເລືອດເມື່ອວັນທີ່ 12 ເມສາ ທີ່ຜ່ານມາ ໂດຍອ້າງແຫລ່ງຂ່າວບໍ່ເປີດເຜີຍຊື່ໃນເກົາຫລີເຫນືອ ສ່ວນເຈົ້າຫນ້າທີ່ລັດຖະບານເກົາຫລີໃຕ້ ແລະເຈ້າຫນ້າທີ່ຈີນທີ່ສຳນັກງານປະສານງານຯ ທ້າທາຍລາຍງານຂ່າວທີ່ບອກວ່າ ຄິມ ຈອງ ອຶນ ຢູ່ໃນພາວະອັນຕະລາຍ ຫລັງການຜ່າຕັດ

ຊຶ່ງທາງເຈົ້າຫນ້າທີ່ເກົາຫລີໃຕ້ ແຖລງວ່າ ພວກເຂົາຍັງບໍ່ພົບສັນຍານໃດ ໆ ທີ່ຜິດປົກກະຕິໃນເກົາຫລີເຫນືອ ຂະນະທີ່ ເມື່ອວັນພະຫັດທີ່ຜ່ານມາ ປະທານາທິບໍດີ ໂດນັດ ທຣັມ ຜູ້ນຳສະຫະລັດ ກໍ່ອອກມາປະຕິເສດລາຍງານຂ່າວກ່ອນຫນ້ານີ້ທີ່ວ່າ ຄິມ ຈອງ ອຶນ ປ່ວຍອາການຫນັກ “ຂ້ອຍຄິດວ່າເປັນລາຍງານຂ່າວທີ່ບໍ່ຖູກຕ້ອງ” ທຣັມກ່າວກັບຜູ້ສື່ຂ່າວ ແຕ່ເຂົາປະຕິເສດທີ່ຈະບອກວ່າ ເຂົາໄດ້ຕິດຕໍ່ກັບເຈົ້າຫນ້າທີເກົາຫລີເຫນືອຫລືບໍ່

ໃນວັນສຸກ ແຫລ່ງຂ່າວເກົາຫລີໃຕ້ ກ່າວກັບຮອຍເຕີວ່າ ຫນ່ວຍຂ່າວກອງຂອງພວກເຂົາບອກວ່າ ຄິມ ຈອງ ອຶນ ຢັງມີຊີວິດຢູ່ ແລະອາດຈະປາກົດຕົວໄວໆນີ້ ແຕ່ແຫລ່ງຂ່າວກໍ່ບໍ່ໄດ້ເວົ້າເຖິງອາການປັດຈຸບັນຂອງ ຄິມ ຈອງ ອຶນ ຫລືຄວາມກ່ຽວຂ້ອງຂອງຈີນ ຂະນະທີ່ ເຈົ້າຫນ້າທີ່ທີ່ຄຸ້ນເຄີຍກັບຫນ່ວຍຂ່າວກອງຂອງສະຫະລັດ ກໍ່ບອກວ່າ ຮູ້ວ່າ ຄິມ ຈອງ ອຶນ ມີປັນຫາສຸກຂະພາບ ແຕ່ບໍ່ມີເຫດຜົນທີ່ຈະໄປດ່ວນສະລຸປວ່າ ເຂົາປ່ວຍຫນັກ ຈົນບໍ່ສາມາດປາກົດຕົວຕໍ່ສາທາລະນະຊົນໄດ້ ສ່ວນໂຄສົກຍິງຂອງກະຊວງຕ່າງປະເທດສະຫະລັດ ບໍ່ສະແດງຄວາມຄິດເຫັນ ດ້ານທ່ານໄມ ປອມເປໂອ ລັດຖະມົນຕີຕ່າງປະເທດສະຫະລັດເມື່ອຖືກຟັອກນິວຖາມກ່ຽວກັບສຸກຂະພາບຂອງ ຄິມ ຈອງ ອຶນ ຫລັງທຣັມ ແຖລງ ເຂົາກ່າວວ່າບໍ່ມີຂໍ້ມູນຫຍັງເລີຍທີ່ຈະສາມາດແບ່ງປັນເຈົ້າໄດ້ໃນຄືນນີ້ ແຕ່ຊາວອະເມລິກາຄວນຈະຮູ້ວ່າ ເຮົາກຳລັງເຝົ້າຈັບຕາສະຖານະການຢ່າງໃຈຈົດໃຈຈໍ່ຫລາຍ

ສາລະໜ້າຮູ້