ສຳລັບແຮງງານທີ່ມີ MOU ທີ່ເດີນກັບເມືອບ້ານເກີດຊ່ວງໂຄວິດ-19 ສບຄ.ຂອງໄທ ໄດ້ອະນຸຍາດໃຫ້ເຂົ້າປະເທດໄທໄດ້ ແຕ່ຕ້ອງກັກຕົວ 14 ວັນ
ຈາກທີ່ປະຊຸມສູນບໍລິຫານສະຖານະການໂຄວິດ-19(ສບຄ.)ມີຄວາມເຫັນແນວທາງໃນການນຳເຂົ້າແຮງງານຕ່າງດ້າວ ສັນຊາດ ກຳປູເຈຍ,ລາວ,ມຽນມາ ເຂົ້າມາເຮັດວຽກຕາມ MOU ຕາມທີ່ກະຊວງແຮງງານຂອງໄທສະເຫນີ ໂດຍແຮງງານຕ່າງດ້າວຕ້ອງກວດຫາເຊື້ອ COVID-19 ແລະ ກັກຕົວ 14 ວັນ ກ່ອນອອກໃບອະນຸຍາດເຮັດວຽກ
ທ່ານສຸຊາດ ພອນໄຊວິເສດກຸນ ອະທິບໍດີກົມການຈັດຫາງານເປີດເຜີຍ ວັນທີ 22 ກໍລະກົດ 2020 ທີ່ປະຊຸມສູນບໍຫານສະຖານະການໂຄວິດ-19 ໄດ້ພິຈາລະນາ ແລະ ເຫັນດ້ວຍກັບແນວທາງການດຳເນີນການນຳແຮງງານຕ່າງດ້າວ ສັນຊາດ ກຳປູເຈຍ,ລາວ,ມຽນມາ ເຂົ້າມາເຮັດວຽກກະຊວງແຮງງານສະເຫນີ ໂດຍເຫັນດ້ວຍໃຫ້ແຮງງານຕ່າງດ້າວ 2ກຸ່ມ ຄື:
1.ແຮງງານຕ່າງດ້າວທີ່ມີໃບອະນຸຍາດເຮັດວຽກ ແລະ ມີວີຊ້າເຮັດວຽກຢູ່ແລ້ວ ເຊີງໄດ້ຂໍວີຊ້າຮັກສາສິດໃບອະນຸຍາດເຮັດວຽກ(Re-Entry Visa) ເພື່ອເດີນທາງກັບປະເທດແລ້ວຍັງບໍ່ໄດ້ກັບເຂົ້າໄທ ປະມານ 69,235 ຄົນ
2. ແຮງງານຕ່າງດ້າວທີ່ຍັງບໍ່ມີໃບອະນຸຍາດຮັດວຽກ ແລະ ວີຊ້າ ທີ່ນາຍຈ້າງໄດ້ຍື່ນຫນັງສືສະແດງຄວາມຕ້ອງການ (Demand Letter) ໄປທີ່ປະເທດຕົ້ນທາງແລ້ວ ແລະ ນາຍຈ້າງຍັງຕ້ອງການນຳເຂົ້າໄທ ແຕ່ບໍ່ສາມາດດຳເນີນການຂັ້ນຕອນຕໍ່ໄປໄດ້ ປະມານ 42,168 ຄົນ ໃຫ້ເດີນທາງເຂົ້າໄທໄດ້
ໂດຍຕ້ອງປະຕິບັດຕາມມາດຕະການທີ່ ສບຄ. ກຳນົດ ຄືການກຽມຕົວກ່ອນເຂົ້າປະເທດໄທ ແຮງງານຕ່າງດ້າວທັງສອງກຸ່ມຕ້ອງໄດ້ຮັບຫນັງສືຮັບຮອງວ່າເດີນທາງເຂົ້າໄປໃນຣາຊະອານາຈັກໄດ້ ແລະ ມີໃບຮັບຮອງແພດ (Fit to Travel) ສ່ວນການເດີນທາງເຂົ້າໄປໃນຣາຊະອານາຈັກ ກໍລະນີເປັນແຮງງານຕ່າງດ້າວກຸ່ມທີ່ມີ Re-Entry Visa ເຊິ່ງມີໃບອະນຸຍາດເຮັດວຽກຢູ່ແລ້ວ ເມື່ອດ່ານກວດຄົນເຂົ້າເມືອງກວດເອກະສານການອະນຸຍາດເຂົ້າປະເທດ ແລະກວດຈ້ຳກາວີຊ້າແລ້ວ ແຮງງານຕ່າງດ້າວຕ້ອງເຂົ້າຮັບກວດຫາເຊື້ອ COVID-19 ທັນທີ ທີ່ດ່ານຄວບຄຸມໂລກຂອງກະຊວງສາທາລະນະສຸກ ແລະ ຕ້ອງເຂົ້າຮັບການກັກຕົວ 14 ວັນ ໃນສະຖານກັກກັນຂອງລັດໃນລະດັບຈັງຫວັດ (ALQ)
ສຳລັບແຮງງານຕ່າງດ້າວທີ່ຍັງ ບໍ່ມີໃບອະນຸຍາດເຮັດວຽກ ທີ່ນາຍຈ້າງຍື່ນຂໍນຳເຂົ້າໃຫມ່ ເມື່ອດ່ານກວດຄົນເຂົ້າເມືອງກວດເອກະສານການອະນຸຍາດໃຫ້ເດີນທາງເຂົ້າປະເທດແລ້ວ ແຮງງານຕ່າງດ້າວຕ້ອງເຂົ້າຮັບການກວດຫາເຊື້ອ COVID-19 ແລະກວດສຸຂະພາບ 6 ໂລກ ຊື້ປະກັນສຸຂະພາບ 2 ປີ (ກໍລະນີກິດຈະການທີ່ບໍ່ໄດ້ເຂົ້າປະກັນສັງຄົມ) ຫຼື ປະກັນສຸຂະພາບ 3 ເດືອນ (ກໍລະນີກິດຈະການຕ້ອງເຂົ້າປະກັນສັງຄົມ) ແລະ ເຂົ້າຮັບການກັກຕົວ 14 ວັນໃນສະຖານທີ່ຂອງລັດໃນລະດັບຈັງຫວັດ (ALQ) ເຊິ່ງ
ຂະນະທີ່ຢູ່ໃນສະຖານທີ່ກັກກັນ ຈະມີການອົບຮົມລະບຽບ ແລະ ການໃຊ້ຊີວິດຢູ່ໃນປະເທດໄທ ໃຫ້ກັບຄົນຕ່າງດ້າວກ່ອນເຂົ້າໄປເຮັດວຽກ ເມື່ອຄົບກຳຫນົດ 14 ວັນ ຈະໄດ້ຮັບກວດຈ້ຳກາວີຊ້າຈາກເຈົ້າຫນ້າທີ່ກວດຄົນເຂົ້າເມືອງ ແລະ ໄດ້ຮັບໃບອະນຸຍາດເຮັດວຽກຈາກສູນແລກຮັບ ແລະສີ້ນສຸດການຈ້າງ ເມື່ອແຮງງານຕ່າງດ້າວທັງສອງກຸ່ມເຂົ້າຮັບກັກຕົວຄົບຕາມກຳຫນົດແລ້ວບໍ່ພົບເຊື້ອ ນາຍຈ້າງ ສາມາດຮັບແຮງງານຕ່າງດ້າວໄປເຮັດວຽກ ພ້ອມລາຍງານໃຫ້ສຳນັກງານຈັດຫາງານຈັງຫວັດໃນພື້ນທີ່ຮັບຮູ້
ການທີ່ ສບຄ.ຜ່ອນຄາຍມາດຕະການລ໋ອກດາວ ເຟສ 6 ແລະ ອະນຸຍາດໃຫ້ສາມາດນຳເຂົ້າແຮງງານຕ່າງດ້າວທີ່ຈະເຂົ້າເຮັດວຽກຕາມລະບົບ MOU ເນື່ອງຈາກຄວາມຕ້ອງການແຮງງານຂອງນາຍຈ້າງ / ສະຖານປະກອບການໃນປະເທດໄທ ທີ່ມີຄວາມຈຳເປັນຕ້ອງໃຊ້ແຮງງານໃນການຂັບເຄື່ອນກິດຈະການ ຫຼັງຈາກກິດຈະການຕ່າງໆ ເລີ່ມກັບມາດຳເນີນການຕາມປົກກະຕິ ເຊິ່ງສ່ວນໃຫຍ່ເປັນລັກສະນະງານທີ່ແຮງງານໄທບໍ່ນິຍົມເຮັດກັນ
ທັງນີ້ການດຳເນີນການນຳເຂົ້າແຮງງານ3ຊາດເຂົ້າເຮັດວຽກຕ້ອງຄຳນຶງເຖີງຄວາມປອດໄພ ແລະ ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມໂລກຂອງກະຊວງສາທາລະນະສຸກຢ່າງເຄັ່ງຄັດ ເພື່ອບໍ່ໃຫ້ເກີດການແພ່ລະບາດໃນປະເທດໄທ ແລະ ໄດ້ກຳຫນົດຊ່ອງທາງການເຂົ້າປະເທດໄທຂອງແຮງງານຕ່າງຊາດ
ສັນຊາດ ກຳປູເຈຍ ຄື:ຈັງຫວັດສະແກ້ວ
ສັນຊາດລາວ ຄື:ຈັງຫວັດຫນອງຄາຍ
ສັນຊາດມຽນມາ ຄື:ຈັງຫວັດຕາກ ແລະ ລະນອງ
ໂດຍນາຍຈ້າງ ຜູ້ປະກອບການ ຕ້ອງຮັບຜິດຊອບຄ່າໃຊ້ຈ່າຍ ໃນການກວດຫາເຊື້ອ COVID-19 ແລະການຈັດສະຖານທີ່ກັກກັນ 14 ວັນ ປະມານ 13,200-19,300 ບາດ ຕໍ່ແຮງງານ 1 ຄົນ.