ເລີ່ມມີຄວາມຫວັງ ນັກວິທະຍາສາດຈີນຄົ້ນພົບ ແອນຕິບໍດີ້ທີ່ຈັດການໂຄວິດ-19 ໄດ້ແລ້ວ

ເລີ່ມມີຄວາມຫວັງ ນັກວິທະຍາສາດຈີນຄົ້ນພົບ ແອນຕິບໍດີ້ທີ່ຈັດການໂຄວິດ-19 ໄດ້ແລ້ວ

ເລີ່ມມີຄວາມຫວັງ ນັກວິທະຍາສາດຈີນ ພົບແອນຕິບໍດີ້ທີ່ຈັດການໂຄວິດ-19 ໄດ້ແລ້ວ

ສຳນັກຂ່າວຕ່າງປະເທດລາຍງານເມື່ອວັນທີ 1 ເມສາ 2020 ວ່າ ທີມນັກວິທະຍາສາດຈີນ ຄົ້ນພົບແອນຕິບໍດີ້ທີ່ມີປະສິດທິພາບໃນການຂວາງກັ້ນບໍ່ໃຫ້ເຊື້ອໂຄວິດ-19 ເຂົ້າສູ່ເຊລ ຊື່ງໃນອານາຄົດອາດພັດທະນາເປັນຢາຮັກສາໂຄວິດ-19 ໄດ້

ສຳນັກຂ່າວ Reuters ລາຍງານວ່າ ເມື່ອເດືອນມັງກອນທີ່ຜ່ານມາ ທ່ານຈາງຫລິນຊີຈາກມະຫາວິທະຍາໄລຊິງຫົວໃນນະຄອນປັກກິ່ງຂອງຈີນຮ່ວມກັບນັກວິໄຈຈາກໂຮງຫມໍປະຊາຊົນແຫ່ງທີ່ 3 ໃນເມືອງເຊິນເຈີ້ນ ເລີ່ມວິເຄາະແອນຕິບໍດີ້ທີ່ສະກັດຈາກເລືອດຂອງຜູ້ຕິດເຊື້ອທີ່ໄດ້ຮັບການປິ່ນປົວດີຈາກການຕິດເຊື້ອໂຄວິດ-19 ແລ້ວ ແລະພົບສານພູມຕ້ານທານທີ່ສາມາດເກາະຕິດໂປຣຕີນຂອງເຊື້ອໄວຣັດໄດ້

ຈາກນັ້ນທີມງານຈິງທົດລອງຕໍ່ໄປວ່າສານພູມຕ້ານທານເຫຼົ່ານັ້ນສາມາດປ້ອງກັນບໍ່ໃຫ້ເຊື້ອໄວຣັດເຂົ້າສູ່ເຊລຂອງມະນຸດຫລືບໍ່ ໃນຂັ້ນຕອນນີ້ພົບວ່າໃນຈຳນວນແອນຕິບໍດີ້ທີ່ນຳມາທົດສອບ 20 ໂຕມີ 4 ໂຕທີ່ປ້ອງກັນບໍ່ໃຫ້ເຊື້ອໄວຣັດເຂົ້າສູ່ເຊລໄດ້ ແລະໃນຈຳນວນ 4 ໂຕນີ້ມີ 2 ໂຕທີ່ມີປະສິດທິພາບດີຫລາຍ

ຂະນະນີ້ທາງທີມວິໄຈຢູ່ໃນຂັ້ນຕອນຂອງການຫາແອນຕິບໍດີ້ທີ່ມີປະສິດທິພາບຫລາຍທີ່ສຸດ ເພື່ອນຳມາລວມກຳລັງກັນບັນເທົາຄວາມສ່ຽງທີ່ເຊື້ອໂຄວິດ-19 ຈະກາຍພັນ ແລະຫາກການທົດລອງເປັນໄປໄດ້ດ້ວຍດີກໍ່ຈະນຳມາທົດລອງກັບສັດ ແລະມະນຸດຕໍ່ໄປ

ທ່ານຈາງ ກ່າວກັບ Reuters ວ່າ ຢາທີ່ຜະລິດຈາກແອນຕິບໍດີ້ແບບທີ່ຕົນກຳລັງທົດລອງຢູ່ນັ້ນອາດມີປະສິດທິພາບຫລາຍກວ່າວິທີການຮັກສາໃນປະຈຸບັນ ລວມທັງການຮັກສາດ້ວຍພລາສມາທີ່ສະກັດຈາກເລືອດຂອງຄົນທີ່ດີຈາກອາການຕິດເຊື້ອແລ້ວເນື່ອງຈາກແມ່ນວ່າພລາສມາຈະມີແອນຕິບໍດີ້ ແຕ່ຍັງມີຂໍ້ຈຳກັດດ້ານກຸ໊ບເລືອດ

ທີມວິໄຈຫວັງວ່າຈະນຳແອນຕິບໍດີ້ດັ່ງກ່າວມາທົດລອງກັບມະນຸດພາຍໃນ 6 ເດືອນ ແຕ່ໂດຍປົກກະຕິແລ້ວກວ່າທີ່ຢາຊະນິດຫນື່ງຈະໄດ້ຮັບການອະນຸມັດໃຫ້ໃຊ້ກັບມະນຸດຈະຕ້ອງໃຊ້ເວລາປະມານ 2 ປີ ວ່າໃນຊ່ວງທີ່ເຊື້ອໂຄວິດ-19 ແຜ່ລະບາດຢູ່ນີ້ໄລຍະເວລາຈະຫລຸດລົງ ເນື່ອງຈາກຂັ້ນຕອນຕ່າງໆທີ່ຕ້ອງຄ່ອຍໆເຮັດໄປເທື່ອລະຂັ້ນຕອນ ຖືກຫຍໍ້ເຂົ້າ

ຂ່າວທົ່ວໄປ