ເມື່ອຕອນບ່າຍຂອງມື້ນີ້ (1 ເມສາ 2020) ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂ ການແພ່ລະບາດຂອງໂຄວິດ-19 ໄດ້ຖະແຫຼງວ່າ ພົບຜູ້ຕິດເຊື້ອໂຄວິດ-19 ໃນລາວເພີ່ມອີກ 1 ກໍລະນີ ເຮັດໃຫ້ຍອດຜູ້ຕິດເຊື້ອສະສົມໃນຕອນນີ້ຢູ່ທີ່ 10 ກໍລະນີ.
ຜູ້ຕິດເຊື້ອກໍລະນີດັ່ງກ່າວນີ້ ເປັນເພດຍິງອາຍຸ 21 ປີ ອາໄສຢູ່ທີ່ບ້ານໜອງສະໂນຄຳ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຜູ້ກ່ຽວມີປະຫວັດສຳຜັດໃກ້ຊິດກັບຜູ້ຕິດເຊື້ອເຊິ່ງເປັນເພດຊາຍອາຍຸ 18 ປີ ທີ່ເປັນພະນັກງານບໍລິສັດຂົນສົ່ງ DHL
ຄະນະສະເພາະກິດລະບຸວ່າ ຫຼັງຈາກໄດ້ລົງເກັບກຳຂໍ້ມູນໄດ້ຮູ້ວ່າມີຜູ້ສຳຜັດໃກ້ຊິດກັບກໍລະນີຕິດເຊື້ອລາຍໃໝ່ນີ້ຈຳນວນ 8 ຄົນ ແລະ ໄດ້ແນະນຳໃຫ້ຈຳກັດບໍລິເວນ ແລະ ເຝົ້າລະວັງຕິດຕາມອາການ.
ທັງນີ້ ຜູ້ຕິດເຊື້ອລາຍນີ້ໄດ້ເລີ່ມມີອາການເຈັບຄໍ ຈາມ ເມື່ອຍ ຫາຍໃຈຍາກ ຈຶ່ງໄປຊື້ຢາມາກິນເອງ ແລະ ມາຮອດວັນທີ 30 ກໍມີອາການໄຂ້ ເຈັບຫົວ ແລະ ປວດກ້າມຊີ້ນ ຈຶ່ງໄດ້ເດີນທາງໄປກວດຢູ່ທີ່ໂຮງໝໍມິດຕະພາບໃນວັນທີ 31 ມີນາ ແລະ ໄດ້ຮັບການບົ່ງມະຕິວ່າຕິດເຊື້ອໂຄວິດ-19.
ມາຮອດວັນທີ 31 ມີນາ ມີການກວດຫາເຊື້ອກໍລະນີສົງໄສໃນລາວແລ້ວທັງໝົດ 437 ກໍລະນີ ໃນນັ້ນ 427 ກໍລະນີ ບໍ່ພົບເຊື້ອ ແລະ ອີກ 10 ກໍລະນີພົບວ່າຕິດເຊື້ອພະຍາດດັ່ງກ່າວ.