ສາວປອມເຟຊບຸ໊ກ ຫລອກລົມກັບຫນຸ່ມຈົນໂອນເງິນໃຫ້ 26ເທື່ອ ສຸດທ້າຍເສຍລັບ ຮູບພາບໂປຣໄຟບໍ່ຕົງປົກ ຫລ່າສຸດເຂົ້າມອບຕົວກັບຕຳລວດແລ້ວ ໂດຍມີກຳນັນ ທີ່ສະນິດສະໜົມພາເຂົ້າມອບຕົວ ເບື້ອງຕົ້ນບໍ່ຂໍເລົ່າສາເຫດຂອງການກະທຳ ແຕ່ຢືນຢັນວ່າບໍ່ເຄີຍໂກງເງິນໃຜມາກ່ອນຫນ້ານີ້ ເທື່ອນີ້ກະທຳເປັນຄັ້ງທຳອິດ
ຈາກຂໍ້ມູນການຕາມຕົວຂອງ ສາວປອມເຟຊບຸ໊ກ ທີ່ຖືກໂພສເລົ່າເລື່ອງໄວ້ເທິງເຟຊບຸ໊ກເພດ ທີ່ນີ້ “ນະຄອນນາຍຍົກ” ໂດຍເຜີຍເລື່ອງລາວຂອງຫນຸ່ມຊາວຈັງຫວັດຂອນແກ່ນ ຖືກສາວຫລອກໃຫ້ໂອນເງິນ 26 ເທື່ອລວມ 107,450 ບາດ ໂດຍການໃຊ້ພາບໂປຣໄຟເຟຊບຸ໊ກເປັນສາວງາມ ຊຶ່ງຂະນະນີ້ສາວງາມທີ່ຖືກແອບອ້າງນຳຮູບໄປໃຊ້ ຈະທຳການດຳເນິນຄະດີກັບສາວປອມເຟຊບຸ໊ກຄົນນີ້ດ້ວຍເຊັ່ນກັນ
ຫລ່າສຸດ ສາວປອມເຟຊບຸກ ຫລອກໃຫ້ຫນຸ່ມໂອນເງິນ 26 ເທື່ອ ເຂົ້າມອບຕົວກັບຕຳລວດແລ້ວ ໂດຍໄດ້ຮັບລາຍງານຢືນຢັນຈາກ ສື່ຂ່າວຊ່ອງ One 31 ລາຍງານຄວາມຄືບຫນ້າວ່າ
ວັນທີ່ 5 ພ.ຄ. ນ.ສ. ລັກຂະນາ ກິ່ມໃຈ ໄດ້ຂໍຕິດຕໍ່ເຂົ້າມອບຕົວ ທີ່ ສພ.ອົງຄະລັກ ກັບທາງ ພ.ຕ.ອ.ສັຕລະ ນະລົງ ຜູ້ກຳກັບການ ສພ.ອົງຄະລັກ ໂດຍເດິນທາງມາພ້ອມ ທ່ານ ກຶດສະດາ ຈະລັດອາລຸນສາຍ ຫລື “ກຳນັນອຶ່ງ” ກຳນັນ ຕ.ບາງລູກເສືອ ໂດຍນາງສາວລັກຂະນາໄດ້ສວມຊຸດສີດຳ ສວມຫມວກປົກປິດໃບຫນ້າ ແລະພະຍາຍາມຍ່າງຫລົບຫລີກຜູ້ສື່ຂ່າວ ທີ່ພະຍາຍາມສອບຖາມຂໍ້ເທັດຈິງທີ່ເກີດຂຶ້ນ
ຈາກນັ້ນທ່ານ ກຶດສະດາ ຈະລັດອາລູນສາຍ ຫລືກຳນັນອຶ່ງ ໄດ້ເປັນຄົນໃຫ້ຂໍ້ມູນ ໂດຍໄດ້ບອກວ່າ ຕົນເອງມີຄວາມສະນິດສະໜົມກັບຜູ້ຍິງທີ່ປາກົດໃນພາບ ແລະຕົນຫາກໍ່ຮູ້ຂ່າວເມື່ອ 3ມື້ທີ່ຜ່ານມາ ຈາກນັ້ນຕົນໄດ້ເຂົ້າໄປໂອ້ລົມກັບຄອບຄົວຂອງະນາງສາວລັກຂະນາ ໂດຢນາງສາວລັກຂະນາ ໄດ້ຍອມຮັບຜິດພ້ອມຍອມຊົດໄຊ້ເງິນທັ້ງຫມົດ ຈາກນັ້ນຕົນໄດ້ນັດຫມາຍນາງສາວລັກຂະນາ ມາມອບຕົວທີ່ ສພ.ອົງຄະລັກໃນມື້ນີ້ ເພື່ອໃຫ້ນາງສາວລັກຂະນາ ໄດ້ຮັບໂທດແລະກັບຕົວ ສ່ວນກໍລະນີທີ່ກ່ອນຫນ້ານີ້ມີຂ່າວອອກມາວ່າ ສາວຄົນນີ້ເຄີຍກະທຳຜິດເລື່ອງເງິນປະກັນມາກ່ອນອີກດ້ວຍນັ້ນ ຕົນເອງຢືນຢັນວ່າບໍ່ເຄີຍມີ ສ່ວນສາເຫດທີ່ທຳລົງໄປໃນນັ້ນຂໍບໍ່ບອກເຫດຜົນ ໂດຍຫລັງຈາກໃຫ້ຂໍ້ມູນກັບຜູ້ສື່ຂ່າວທ່ານກຶດສະດາ ຈງໄດ້ພາຕົວນາງສາວລັກຂະນາ ຂຶ້ນໄປຍັງຫ້ອງສືບສວນ ເພື່ອໃຫ້ການກັບເຈົ້າຫນ້າທີ່ຕຳລວດ ແລະໄດ້ຂໍໃຫ້ທາງ ຜູ້ກຳກັບການ ສພ.ອົງຄະລັກ ເປັນຜູ້ຖະແຫລງຂໍ້ເທັດຈິງທີ່ເກີດຂຶ້ນທັ້ງຫມົດ.