ຂ່າວດີຕໍ່ເນື່ອງ 21 ມື້ແລ້ວ ທີ່ ສປປ ລາວ ບໍ່ມີຜູ້ຕິດເຊື້ອໃໝ່ (ເລິ່ມແຕ່ວັນທີ 12 ເມສາ 2020 ເປັນຕົ້ນມາ). ເຮັດໃຫ້ນຈໍານວນຜູ້ຕິດເຊື້ອສະສົມ 19 ຄົນ ກໍ່ໄດ້ອອກໂຮງໝໍແລ້ວ 10 ຄົນ ແລະ ຍັງເຫຼືອ 9 ຄົນ ທີ່ຈະໄດ້ສືບຕໍ່ຕິດຕາມ ປິ່ນປົວຕາມອາການຢ່າງໃກ້ຊິດ ໃນນີ້ໄດ້ຮັບຄົນເຈັບເກົ່າເຂົ້າມາຕິດຕາມອາການ 01 ຄົນ ລວມມີ 10 ຄົນຢູ່ໂຮງໝໍ ມິດຕະພາບ.
ສະເພາະຄົນເຈັບເກົ່າທີ່ກວດວິເຄາະພົບເຊື້ອ ພາຍຫຼັງອອກໂຮງໝໍໄປຈຳກັດບໍລິເວນຢູ່ເຮືອນ 14 ມື້ແລ້ວ ຖືວ່າຢູ່ຫຼາຍໆປະເທດກໍ່ມີລາຍງານເຊັ່ນດຽວກັນນີ້ ເຊິ່ງອາດຈະແມ່ນເຊື້ອທີ່ຕາຍແລ້ວ ບໍ່ສາມາດສົ່ງເຊື້ອຕໍ່ໃຫ້ຜູ້ອື່ນ ພວກເຮົາກໍ່ໄດ້ເກັບເອົາຕົວຢ່າງຄົນໃກ້ຊິດກັບຜູ້ກ່ຽວຈຳນວນ 03 ຄົນ ມາກວດວິເຄາະຫາເຊື້ອ ແຕ່ກໍ່ບໍ່ພົບເຊື້ອ. ຄະນະສະເພາະກິດໄດ້ຖະແຫຼງໃນວັນທີ 3 ພຶດສະພາ 2020 ວ່າ: ໃນວັນທີ 02 ພຶດສະພາ 2020, ໄດ້ເກັບຕົວຢ່າງມາກວດທັງໝົດ 19 ຄົນ, ໃນນັ້ນ ເກັບຕົວຢ່າງຜູ້ສຳຜັດໃກ້ຊິດກັບຜູ້ຕິດເຊື້ອກໍລະນີທີ 14 ຈຳນວນ 04 ຄົນ, ແຮງງານລາວທີ່ກັບມາຈາກປະເທດໄທ 15 ຄົນ.
ໃນຈໍານວນຜູ້ສຳຜັດໃກ້ຊິດທັງໝົດ 04 ຄົນ ແມ່ນມາຈາກ ນະຄອນຫຼວງວຽງຈັນ. ສຳລັບແຮງງານລາວທີ່ກັບມາແຕ່ໄທ 15 ຄົນ ລາຍລະອຽດດັ່ງລຸ່ມນີ້: ສະຫວັນນະເຂດ 06 ຄົນ; ບໍລິຄຳໄຊ 03 ຄົນ; ຈຳປາສັກ 03 ຄົນ; ຄຳມ່ວນ 02 ຄົນ ແລະ ສາລະວັນ 01 ຄົນ ເຊິ່ງຜົນກວດທັງໝົດ 19 ຄົນ ຂອງມື້ວານນີ້ ບໍ່ພົບເຊື້ອໃໝ່. ໝາຍຄວາມວ່າໃນວັນທີ 02 ພຶດສະພາ 2020 ບໍ່ມີກໍລະນີໃໝ່. ທັງນີ້, ນັບແຕ່ເດືອນມັງກອນ ຮອດ ວັນທີ 02 ພຶດສະພາ 2020 ໄດ້ເກັບຕົວຢ່າງມາກວດທັງໝົດ ມີ 2,184 ຕົວຢ່າງ, ກວດພົບເຊື້ອສະສົມ 19 ຄົນ (21 ມື້ແລ້ວທີ່ບໍ່ມີຜູ້ຕິດເຊື້ອເພີ່ມ).
ປະຈຸບັນ ມີຜູ້ຕິດເຊື້ອນອນຕິດຕາມ ປິ່ນປົວຢູ່ໂຮງໝໍມິດຕະພາບ 09 ຄົນທັງໝົດເຫັນວ່າ ມີອາການເບົາບາງ ແລະ ຍັງຕິດຕາມເພື່ອກວດວິເຄາະຢັ້ງຢືນການບໍ່ພົບເຊື້ອ; ພ້ອມນີ້ ໄດ້ຮັບເອົາຜູ້ທີ່ອອກໂຮງໝໍນ້ຳເບີ 14 ກັບເຂົ້າມາຕິດຕາມອາການຢູ່ໂຮງໝໍ 01 ຄົນ ລວມມີຜູ້ຕິດຕາມຢູ່ໂຮງໝໍມິດຕະພາບ 10 ຄົນ.