ທ່ານທອງລຸນ ສີສຸລິດ ນາຍົກຣັຖະມົນຕຣີແຫ່ງສປປລາວ.
ໄດ້ມີຄຳສັ່ງແຈ້ງການດ່ວນເຖິງບ/ສ.ໄຟຟ້າລາວທົ່ວປະເທດທຸກສາຂາ.
ຜ່ານມາໄດ້ມີຫາງສຽງສັງຄົມສວ່ນໃຫຍ່ວິພາກວິຈານພ/ງໄຟຟ້າ ເລື້ອງການຈົດເລກກົງເຕີໄຟຜິດແລະເກີນຈົດແບບເດົາໆຈົດແບບບໍ່ຈິງໃຈຫຼືຕັ້ງໃຈເພີ້ມຕົວເລກໃຫ້ເຂົາກໍ່ເປັນໄດ້ ນີ້ກໍ່ເປັນປະເດັນທີ່ພາໃຫ້ຕົວເລກຂອງກົງເຕີແລ່ນຂຶ້ນສູງ.ຍ້ອນພ/ງຂາດຄວາມເອົາໃຈໃສ່ຕໍ່ບັນຫານີ້
ຶ.ນັບຈາກນີ້ໄປຂໍໃຫ້ທາງລັດວິສາຫະກິດໄຟຟ້າລາວທຸກສາຂາທົ່ວປະເທດຈົ່ງເອົາໃຈໃສ່ຕື່ມ.ແລະສຳຫຼວດກວດກາພ/ງໄຟຟ້າຂັ້ນແຂວງຂັ້ນເມືອງ.ຕ້ອງມີຄວາມໂປ່ງໃສບໍລິສຸດຕໍ່ຊາດຕໍ່ປ/ຊໃນການປະຕິບັດໜ້າທີ່ຂອງທຸກໆທ່ານ.
ຈາກນີ້ໄປຂໍໃຫ້ຜູ້ອຳນວຍການບ/ສໄຟຟ້າລາວຂັ້ນແຂວງແຕ່ລະແຂວງພ້ອມດ້ວຍເຈົ້າແຂວງແຕ່ລະແຂວງຈົ່ງໝັ່ນລົງຕິດຕາມສາຂາແຂນງການໄຟຟ້າຂັ້ນເມືອງທຸກສາຂາດ້ວຍ.ຕ້ອງເອົາໃຈໃສ່ນຳກັນເພື່ອຫຼີກລ້ຽງຈາກການວີພາກວິຈານຂອງປ/ຊແລະສັງຄົມໂລກ.
ຕ້ອງໃຫ້ສົມກັບຄຳຂວັນທີ່ວ່າ.
▶ບໍລິສຸດຕໍ່ຊາດຕໍ່ພໍ່ແມ່ປະຊາຊົນ.
▶ເສີມຂຍາຍທາດແທ້ມູນເຊື້ອປະຕິວັດ.
▶ພ້ອມຮັບໃຊ້ປະຊາຊົນຢ່າງສຸດໃຈ.
ແລະສຳເລັດທຸກໜ້າທີ່.