ພະນັກງານລັດ ເອົາປຽບຮີດໄຖແລະປັບໄໝ ປະຊາຊົນ

ພະນັກງານລັດ ເອົາປຽບຮີດໄຖແລະປັບໄໝ ປະຊາຊົນ

ຜົນສະທ້ອນຕໍ່ສັງຄົມເລື່ອງພ/ງລັດທີ່ສວຍໂອກາດໃຊ້ອຳນາດລັດເປັນຂໍ້ອ້າງອີງຄິດຢາກເຮັດຫຍັງກໍ່ເຮັດຕາມອັດທະຍາໃສຂອງຕົນຊອກຫາຜົນປະໂຫຍດໃສ່ຕົນເອງ ໂດຍຝ່າຝືນຄຳສັ່ງຂອງຣັຖະບານບໍ່ປະຕິບັດໄປຕາມແນວທາງຂອງລັດທີ່ວາງອອກ ຖືວ່າພ/ງດັ່ງກ່າວນີ້ຂາດຈັນຍາບັນ ບໍ່ມີຄວາມໂປ່ງໃສຕໍ່ຊາດຕໍ່ພໍ່ແມ່ປ/ຊ.

ເລື່ອງນີ້ເກີດກັບ ຄ/ຄ ຂອງຂ້າພະເຈົ້າຢູ່ບ້ານ ດົງກະແສນ ເມືອງ ທ່າແຂກ ແຂວງ ຄຳມ່ວນ  ພໍ່ຂ້າພະເຈົ້າມີໂຕະຊອຍແຕ່ໃຊ້ຈັກລົດໄຖນາເດີນຕາມເປັນແຮງ ແລະ ຜະລິດແຕ່ເຄື່ອງເຟີນີເຈີທົ່ວໄປຕາມຄົນໃນບ້ານສັ່ງ ແລະ ຢຸດຜະລິດເປັນເທົ່າໃດເດືອນ ພາກສ່ວນກ່ຽວຂ້ອງມາປັບໄຫມ 1,500,000 ກີບ ເຫັນດີໃຫ້ຢຶດເອົາເຄື່ອງມືກະບໍ່ເອົາ ເພາະວ່າພໍ່ລາວເຊົາແລ້ວ ແຕ່ພາກສ່ວນກ່ຽວຂ້ອງວ່າບໍ່ເອົາເປັນຄຳສັ່ງຂອງຂັ້ນເທິງ ພໍ່ຂ້າພະເຈົ້າກໍ່ຈຳເປັນໄປເລາະຢຶມເງິນມາໃຫ້ ເສຍດາຍທີຂ້າພະເຈົ້າບໍ່ຢູ່ຕອນນັ້ນ.

ຊີ້ແຈງຈາກຣັຖະບານ.
ຣັຖະບານມີນະໂຍບາຍຕໍ່ປ/ຊໃນເລື້ອງດັ່ງກ່າວນີ້.ແຕ່ພ/ງຂັ້ນແຂວງແລະເມືອງເທົ່ານັ້ນທີ່ບໍ່ປະຕິບັດໄປຕາມແຜນຂອງລັດ.ໂດຍທີ່ຊອກຫາຜົນປະໂຫຍດໃສ່ຕົນເອງຫຼາຍກວ່າ.ບັນດາພ/ງຂັ້ນແຂວງຫຼືເມືອງໃດໆກໍ່ຕາມທີ່ກະທຳເຊັ່ນນີ້ໃຫ້ຍົກເລີກສາເດີຢ່າໄປຂູດຮີດປ/ຊເພາະມັນເປັນພຽງທຸລະກິດຄ/ຄເຊິ່ງເປັນທຸລະກິດຂນາດນ້ອຍລາຍໄດ້ບໍ່ສູງພໍ່ແຕ່ກຸ້ມປາກທ້ອງເທົ່ານັ້ນຕ້ອງປ່ອຍເຂົາເຮັດໃຫ້ເຂົາຫາລຽ້ງຊີບຂອງເຂົາ ຢ່າໄປຊອກຫາຢຶດເຄື່ອງມືເຂົາເດັດຂາດ ຢ່າໄປຫາເລາະປັບໄໝໃສ່ໂທດເຂົາເນີ ລັດຕ້ອງສົ່ງເສີມປ/ຊ  ຖ້າພ/ງອົງກອນລັດທີ່ກະທຳກັບປ/ຊເຊັ່ນນີ້ເທົ່າກັບວ່າທຳລາຍຊາດຕົນເອງ ພ/ງລັດກົດດັນອາຊີບຫຼືການທຳມາຫາກິນຂອງປ/ຊເທົ່າກັບວ່າເປັນການທ່ວງດຶງຄວາມຈະເລີນຂອງຊາດເນີ້  ຄວນຫ້າມແລະຍຸຕິການກະທຳເຊັ່ນນີ້.

ສາລະໜ້າຮູ້