ທຸກອາຊີບລ້ວນແຕ່ມີຄວາມສຳຄັນ ບໍ່ອາຍທຳກິນບໍ່ມີມື້ອົດຢາກແນ່ນອນ.
ໃນສັງຄົມປັດຈຸບັນ ຄົນເຮົາມີທຸກຮູບແບບ ແລະ ແນ່ນອນເມື່ອຫຼາກຫຼາຍຄົນກໍ່ຍ່ອມມີຫຼາຍຫຼາຍອາຊີບທີ່ແຕກຕ່າງກັນ ແຕ່ກໍ່ມີເປົ້າໝາຍດຽວກັນຄືຫາລ້ຽງຕົນເອງ ແລະ ຄອບຄົວພ້ອມສ້າງເສຖະກິດຄອບຄົວໃຫ້ມີຢູ່ມີກິນ ຫວັງພົ້ນທຸກ ກາຍເປັນຜູ້ຮັ່ງມີສີສຸກ. ແຕ່ທັງນີ້ທັງນັ້ນ ມຸມມອງການເຮັດວຽກ ຫຼື ອາຊີບຂອງແຕ່ລະຄົນຍ່ອມແຕກຕ່າງກັນ ແຕ່ດັ່ງທີ່ແອັດກ່າວມາແລ້ວ ທຸກອາຊີບມີເປົ້າໝາຍດຽວກັນ ດັ່ງນັ້ນບໍ່ມີອາຊີບໃດຕໍ່າ ຫຼື ສູງ.
ຈາກທີ່ແອັດກ່າວມາຂ້າງເທິງ ຫຼາຍທ່ານອາດເດົາກັນໄດ້ວ່າແອັດຈະເວົ້າກ່ຽວກັບຫຍັງໃນມື້ນີ້ ແມ່ນເລື່ອງແອັດຈະເວົ້າກ່ຽວກັບເລື່ອງອາຊີບການຮັບຊື້ເຄື່ອງເກົ່າ ຫຼື ຂີ້ເຫຍື້ຶອຂອງຄົນອື່ນ ແລ້ວນໍາມາສ້າງເງິນໃຫ້ກັບຜູ້ເຮັດອາຊີບນີ້. ເຊິ່ງຖືເປັນອີກຊ່ອງທາງໜຶ່ງທີ່ນອກຈາກຈະເປັນທຸລະກິດຫາລາຍໄດ້ແລ້ວ ຍັງເປັນທຸລະກິດຊ່ວຍແກ້ໄຂບັນຫາຂີ້ເຫຍື້ອໄດ້ນໍາອີກ.
ລຸງບາ ໄວວອາຍຸ 70 ປີ ຄົນສູ້ຊີວິດຈາກຕ່າງຖິ່ນມາຍຶດອາຊີບເກັບຂີ້ເຫຍື້ອຈາກກອງຂີ້ເຫຍຶໍໍື້ອທີ່ບາງຄົນດູຖືກໝິ່ນປະໝາກວ່າອາຊີບຊັ້ນຕໍ່າ ແຕ່ລຸງບໍ່ອາຍເພາະມັນເປັນອາຊີບສຸຈະລິດ ເປັນອາຊີບທີ່ບໍ່ຕ້ອງລົງທຶນ ແຕ່ລາຍໄດ້ດີ ເຮັດມາ 10 ກວ່າມີ ທ້ອນເງິນຊື້ດິນໄດ້ເຖິງ 30 ໄລ່.
ໂດຍລຸງບາເລົ່າວ່າ: ຍ້ອນອາຍຸທີ່ແກ່ຂຶ້ນຫຼາຍເຮັດໃຫ້ບໍ່ສາມາດເຮັດວຽກໜັກຢ່າງອື່ນໄດ້ ຈຶ່ງຊວນຜູ້ເປັນເມຍຫັນມາເກັບເຄື່ອງເກົ່າຕາມກອງຂີ້ເຫຍື້ອຂາຍ ເຊິ່ງຕອນທໍາອິດມີລາຍໄດ້ພຽງ 1ພັນບາດ ແຕ່ເຮັດມາເປັນເວລາດົນລາຍຮັບກໍ່ເພີ່ມຂຶ້ນເປັນຫຼັກ ໝື່ນ ແລ້ວກໍ່ທ້ອນໂຮມມາເລື້ອຍໆ ຊື້ດິນເທື່ອລະເລັກລະນ້ອຍ ຈົນຕອນນີ້ສາມາດເວົ້າໄດ້ເຕັມປາກວ່າເນື້ອທີ່ດິນ ຫຼື ສວນປາມ 30 ໄລ່ ແມ່ນໄດ້ມາຈາກການຂາຍຂີ້ເຫຍື້ອ.
ພ້ອມນີ້ລຸງບາຍັງບອກອີກວ່າ: ເຖິງແມ່ນວ່າໃຜໆອາດລັງກຽດຂີ້ເຫຍື້ອ, ລັງກຽດອາຊີບຂອງລຸງ ແຕ່ຂີ້ເຫຍື້ອເຫຼົ່ານັ້ນ ມັນເຮັດໃຫ້ລຸງມີຢູ່ມີກິນ ແລະ ອາຊີບນີ້ມັນກໍ່ເປັນອາຊີບສຸຈະລິດ ພໍໃຈໃນສິ່ງທີ່ເປັນຢູ່ຕອນນີ້ ເພາະຕົນເອງມີຄວາມສຸກທີ່ໄດ້ເຮັດວຽກເປັນນາຍໂຕເອງ ເມື່ອຍກໍ່ພັກ ເມື່ອຍກໍ່ຢຸດໄດ້ບໍ່ມີໃຜມາບັງຄັບເຮົາໄດ້.