ປະຊາຊົນຂໍຮ້ອງຫ້າຢ່າງ ຈາກທ່ານຜູ້ອຳນວຍການໄຟຟ້າລາວຄົນໃຫມ່

ປະຊາຊົນຂໍຮ້ອງຫ້າຢ່າງ ຈາກທ່ານຜູ້ອຳນວຍການໄຟຟ້າລາວຄົນໃຫມ່

ປະຊາຊົນຂໍຮ້ອງຫ້າຢ່າງຈາກທ່ານຜູ້ອຳນວຍການໄຟຟ້າລາວຄົນໃຫມ່
ບໍ່ຂໍຫຼາຍໄປກວ່ານີ້
ຄຳຂໍດັ່ງນີ້

1: ຢ່າງທີໜຶ່ງ ປັບປຸງຄ່າໄຟຟ້າຄືນ ໃຫ້ມີຄວາມຍຸຕິທຳອັນແທ້ຈິງ ທຸກຂະໜາດຜູ້ຊົມໃຊ້ໄຟຟ້າ ຕ້ອງໄດ້ໃຊ້ໄຟຟ້າໃນລາຄາຫຼຸດລົງກວ່າເດີມ ນັ້ນຄື ຫຼຸດລົງກວ່າຄ່າໄຟຟ້າໃນປີຜ່ານໆມາຕັ້ງແຕ່ເດີມ ຄ່າຫຼຸດລົງ ຕັ້ງແຕ່ 15% ຫາ 20% ບໍ່ໃຫ້ຫຼຸດລົງແຕ່ປາກກ່າວເວົ້າປາຍລິ້ນເປົ່າແຕ່ລົມ #ເຮັດໄດ້ບໍ?

2: ຢ່າງທີສອງ ພ/ງຜູ້ປະຕິບັດໜ້າທີ່ລົງຈົດໂຕເລກກົງເຕີນັບໄຟ ຕ້ອງຈົດໃຫ້ຖືກຕ້ອງຕາມຄວາມເປັນຈິງ ແລະ ທັງຕ້ອງກົງຕໍ່ເວລາຈົດໃນເດືອນກ່ອນໜ້າຖັດກັນ ເຮັດໄດ້ບໍ?

3 : ຢ່າງທີສາມ ເວລາມີບັນຫາເກີດຂຶ້ນອັນກ່ຽວຂ້ອງກັບຄ່າໄຟ ແລ້ວປະຊາຊົນໄປພົວພັນຂໍຄວາມແກ້ໄຂ ພ/ງ ໄຟຟ້າຕ້ອງໃຫ້ຄວາມຊ່ວຍເຫຼືອແລະໃຫ້ຄຳຊີ້ແຈງຢ່າງມືອາຊີບແລະທັນການ ບໍ່ໃຫ້ເຮັດຄືຜ່ານມາເດັດຂາດ ເຮັດໄດ້ບໍ?

4: ຄ່າບຳລຸງຮັກສາໝໍ້ກົງເຕີໄຟນັ້ນ ໃຫ້ຍົກເລີກຖິ້ມແບບຖາວອນໄປເລີຍສາ ເພາະຕອນເອົາໄຟເຂົ້າ ຜູ້ໃຊ້ໄຟກະເສຍຄ່າແລ້ວທຸກຢ່າງ ຍັງຊິມາໃຫ້ເປັນພາຜູ້ໃຊ້ໄຟອີກ ອັນນີ້ເຫັນວ່າ ບໍ່ສອດຄ່ອງແລະບໍ່ສົມຄວນຢ່າງຍິ່ງ . ມັນສົມຄວນເປັນໜ້າທີ່ຂອງບໍລິສັດລັດວິສ່ຫະກິດໄຟຟ້າລາວຕ້ອງຮັບຜິດຊອບໃນພາກສ່ວນນີ້.  ເຮັດໄດ້ບໍ?

5 : ຢ່າງທີຫ້າ ຖ້າພ/ງຄົນໃດ ໜ່ວຍງານບໍລິການໃດ ຂອງບໍລິສັດລັດວິສາຫະກິດໄຟຟ້າລາວກະທຳຜິດຫຼືບໍ່ເໝາະສົມຫຼືບໍ່ສົມຄວນຫຼືບໍ່ດີບໍ່ງາມຕໍ່ຈັນຍາບັນວິຊາຊີບແລະ/ຫຼືໜ້າທີ່ຂອງຕົນ ຕ້ອງລົງໂທດທັນທີແລະຊັດເຈນແນ່ນອນຕາມຄວາມຜິດໜັກຫຼືເບົາຂອງຜູ້ກ່ຽວ ບໍ່ໃຫ້ກ່າວເຕືອນກັນແລະແລ້ວກະແລ້ວໄປ ອັນນີ້ສັງຄົມບໍ່ຕ້ອງການຄົນແບບນີ້ມາສັງກັດພາກລັດ ບໍ່ວ່າຢູ່ໃນຮູບແບບໃດກໍຕາມແຕ່ . ຄົນດີ ຄົນເກັ່ງ ຄົນເຮັດເພື່ອຊາດມີບໍ່ຂີ້ອຶດຍຸກນີ້  ເຮັດໄດ້ບໍ?

ຖ້າທ່ານຜູ້ມານັ່ງຕັ່ງໃໝ່ນີ້ເຮັດໄດ້ ເອົາພຽງ  ຫ້າຂໍ້ #ຫ້າຢ່າງນີ້ພໍ ຖືວ່າ ປະຊາຊົນທັງແຜ່ນດິນ ຊື່ນຊົມຍໍຍ້ອງທ່ານປານວ່າເທບເທວາແນ່ນອນ.

ສາລະໜ້າຮູ້